ວັນທີ 23 ມີນາ 2022 ນີ້, ກະຊວງສຶກສາທິການ ແລະ ກິລາ ແຈ້ງການ ໃຫ້ໂຈະການເປີດຮຽນ-ການສອນແບບເຊິງໜ້າ, ໃຫ້ຈັດຕັ້ງການຮຽນ-ການສອນແບບທາງໄກ ໃນສະຖານການສຶກສາກ່ອນໄວຮຽນ ແລະ ຊັ້ນປະຖົມ ປີທີ1-ປີທີ4 ທັງພາກລັດ ແລະ ເອກະຊົນ ໃນແຂວງ, ນະຄອນຫລວງ ແລະ ເຂດທີ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນຫລາຍ.
ແຈ້ງການເຖິງ: – ບັນດາທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມສຶກສາແລະ ກິລາ ແລະ ສູນ
– ທ່ານ ອະທິການບໍດີມະຫາວິທະຍາໄລ 4 ແຫ່ງ
– ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງວຽງຈັນ
– ທ່ານ ປະທານສະມາຄົມການສຶກສາພາກເອກະຊົນ
– ທ່ານ ຜູ້ອຳນວຍການສະຖານການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນ
ເລື່ອງ: ການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID=19 ຂອງຂະແໜງການສຶກສາທິການ ແລະ ກິລາ.
– ອີງຕາມ ທິດຊີ້ນໍາຂອງກອງປະຊຸມ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄັ້ງວັນທີ 23 ມີນາ 2022.
ເພື່ອເປັນການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ທົ່ວຂະແໜງການສຶກສາ ແລະ ກິລາ ໃນຂອບເຂດທົ່ວປະເທດ.
ຫົວໜ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ດັ່ງນີ້:
1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ທຸກທ່ານໃຫ້ມາປະຈຳການປົກກະຕິ, ກໍລະນີຫ້ອງການມີຄວາມແອອັດ ແລະ ມີຄວາມສ່ຽງໃນການຕິດເຊື້ອພະຍາດ COVID-19 ແມ່ນໃຫ້ຈັດຕັ້ງຜັດປ່ຽນກັນມາປະຈຳການ ເຮັດວຽກທາງໄກຢູ່ເຮືອນ, ການເຂົ້າຮ່ວມກິດຈະກໍາທາງສັງຄົມໃຫ້ມີສະຕິລະມັດລະວັງ ແລະ ໃຫ້ທຸກທ່ານສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດ COVID-19 ຢ່າງເຂັ້ມງວດ;
2. ບໍ່ອະນຸຍາດໃຫ້ຈັດກອງປະຊຸມ, ສຳມະນາ, ປາຖະກະຖາ, ຝຶກອົບຮົມຕ່າງໆຢູ່ສະຖານທີ່ຕ່າງໆ ໃນຮູບແບບເຊິ່ງໜ້າທີ່ມີຜູ້ເຂົ້າຮ່ວມເກີນຈຳນວນ 50 ທ່ານ, ໃນກໍລະນີໜ້ອຍກວ່າ 50 ທ່ານ ແມ່ນ ອະນຸຍາດໃຫ້ຈັດໄດ້ ຫຼື ຫຼຸດຈໍານວນລົງຍິ່ງດີ ໃຫ້ເນັ້ນໃສ່ກອງປະຊຸມທາງໄກເປັນຫຼັກ ແລະ ຕ້ອງຮັບປະກັນວ່າສະຖານທີ່ດັ່ງກ່າວບໍ່ແອອັດ ແລະສາມາດຮັກສາໄລຍະຫ່າງໄດ້ຢ່າງໜ້ອຍ 1 ແມັດ, ຜູ້ເຂົ້າຮ່ວມກອງປະຊຸມຈະຕ້ອງໄດ້ຮັບການກວດຫາເຊື້ອCOVID=19 ດ້ວຍເຄື່ອງກວດແບບໄວ ທີ່ໄດ້ຮັບການອະນຸມັດ ຈາກກະຊວງສາທາລະນະສຸກ ຫຼື ກວດດ້ວຍRT-PCR;
3. ສະຖານການສຶກສາ ທີ່ໄດ້ເປີດການຮຽນ-ການສອນ ໃຫ້ສົມທົບກັບຄະນະສະເພາະກິດຂັ້ນທ້ອງຖິ່ນ ເພື່ອປະເມີນຄວາມສ່ຽງຄືນ ແລະ ໃຫ້ພິຈາລະນາການຈັດການຮຽນ-ການສອນຕາມສະພາບຕົວຈິງ ແຕ່ລະທ້ອງຖິ່ນແລະ ຕາມການອະນຸມັຕຂອງຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫຼວງ ແລະ ໃຫ້ປະຕິບັດຕາມ 10ມາດຕະການ ແລະ 40 ຂໍ້ແນະນຳ ເພື່ອປ້ອງກັນພະຍາດ COVID-I9 ຢ່າງເຂັ້ມງວດ;
4. ໃຫ້ໂຈະການເປີດການຮຽນ-ການສອນແບບເຊິ່ງໜ້າ, ໃຫ້ຈັດການຮຽນ-ການສອນແບບທາງໄກ ໃນສະຖານການສຶກສາກ່ອນໄວຮຽນ ແລະ ຊັ້ນປະຖົມ ປີທີ 1 – ປີທີ 4 ທັງພາກລັດ ແລະ ເອກະຊົນ ໃນແຂວງ, ນະຄອນຫຼວງແລະ ໃນເຂດທີ່ມີການລະບາດຂອງພະຍາດ COVII-19 ໃນຊຸມຊົນຫຼາຍ;
5. ຫ້າມພະນັກງານ, ຄູອາຈານ, ນັກຮຽນ ນັກສຶກສາ ກິນເຂົ້າຮ່ວມກັນ ແລະ ຫຼີກລ່ຽງການນຳໃຊ້ ຖ້ວຍ, ບ່ວງ,ຈອກ ແລະ ສິ່ງຂອງ ທີ່ຄາດວ່າຈະເປັນແຫຼ່ງແຜ່ເຊື້ອພະຍາດ COVID-19 ໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະບ່ອນ.
6. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງວຽງຈັນ ຊີ້ນຳ-ນໍາພາ ນັກຮຽນ-ນັກສຶກສາໃນເກນອາຍຸ ໄດ້ຮັບວັກຊີນປ້ອງກັນພະຍາດ COVID-19 ໃນຂອບເຂດທົ່ວປະເທດ ໃຫ້ບັນລຸໄດ້ຕາມແຜນການຂອງກະຊວງສາທາລະນະສຸກ.
7. ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຜັນຂະຫຍາຍແຈ້ງການສະບັບນີ້ເປັນອັນລະອຽດ, ຕິດຕາມ,ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ເປັນປົກກະຕິ, ພ້ອມດຽວກັນນີ້ ໃຫ້ຕິດຕາມແຈ້ງການຂອງຄະນະສະເພາະກິດສູນກາງ ແລະ ຂອງທ້ອງຖິ່ນຕົນເປັນປົກກະຕິ,
8. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ໃນກໍລະນີທີ່ມີການປ່ຽນແປງ ຄະນະສະເພາະກິຕກະຊວງສຶກສາທິການ ແລະ ກິລາ ຈະແຈ້ງໃຫ້ຊາບ ເປັນແຕ່ລະໄລຍະ.

_
