ແຈ້ງການ: ເກັບຄືນຜະລິດຕະພັນໄສ້ກອກ, ເຄື່ອງໝາຍການຄ້າ ຣິດ ແລະ ໄສ້ກອກບໍ່ມີເຄື່ອງໝາຍການຄ້າ ຜະລິດຈາກຣາຊະອານາຈັກໄທ.

ຕາມໜັງສືແຈ້ງການ2526/ກອຢເລກທີນະຄອນຫຼວງວຽງຈັນ, ວັນທີ10 ມີນາ 2022
ຮຽນ: ທ່ານຫົວໜ້າພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງ ທີ່ນັບຖື.
ເລື່ອງ: ແຈ້ງຂໍ້ມູນການເກັບຄືນ ຜະລິດຕະພັນໄສ້ກອກ (Smoky hotdog) ເຄື່ອງໝາຍການຄ້າ ຣິດ (Bit) ແລະ ໄສ້ກອກ (Smoky Chicken footlong sausages) ບໍ່ມີຊື່ເຄື່ອງໝາຍການຄ້າ ຜະລິດຈາກລາຊະອານາຈັກໄທ.

– ອີງຕາມ ກົດໝາຍວ່າດ້ວຍອາຫານ, ສະບັບເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013.
– ອີງຕາມ ໜັງສືແຈ້ງການ ຂອງ ສຳນັກງານຄະນະກຳມະການອາຫານ ແລະ ຢາ ແຫ່ງລາຊະອານາຈັກໄທ, ສະບັບເລກທີ1010/2844, ລົງວັນທີ 01 ມີນາ 2022.
ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ຜະລິດຕະພັນໄສ້ກອກ(Smoky hotdog) ເຄື່ອງໝາຍການຄ້າ ຣິດ (Bit) ແລະ ໄສ້ກອກ (Smoky Chicken footlong sausages) ບໍ່ມີຊື່ເຄື່ອງໝາຍການຄ້າ ຜະລິດຈາກລາຊະອານາຈັກໄທ (ມີຮູບພາບຕິດຄັດ), ຈາກການກວດສອບຂອງສໍານັກງານຄະນະກຳມະການອາຫານ ແລະ ຢາ ແຫ່ງລາຊະອານາຈັກໄທ ໄດ້ພົບວ່າຜະລິດຕະພັນດັ່ງກ່າວມີການປົນເປື້ອນ Nitrite ເກີນມາດຕະຖານກຳນົດ ຊື່ງເປັນຜົນເຖິງແກ່ຊີວິດຂອງຜູ້ບໍລິໂພກໄດ້.

ກົມອາຫານ ແລະ ຢາຈຶ່ງຮຽນມາຍັງທ່ານເພື່ອພິຈາລະນະຊີ້ນໍາເຈົ້າໜ້າທີ່ກວດກາອາຫານ ລົງຕິດຕາມ ແລະ ເຝົ້າລະວັງການນຳເຂົ້າ ແລະ ຈໍລະຈອນຕາມທ້ອງຕະຫຼາດ, ຖ້າພົບເຫັນຜະລິດຕະພັນດັ່ງກ່າວແມ່ນໃຫ້ເກັບຄືນ, ປະຕິບັດມາດຕະການ ຕາມລະບຽບການທີ່ໄດ້ກຳນົດ ແລະ ລາຍງານມາຍັງກົມອາຫານ ແລະ ຢາໃນເວລາອັນຄວນດ້ວຍ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ພິຈາລະນາຕາມທາງຄວນດ້ວຍ.
ຮຽນມາດ້ວຍຄວາມນັບຖື.

#ລາວພັດທະນາ #ແຈ້ງການ #ກົມອາຫານແລະຢາ