ຍິງເກັ່ງ! 24 ປີປະສົບຜົນສຳເລັດ ມີທຸລະກິດເປັນຂອງຕົນເອງ

ສາວປັອກເປັນໜຶ່ງໃນ 130 ທຸລະກິດໜຸ່ມທີ່ໄດ້ຮັບລາງວັນນັກທຸລະກິດເດັ່ນຜ່ານໄປໝາດໆ ໃນວັນທີ 18 ມີນາ 2022 ຜ່ານມານີ້ເອງ ເຊິ່ງການໄດ້ຮັບລາງວັນນີ້ບໍ່ໄດ້ມາງ່າຍໆຕ້ອງບົນພື້ນຖານຜົນງານ.

_

ສາວປັອກ ຂັນທະວົງໄຊ ເປັນນັກທຸລະກິດຍິງໜຸ່ມ ຜູ້ທີ່ທຸ່ມເທສ້າງຮາກຖານໃຫ້ກັບຕົນເອງມາແຕ່ຍັງໜຸ່ມນ້ອຍຈິ່ງສາມາດປະສົບຜົນສຳເລັດໃນໄວພຽງ 24 ປີ.

ນັກທຸລະກິດໄວລຸ້ນມາແຮງ ຄົນນີ້ຄວ້າລາງວັນທຸລະກິດຂະໜາດນ້ອຍ ແລະ ກາງດີເດັ່ນ ໃນງານມອບລາງວັນທຸລະກິດດີເດັ່ນ ປະຈໍາປີ 2021 ຍ້ອນເລີ່ມຄິດເລື່ອງລາວທຸລະກິດແຕ່ຄາວຍັງເປັນນັກສຶກສາ.

ສໍາລັບປ໋ອກແມ່ນເລີ່ມເຮັດແບຣນສະບູເປັນຂອງຕົນເອງ ຕັ້ງແຕ່ຕອນທີ່ຍັງຮຽນຢູ່ ປັດຈຸບັນປະສົບຜົນສໍາເລັດເປັນເຈົ້າຂອງຮ້ານເພັດທີ່ສ້າງມາດ້ວຍນໍ້າພັກນໍ້າແຮງຂອງຕົນເອງ.

ໂດຍຜູ້ກ່ຽວໄດ້ໂພສພາບຄວາມປະທັບໃຈຜ່ານຂໍ້ຄວາມທີ່ວ່າ “ບັນທຶກຄວາມຊົງຈໍາ ເປັນອີກໜຶ່ງບາດກ້າວທີ່ສໍາຄັນໃນໄວອາຍຸ 24 ປີ🥳 ຄວ້າລາງວັນທຸລະກິດຂະໜາດນ້ອຍ ແລະ ກາງດີເດັ່ນ ຂອບໃຈຜູ້ໃຫຍ່ທີ່ໃຫ້ໂອກາດ ລາງວັນນີ້ເປັນພະລັງງານ ແລະ ແຮງຂັບເຄື່ອນທີ່ດີໃຫ້ປ໋ອກໄດ້ມີກໍາລັງໃຈໃນການພັດທະນາຕົນເອງໃຫ້ດີຂຶ້ນເລື້ອຍໆ🥰”

ງາມ ແລະຄວາມຄິດດີ ຄົ້ນເຫັນໂຕເອງໄວ ຊົມເຊີຍຄົນເກັ່ງ