Lao News
ເກີດອຸບັດຕິເຫດລົດໃຫຍ່ ຕໍ່ ກັບລົດຈັກ

ເກີດອຸບັດຕິເຫດລົດໃຫຍ່ ຕໍ່ ກັບລົດຈັກ ເສຍຊີວິດ 1 ຄົນ ເຂດບ້ານທາດຂາວ ເມືອງ ສີສັດຕະນາກນະຄອນຫລວງວຽງຈັນ

_

ອີງຕາມການລາຍງານຂອງສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ:
ໃນເວລາ 09:30 ນາທີ ຂອງວັນທີ 28 ມີນາ 2022ໄດ້ຮັບແຈ້ງເຫດ ເກີອຸບັດຕິເຫດລົດໃຫຍ່ກັບລົດຈັກຕຳກັນ ເຂດບ້ານທາດຂາວ ເມືອງສີສັດຕະນາກແຂວງນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກກວດສອບຈຸດເຫດພົບຜູ້ບາດເຈັບ 02 ຄົນ ເປັນເພດຍິງ, ຜູ້ທີ1ອາການເບື້ອງຕົ້ນແມ່ນກະທົບຂາເບື້ອງຂວາໜ່ວຍກູ້ໄພໄດ້ນຳສົ່ງໂຮງໝໍມະໂຫສົດ ແລະ ຜູ້ທີ2 ອາການເບື້ອງຕົ້ນແມ່ນກະທົບຫົວ,ກະໂຫລກຫົວແຕກ (ເສຍຊີວິດຄາທີ່ ).

_

ໜ່ວຍກູ້ໄພນະຄອນຫລວງ1624 ໄດ້ມ້ຽນສົບຜູ້ເສຍຊີວິດແລ້ວນຳສົ່ງໄປໄວ້ວັດເພື່ອໃຫ້ພີ່ນ້ອງເຮັດພິທີທາງສາສະໜາ