ຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດ ເຜີຍແຜ່ ດຳລັດວ່າດ້ວຍ ລົດຂອງລັດ

ວັນທີ 30 ມີນາ 2022 ນີ້, ຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດໄດ້ເຜີຍແຜ່ ດຳລັດວ່າດ້ວຍ ລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະນິຕິກຳທີ່ກ່ຽວຂ້ອງ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອຄົ້ນຄວ້າລະບຽບການຄຸ້ມຄອງລົດ ບໍລິຫານຂອງລັດ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ,ຮອງກົມ ຈາກຂະແໜງການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ ກ່າວວ່າ: ການເຜີຍແຜ່ດຳລັດ ແລະ ນິຕິກຳດັ່ງກ່າວ ເພື່ອຮັບປະກັນ ແລະເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງປະຕິບັດ ໃຫ້ມີຄວາມເປັນເອກະພາບ, ໜັກແໜ້ນ ແລະ ໂປ່ງໄສເຊິ່ງລັດຖະບານ ໄດ້ມອບໝາຍໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບ ກັບກະຊວງການເງິນ ແລະ ບັນດາພາກສ່ວນກ່ຽວຂ້ອງ ຮ່າງດຳລັດວ່າດ້ວຍລົດຂອງລັດ ຈົນໄດ້ຮັບການຮັບຮອງ ແລະປະກາດໃຊ້ ຢ່າງເປັນທາງການ, ພ້ອມດຽວກັນນັ້ນ,ໃຫ້ອົງການຈັດຕັ້ງຂອງ ພັກ-ລັດ, ແນວລາວສ້າງຊາດ,ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ,ກົມກອງກຳລັງປະກອບອາວຸດ, ຫົວໜ່ວຍໂຄງການແລະ ລັດວິສາຫະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນພ້ອມກັນຈັດຕັ້ງປະຕິບັດ ດຳລັດສະບັບນີ້ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ການນຳໃຊ້ລົດຂອງລັດ ຖືກຕ້ອງຕາມແນວທາງ ແລະ ມີຄວາມໂປ່ງໃສ.

ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ໄດ້ຍົກໃຫ້ເຫັນ ຈຸດປະສົງຂອງການສ້າງດຳລັດ ເຊິ່ງດຳລັດສະບັບນີ້, ໄດ້ກຳນົດຫລັກການ,ລະບຽບການກ່ຽວກັບການປະກອບ, ການຄຸ້ມຄອງນຳໃຊ້, ການປົກປັກຮັກສາ ແລະ ການສະສາງ ລົດຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ ອົງການຈັດຕັ້ງຂອງພັກ-ລັດ, ແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ແລະ ລັດວິສາຫະກິດທຸກລະດັບ ຕະຫລອດຮອດພະນັກງານຜູ້ທີ່ມີສິດ ນໍາໃຊ້ລົດປະຈຳຕຳແໜ່ງການນຳຂັ້ນສູງໃນການບໍລິຫານລົດຂອງລັດ ແນໃສ່ສ້າງຄວາມເປັນເອກະພາບສູງໃນການຈັດ ຕັ້ງປະຕິບັດຕົວຈິງ ໃນຂອບເຂດທົ່ວປະເທດ, ທັງຮັບປະກັນ ປະຕິບັດນະໂຍບາຍປະ ຢັດແຫ່ງຊາດ ແລະ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງ ຂອງປະເທດເຮົາ.

ທ່ານ ບຸນປອນ ວັນນະຈິດ ຍັງໃຫ້ຮູ້ອີກວ່າ: ລົດຂອງລັດ ແມ່ນຊັບສິນຂອງລັດ ທີ່ໄດ້ມາຈາກການຈັດຊື້ດ້ວຍງົບປະມານແຫ່ງລັດ, ງົບປະມານຂອງ ລັດວິສາຫະກິດ, ທຶນກູ້ຢືມ, ການຊ່ວຍເຫລືອລ້າດ້ວຍຮູບການຕ່າງໆ ຈາກການຈັດຕັ້ງ ຫລື ບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ, ລວມທັງໄດ້ມາຈາກການຮິບຕາມຄຳຕັດສິນຂອງສານ ເຊິ່ງຕ້ອງໄດ້ຂຶ້ນບັນຊີຊັບສິນຂອງລັດ ນຳຂະແໜງການເງິນ, ອອກໃບທະບຽນ ແລະ ຕິດປ້າຍທະບຽນນຳຂະແໜງການທີ່ກ່ຽວຂ້ອງ ຕາມລະບຽບການ ເຊິ່ງລົດຂອງລັດ ຈະຖືກປະກອບໃຫ້ເປົ້າໝາຍສະເພາະເພື່ອຮັບໃຊ້ເຂົ້າໃນວຽກງານບໍລິຫານລັດ, ວິຊາສະເພາະ ແລະ ວິຊາສະເພາະຈຳເພາະ, ລົດປະຈຳຕຳແໜ່ງ ແລະ ລັດວິສາຫະກິດ ຕາມພາລະບົດບາດທີ່ຖືກມອບໝາຍ.

ສຳລັບ ການປະກອບລົດປະຈຳຕຳແໜ່ງການນຳລະດັບສູງ ແລະ ນໍ້າມັນ ແມ່ນມີ 4 ປະເພດ ຄື: ການນຳລະດັບສູງ ປະເພດ I ໄດ້ລົດເກັງ 1 ຄັນ, ລົດສຳຮອງ ປະເພດລົດຈິບ 1 ຄັນ, ນໍ້າມັນ 200 ລິດຕໍ່ເດືອນ; ປະເພດ II ໄດ້ລົດເກັງ1 ຄັນ, ລົດສຳຮອງປະເພດລົດຈິບ 1 ຄັນ, ນໍ້າມັນ 180 ລິດຕໍ່ເດືອນ,ປະເພດ III ໄດ້ລົດເກັງ 1 ຄັນ, ນໍ້າມັນ 150 ລິດ ຕໍ່ເດືອນ ແລະ ປະເພດ IV ໄດ້ລົດເກັງ 1 ຄັນ, ນໍ້າມັນ120 ລິດ ຕໍ່ເດືອນ. ສຳລັບ ພາຫານະທີ່ນຳໃຊ້ການເຄື່ອນໄຫວວຽກງານທາງການ ທີ່ຈຳເປັນຂອງການນຳຂັ້ນສູງ ປະເພດ III ແລະ IV ແມ່ນໃຫ້ນຳໃຊ້ລົດບໍລິຫານລວມ.

ພ້ອມດຽວກັນນັ້ນ, ຫົວໜ້າກົມບໍລິຫານ-ພິທີການແລະ ການເງິນ, ພ້ອມດ້ວຍ ຮອງຫົວໜ້າກົມນະໂຍບາຍ ກະຊວງການເງິນ ກໍໄດ້ຜັດປ່ຽນກັນເຜີຍແຜ່ ຄຳແນະນຳກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ ລົດບໍລິຫານຂອງລັດ ແລະ ຄຳແນະນຳ ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍລົດຂອງລັດ ເລກທີ599/ລບ ສະເພາະລົດປະຈຳຕຳແໜ່ງການນຳລະດັບສູງ ປະເພດ I ຫາ IV ຕື່ມອີກ.

Related Posts

Leave a Reply

Your email address will not be published. Required fields are marked *