ດ່ວນ!!ສົດໆຮ້ອນໆ ໂຈນໃຈບາບລັກຊັບຄູບາຢູ່ໃນວັດ ວັນທີ1/4/2022 ເວລາປະມານ 21 ໂມງ ໄດ້ມີໂຈນ2ຄົນໄປລັກຊັບສິນຂອງ ຄູບາຢູ່ໃນ ວັດປ່າຫນອງບົວທອງ ເມືອງສີໂຄດ ນະຄອນຫລວງວຽງຈັນ

_

ໄດ້ເງີນໄປປະມານ 5 ລ້ານກີບ,ໂທລະສັບຫນຶ່ງຫນ່ວຍ,ຄອມພິວເຕີ້ຫນຶ່ງເຄື່ອງ ແຕ່ພົນລະເມືອງດີໄດ້ຊ່ວຍກັນຕາມຈັບຕົວໄດ້ທັງຫມົດ 2 ຄົນແລ້ວຄື:
1.ທ້າວກ້ວຍ ບ້ານໂພນຄຳ ເມືອງສີໂຄດ ນະຄອນຫລວງ.

2.(ບໍ່ຮູ້ຊື່) ເປັນຄົນແຂວງອັດຕະປື ທີ່ມາອາໄສຢູ່ນະຄອນຫລວງ

ພົນລະເມືອງໄດ້ຍຶດເອົາຊັບສິນທີ່ໂຈນລັກໄປນັ້ນຄືໃຫ້ກັບຄູບາຫມົດແລ້ວ ແລະ ພົນລະເມືອງດີຍັງໄດ້ຈັບໂຈນທັງ 2 ຄົນ ສົ່ງໃຫ້ ກັບເຈົ້າຫນ້າທີ່ຕຳຫລວດ (ປກສ.ກຸ່ມ4 ບ້ານໂພນຕ້ອງ) ແລະສົ່ງຕົວຕໍ່ໄປໃຫ້ ປກສ.ເມືອງຈັນທະບູລີ ເພື່ອນຳຕົວໄປດຳເນີນຄະດີຕາມລະບຽບຫມາຍຂອງບ້ານເມືອຕໍ່ໄປ.

ຂໍ້ມູນຈາກ: ເຜືອກ ກັນລະຍາ(ເປັນພົນລະເມືອງດີທີ່ຊ່ວຍຈັບໂຈນໃຈບາບ)
#ເບິ່ງຄຣິບຕອນຈັບ