ສະຫຼຸບວຽກງານຄວບຄຸມພະຍາດຕິດຕໍ່ ປະຈຳປີ 2021 ແລະ ທິດທາງແຜນການປີ 2022,

ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານຄວບຄຸມພະຍາດຕິດຕໍ່ ປະຈຳປີ 2021 ແລະ ທິດທາງແຜນການປີ 2022,

ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ປອ ດຣ.ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກົມ, ສູນ ແລະ ຄະນະພະແນກສາທາລະນະສຸກທົ່ວປະເທດເຂົ້າຮ່ວມ.

ຈຸດປະສົງກໍ່ເພື່ອຮັບຟັງຜົນສຳເລັດຂອງການຈັດຕັ້ງວຽກງານຄວບຄຸມພະຍາດຕິດຕໍ່ ປີ 2021, ຈຸດດີ ຂໍ້ຍຸ້ງຍາກ ແລະ ສິ່ງທ້າທາຍ ເພື່ອຫາວິທີແກ້ໄຂ ກອງປະຊຸມໄດ້ມີການສົນທະນາແລກປ່ຽນຄວາມຄິດຄວາມເຫັນລະຫວ່າງຂັ້ນສູນກາງ ແລະ ແຂວງ ເປົ້າໝາຍກໍ່ເພື່ອລົບລ້າງພະຍາດຕິດຕໍ່ເຊັ່ນ: ພະຍາດຂາຊ້າງ ວາງແຜນລົບລ່າງໃນປີ 2022, ພະຍາດໄຂ້ມາລາເຣຍ ເປົ້າໝາຍລົບລ້າງໃນປີ 2023 ທົ່ວປະເທດ, ສຳລັບ P.f ແລະ P.v ຢູ່ 13 ແຂວງພາກເໜືອໃນປີ 2025, ເຊື້ອ ເຮສໄອວີ/ພະຍາດເອດ ແລະ ພະບາດຕິດຕໍ່ທາງເພດສຳພັນ ເປົ້າໝາຍລົບລ້າງໃນປີ 2030,

ພະຍາດວັນນະໂລກ ເປົ້າໝາຍລົບລ້າງໃນປີ 2030 ແລະ ພະຍາດໃບໄມ້ໃນເລືອດ ເປົ້າໝາຍລົບລ້າງໃນປີ 2035 ຈາກນັ້ນກໍ່ໄດ້ວາງແຜນການ ປີ 2022 ໂດຍປະຕິບັດຕາມກິດຈະກຳວຽກງານຄວບຄຸມພະຍາດຕິດຕໍ່ໃຫ້ບັນລຸຕາມເປົ້າໝາຍທີ່ໄດວາງໄວ້

31ມີນາ 2022 ທີ່ສະໂມສອນໄຟຟ້າ ທ່າລາດ ແຂວງວຽງຈັນ

Related Posts

Leave a Reply

Your email address will not be published. Required fields are marked *