ຄຳທຳນາຍ ປີໃໝ່ລາວ ຈສ 1384 ພສ 2565
ຄຳທຳນາຍປີໃໝ່ລາວ ຈສ 1384, ພສ 2565
#ວັນສັງຂານລ່ວງ: ວັນພະຫັດ ຂຶ້ນ 13 ຄ່ຳ, ເດືອນ 5, ພ.ສ 2564ກົງກັບວັນທີ 14 ເມສາ 2022, ເວລາ 9ໂມງ 52 ນາທີ 12 ວິນາທີ.
#ວັນສັງຂານເນົາ ວັນສຸກ ຂຶ້ນ 14 ຄ່ຳ, ເດືອນ 5, ພ.ສ 2564 ກົງກັບວັນທີ 15 ເມສາ 2022.
#ວັນສັງຂານຂຶ້ນ ວັນເສົາ ຂຶ້ນ 15 ຄ່ຳ, ເດືອນ 5, ພ.ສ 2564 ກົງກັບວັນທີ 16 ເມສາ 2022,ເວ ລາ 13ໂມງ 49 ນາທີ 48 ວິນາທີ, ປ່ຽນວັນຖະເຫລີງສົກປີໃໝ່ລາວ ຈສ 1384.
ນາງສັງຂານ: ເທບທິດາອົງທີ 5 ນາມວ່າ: “ກິຣິນີເທວີ” ຊົງພະຫຸຣັດທັດດອກມົນທາອາພອນປະດັບດ້ວຍແກ້ວມໍລະກົດ (ແກ້ວສີຂຽວ), ສະເຫວີຍຖົ່ວງາເປັນອາຫານ,ພະຫັດຂວາຊົງຖືຂໍຊ້າງ, ພະຫັດຊ້າຍຊົງຖືປືນ, ສະເດັດຢືນມາເທິງຫລັງຊ້າງເປັນພາຫະນະ.
ເກນພິຣຸນນະສາດ: ພະອາທິດເປັນອະທິບໍດີນາກຫລິ້ນນ້ຳ 4 ໂຕບັນດານໃຫ້ຝົນຕົກ 400 ທ່າຕົກໃນປ່າຫິມະພານ 120 ຫ່າຕົກໃນຂອບຈັກກະວານ 160 ທ່າຕົກໃນມະຍາສະໝຸດ 80 ທ່າຕົກໃນມະນຸດໂລກ 40 ປາ.
ເກນທັນຍາຫານ: ຊື່ວ່າ ປັດຈະສິມະເຂົ້າກ້າໄຮ່ນາຈະໄດ້ 1 ສ່ວນ ເສຍ 5 ສ່ວນໂພຊະນີຍາຫານ ມີພໍຄວນປະຊາຊົນພົນລະເມືອງຈະສຸກແຕ່ທຸກແດ່ປະປົນກັນໄປ.
ເກນທາຣາທິຄຸນ: ຕົກລາສີເຕໂຊນ້ຳຈະໜ້ອຍຝົນຕົ້ນປີຈະຕົກພໍດີກາງປີຈະຕົກໜ້ອຍທ້າຍຈະຕົກຫລາຍ,ນາລຸ່ມຈະດີ ແຕ່ນາຕອນຈະບໍ່ດີຈະມີລົມພັດແຮງທີ່ສຸດມາຈາກທິດທັງ 4.
ຜະລານັດສະນັ່ງສາຫານ: ໝາກໄມ້ຈະເປັນຕົວເປັນແມງຈໍານວນຫລາຍ ພິພູຈະແພງ, ຊີ້ນປາອາຫານຈະມີພໍຄວນ.
ເກນຣຸກຂະຊາດ: ໄມ້ງິ້ວເປັນພະຍາບ້ານເມືອງຈະສະມາງົບສຸກດີແຕ່ຟ້າຝົນບໍ່ຄ່ອຍດີປານໃດ.
ເກນກາລະໂຍກ: ວັນພຸດເປັນທຸງໄຊວັນອັງຄານເປັນອະທິບໍດີວັນອາທິດເປັນອຸບາດວັນພະຫັດເປັນໂລກາວິນາດ.
