🇷🇺💣ເປັນຫຍັງລັດເຊຍຈຶ່ງບຸກໂຈມຕີຢູເຄຣນ ?

1. ຍ້ອນຢູເຄຣນຈະເຂົ້າກຸ່ມນາໂຕ້ ຊຶ່ງລັດເຊຍໄດ້ສະເໜີບໍ່ໃຫ້ຢູເຄຣນເຂົ້ານາໂຕ້ມາແຕ່ດົນນານແລ້ວ ແຕ່ຢູເຄຣນຍັງດື້ດັນຈະເຂົ້າໃຫ້ໄດ້.
ເມື່ອລັດເຊຍສະເໜີຢູເຄຣນ ຢູເຄຣນບໍ່ຕອບສະໜອງ ລັດເຊຍຈຶ່ງໄດ້ຍື່ນຄຳສະເໜີໄປຫາກຸ່ມນາໂຕ້ ບໍ່ໃຫ້ຮັບຢູເຄຣນເຂົ້າເປັນສະມາຊິກ ແຕ່ກຸ່ມນາໂຕ້ກໍບໍ່ຕອບສະໜອງຄຳສະເໜີຂອງລັດເຊຍເຊັ່ນກັນ, ໃນເມື່ອຄໍາສະເໜີຂອງລັດເຊຍບໍ່ໄດ້ຮັບການຕອບສະໜອງ ລັດເຊຍຈຶ່ງຈໍາເປັນຕ້ອງໄດ້ບຸກໂຈມຕີຢູເຄຣນ ເພື່ອຕັດໄຟແຕ່ຕົ້ນລົ້ມ.
2. ຢູເຄຣນ ແລະ ລັດເຊຍ ມີປະຫວັດສາດຮ່ວມກັນມາຍາວນານ ບາງເຂດແຂວ້ນຂອງຢູເຄຣນ ມີປະຊາຊົນທີ່ປາກເວົ້າພາສາລັດເຊຍ ລັດຖະບານຢູເຄຣນປະຕິບັດຕໍ່ປະຊາຊົນທີ່ປາກເວົ້າພາສາລັດເຊຍບໍ່ຄ່ອຍຍຸດຕິທຳສະເໝີພາບເທົ່າທຽມກັບຊາວຢູເຄຣນ ເປັນສາເຫດພາໃຫ້ແຫຼມໄຄຣເມຍໄດ້ລົງປະຊາມະຕິແຍກຕົວອອກຈາກຢູເຄຣນ ແລ້ວເຂົ້າເປັນສ່ວນໜຶ່ງຂອງລັດເຊຍ ແລະ ມີບາງເຂດແຂວ້ນໃນພາກຕາເວັນອອກຂອງຢູເຄຣນທີ່ປາກເວົ້າພາສາລັດເຊຍກຳລັງຢາກແຍກຕົວອອກຈາກຢູເຄຣນອີກ ເຮັດໃຫ້ລັດຖະບານຢູເຄຣນປາບປາມກຸ່ມຄົນເຫຼົ່ານີ້ຢ່າງໜັກໜ່ວງ ມີຄົນເສຍຊີວິດຮອດໝື່ນກວ່າຄົນ ລັດເຊຍຈຶ່ງເວົ້າວ່າ ລັດຖະບານຢູເຄຣນຂ້າລ້າງເຜົ່າພັນຄົນທີ່ປາກເວົ້າພາສາລັດເຊຍໃນຢູເຄຣນ ລັດເຊຍຈຶ່ງຈຳເປັນຕ້ອງບຸກໂຈມຕີຢູເຄຣນ ເພື່ອປົກປ້ອງຊາວຢູເຄຣນທີ່ປາກເວົ້າພາສາລັດເຊຍ.
🇺🇦ຢູເຄຣນເປັນປະເທດອະທິປະໄຕ ມີເອກະລາດ ບໍ່ຂຶ້ນກັບລັດເຊຍ ເປັນຫຍັງຈຶ່ງເຮັດໃນສິ່ງທີ່ຢູເຄຣນຕ້ອງການບໍ່ໄດ້ ? (ເປັນຫຍັງຈຶ່ງເຂົ້າກຸ່ມນາໂຕ້ບໍ່ໄດ້ ?)
ແນ່ນອນ ຢູເຄຣນເປັນປະເທດເອກະລາດ ມີສິດເຮັດທຸກຢ່າງທີ່ຕ້ອງການ ຫາກວ່າສິ່ງທີ່ເຮັດນັ້ນ ບໍ່ໄດ້ແຕະຕ້ອງເຖິງຜົນປະໂຫຍດ ຫຼື ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງຊາດອື່ນ.
ການທີ່ຢູເຄຣນຈະເຂົ້າກຸ່ມນາໂຕ້ນັ້ນ ໝາຍເຖິງຢູເຄຣນກຳລັງກາຍເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ຄວາມໝັ້ນຄົງຂອງລັດເຊຍ ເພາະວ່າ ໃນສະໄໝສະຫະພາບໂຊວຽດ ຈຸດປະສົງຂອງນາໂຕ້ແມ່ນເປັນອົງກອນສົນທິສັນຍາປ້ອງກັນປະເທດຮ່ວມກັນ ຕ້ານຢັນອິດທິພົນຂອງສະຫະພາບໂຊວຽດ ເມື່ອສະຫະພາບໂຊວຽດໄດ້ລົ້ມສະຫຼາຍແລ້ວ ອົງກອນນີ້ຄວນຢຸດຕິບົດບາດ ແຕ່ກົງກັນຂ້າມ ສໍາພັດໄດ້ຂະຫຍາຍສະມາຊິກເພີ່ມອີກຫຼາຍປະເທດ ຍັບເຂົ້າໄປຫາລັດເຊຍ ໂດຍເຮັດຜິດສັນຍາທີ່ໄດ້ມີໃຫ້ກັບສະຫະພາບໂຊວຽດວ່າ ຈະບໍ່ຂະຫຍາຍສະມາຊິກເພີ່ມອີກ.
ເນື້ອແທ້ແລ້ວຈຸດປະສົງຂອງນາໂຕ້ໃນປັດຈຸບັນນີ້ຄື ປິດລ້ອມ ແລະ ດັບສູນລັດເຊຍ ເມື່ອໃດຢູເຄຣນໄດ້ເຂົ້າກຸ່ມນາໂຕ້ ບັນດາອາວຸດທໍາລາຍລ້າງຂອງນາໂຕ້ກໍສາມາດຕິດຕັ້ງຢູ່ໜ້າບ້ານຂອງລັດເຊຍ ໃຊ້ເວລາຍິງບໍ່ກາຍ 5 ນາທີກໍເຖິງນະຄອນຫຼວງມົດສະກູ ບໍ່ມີເວລາພໍທີ່ຈະປ້ອງກັນໄດ້, ອີກດ້ານໜຶ່ງຊາຍແດນລະຫວ່າງຢູເຄຣນ ແລະ ລັດເຊຍສ່ວນຫຼາຍເປັນທົ່ງພຽງ ງ່າຍຕໍ່ການບຸກລຸກທາງພາກພື້ນດິນເຂົ້າໄປລັດເຊຍ.
ນອກຈາກນັ້ນ, ປະທານາທີບໍດີຢູເຄຣນຄົນປັດຈຸບັນ ເຄີຍໄດ້ປະກາດໄວ້ວ່າ ເມື່ອໃດຢູເຄຣນໄດ້ເຂົ້ານາໂຕ້ ຈະຕີເອົາແຫຼມໄຄຣເມຍຄືນ ແລະ ຮ່ວມກັບນາໂຕ້ຄວບຄຸມທະເລດໍາປິດລ້ອມລັດເຊຍບໍ່ໃຫ້ເຂົ້າອອກເສັ້ນທາງນີ້ໄດ້. ດັ່ງນັ້ນ, ລັດເຊຍຈຶ່ງບໍ່ສາມາດປ່ອຍໃຫ້ຢູເຄຣນເຂົ້າກຸ່ມນາໂຕ້ໄດ້ຢ່າງເດັດຂາດ ເພາະວ່າ ເປັນໄພອັນຕະລາຍຢ່າງຮ້າຍແຮງຕໍ່ຄວາມໝັ້ນຄົງຂອງລັດເຊຍ.
🇺🇳ລັດເຊຍບຸກໂຈມຕີຢູເຄຣນຄັ້ງນີ້ ຜິດກັບກົດບັດສະຫະປະຊາຊາດບໍ່ ?
ໃນມຸມມອງຂອງກຸ່ມນາໂຕ້ ແລະ ຢູເຄຣນແມ່ນ ຜິດກັບກົດບັດສະຫະປະຊາຊາດ ປະເທດໃດໜຶ່ງ ບໍ່ສາມາດໂຈມຕີອີກປະເທດໜຶ່ງໄດ້; ແຕ່ໃນມຸມມອງຂອງລັັດເຊຍແມ່ນບໍ່ຜິດ ເພາະວ່າ ສິ່ງທີ່ຢູເຄຣນກໍາລັງເຮັດນັ້ນ ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງຂອງລັດເຊຍ ການບຸກໂຈມຕີຂອງລັດເຊຍ ແມ່ນເປັນການປົກປ້ອງຄວາມໝັ້ນຄົງຂອງລັດເຊຍ ບໍ່ແມ່ນການຮຸກຮານປະເທດອື່ນໂດຍບໍ່ມີເຫດຜົນ ແລະ ກຸ່ມນາໂຕ້ເອງ ກໍໄດ້ບຸກໂຈມຕີຫຼາຍປະເທດໃນໂລກຈົນນັບບໍ່ຖ້ວນ ໂດຍອ້າງຜົນປະໂຫຍດ ແລະ ຄວາມໝັ້ນຄົງເຊັ່ນກັນ.
✴️ຕົ້ນເຫດຂອງວິກິດຄັ້ງນີ້ມາຈາກໃສ ? ▶️ແນ່ນອນ ມີຫຼາຍສາເຫດ ແຕ່ສາເຫດຫຼັກແມ່ນມາຈາກອາເມລິກາ ຊຶ່ງໃນປີ 2008 ປະທານາທີບໍດີຂອງ ອາເມລິກາ ທ່ານ ຈໍຊ ດັບເບີນຢູ ບຸສ ໄດ້ປະກາດໃຫ້ຢູເຄຣນວ່າ ມື້ໜຶ່ງໃນຂ້າງໜ້າຈະຮັບເອົາຢູເຄຣນເຂົ້າກຸ່ມນາໂຕ້ ເລີ່ມແຕ່ນັ້ນເປັນຕົ້ນມາ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຮຸ່ນແຮງຂຶ້ນເລື້ອຍໆ ຈົນເກີດມີວິກິດຄືສູ່ມື້ນີ້.
▶️ຖ້າວ່າລັດເຊຍບໍ່ບຸກໂຈມຕີໃນມື້ນີ້ ຢູເຄຣນກໍຈະກາຍເປັນໄພອັນຕະລາຍຕໍ່ລັດເຊຍ ລັດເຊຍມີຄວາມຈໍາເປັນຕ້ອງເຮັດ ເພາະມັນໝາຍເຖິງຄວາມເປັນຄວາມຕາຍຂອງລັດເຊຍ.
▶️ຖ້າຢູເຄຣນວາງຕົວເປັນກາງ ບໍ່ຝັກໃຝ່ຫານາໂຕ້ ແລະ ບໍ່ແມ່ນຢູ່ໃຕ້ການປົກຄອງຂອງລັດເຊຍ ເວົ້າງ່າຍໆຄື ປະທານາທີບໍດີຢູເຄຣນເວົ້າໜຶ່ງປະໂຫຍກແຕ່ຫົວທີວ່າ ຈະບໍ່ເຂົ້າກຸ່ມນາໂຕ້ ພຽງເທົ່ານີ້ຊາວປະຊາຢູເຄຣນກໍຈະໄດ້ຢູ່ເຢັນເປັນສຸກ ບ້ານເມືອງຈະບໍ່ເປັນເຖົ່າຖ່ານຄືສູ່ມື້ນີ້ ການເສຍຫາຍບ້ານເມືອງໃນຄັ້ງນີ້ຈຶ່ງຖືໄດ້ວ່າ ເປັນຄວາມຜິດຂອງຜູ້ນໍາຢູເຄຣນ.
▶️ໃນຖານະທີ່ອາເມລິກາເປັນແກນນໍາຂອງກຸ່ມນາໂຕ້ ພຽງແຕ່ລັດຖະບານອາເມລິກາໃຫ້ຄໍາຕອບວ່າ ຈະບໍ່ຮັບເອົາຢູເຄຣນເຂົ້າກຸ່ມນາໂຕ້ ພຽງເທົ່ານີ້ກໍຈະບໍ່ເກີດວິກິດຄັ້ງນີ້, ບໍ່ໄດ້ໜັກໜາສາຫັດຫຍັງ, ບໍ່ໄດ້ຍາກຊາຫຍັງ ພຽງແຕ່ບອກວ່າຈະບໍ່ຮັບຢູເຄຣນເຂົ້າກຸ່ມນາໂຕ້ ເລື່ອງກໍຈົບ ແລະ ການທີ່ບໍ່ໄດ້ຮັບເອົາຢູເຄຣນເຂົ້າກຸ່ມນາໂຕ້ນັ້ນ ບໍ່ໄດ້ສ້າງຄວາມເດືອດຮ້ອນຫຍັງໃຫ້ແກ່ປະເທດຊາດ ແລະ ປະຊາຊົນອາເມລິກາ ເປັນຫຍັງລັດຖະບານອາເມລິກາຈຶ່ງຕ້ອງມາຊັກຈຸງຍຸແຍ່ໃຫ້ເກີດມີບັນຫາ.
ສະນັ້ນ, ຕົ້ນເຫດຂອງວິກິດນີ້ຈຶ່ງເວົ້າໄດ້ວ່າ ມາຈາກອາເມລິກາ ຍ້ອນອາເມລິກາ ແລະ ນາໂຕ້ມີຈຸດປະສົງຢາກປິດລ້ອມ ແລະ ດັບສູນລັດເຊຍ ເພື່ອຈະເປັນເຈົ້າໂລກຕໍ່ໄປ, ຍ້ອນຜູ້ນໍາອາເມລິກາເຫັນແກ່ຜົນປະໂຫຍດຂອງຕົນໃນຢູເຄຣນ, ປັດຈຸບັນ ລູກຊາຍຂອງທ່ານ ໂຈ ໄບເດັນ ດໍາເນີນບໍລິສັດດ້ານພະລັງງານໃນຢູເຄຣນ ແລະ ຜົນປະໂຫຍດອື່ນໆອີກເຊັ່ນວ່າ ຍຸແຍ່ໃຫ້ເກີດສົງຄາມ ເພື່ອຂາຍອາວຸດ, ຍຸແຍ່ຢູເຄຣນໃຫ້ຜິດກັບລັດເຊຍ ແລ້ວລຸມຂວໍ້າບາດລັດເຊຍ ເພື່ອຕັດການຂາຍນໍ້າມັນ ແລະ ແກສຂອງລັດເຊຍ ແລ້ວອາເມລິກາຈະໄດ້ຂາຍແທນລັດເຊຍ.
ສະນັ້ນ, ສາເຫດຂອງວິກິດຢູເຄຣນຄັ້ງນີ້ແມ່ນ ມາຈາກອາເມລິກາຢ່າງແທ້ຈິງ ບໍ່ແມ່ນເປັນການກ່າວຫາ ຫລື ໃສ່ຮ້າຍປ້າຍສີແຕ່ປະການໃດ ມັນຄືຄວາມຈິງ ຄືດັ່ງໃນກອງປະຊຸມທາງໄກລະຫວ່າງ ທ່ານ ໂຈ ໄບເດັນ ກັບ ທ່ານ ສີ ຈີ້ນພິງ ໃນວັນທີ 18 ມີນາ 2022. ທ່ານ ໂຈ ໄບເດັນ ໄດ້ຖາມວ່າ ຕົກລົງຈີນຈະເຮັດແນວໃດແທ້ ຈະຊ່ວຍໂລກຢຸດຢັ້ງລັດເຊຍບໍ່ໃຫ້ດຳເນີນສົງຄາມຫລືບໍ່ ? ທ່ານ ສີ ຈີ້ນພິງ ໄດ້ຕອບວ່າ ຜູ້ໃດຜູກກະດິ່ງໃສ່ຄໍເສືອ ຜູ້ນັ້ນກໍຕ້ອງແກ້ເອງ (解铃还须系铃人) ນັ້ນສະແດງອອກຢ່າງຈະແຈ້ງວ່າ ອາເມລິກາເແມ່ນຕົ້ນເຫດຂອງວິກິດຄັ້ງນີ້.
ຂໍ້ມູນມາຈາກ
