ວັນທີ4ເມສາ2022#ຝາກເພຶ່ອນເຟສຊ່ວຍກົດແຊຣ໌ໃຫ້ໄປຮອດຍາດພີ່ນ້ອງ
ໃນເບຶ້ອງຕົ້ນ ຄິດວ່າຈະບໍ່ເອົາລົງເຟສ ແຕ່ພໍຄິດດີໆ ແລ້ວຖ້າເອົາລົງເຟສ ກໍ່ອາດຈະເປັນປາກກະບອກສຽງໜຶ່ງ ຊ່ວຍເຈົ້າໜ້າທີ່ ຫຼືພາກສ່ວນທີ່ກ່ຽວຂ້ອງ ໃນການສຶບຫາຍາດຕິພີ່ນ້ອງ ຂອງຫຼານນ້ອຍຄົນນີ້…
ຜູ້ທີ່ມີຊີວິດເຕັມໄປດ້ວຍບັນຫາແລະອຸປະສັກ ຂາດຄວາມອົບອຸ່ນຈາກຄອບຄົວ ຕ້ອງພັດພາກຈາກຜູ້ເປັນແມ່ຕັ້ງແຕ່ຮຽນຢູ່ຊັ້ນປ1,ຕ້ອງອາໄສຢູ່ກັບຜູ້ເປັນພໍ່,ບໍ່ມີໂອກາດໄດ້ຮຽນໜັງສືຕໍ່ ແລະຕ້ອງມາສູນເສຍພໍ່ຜູ້ໃຫ້ກຳເນີດອີກ ເລຶ້ອງມີຢູ່ວ່າ: ໃນຕອນເຊົ້າຂອງວັນທີ 26 ກຸມພາ2022 ທີ່ຜ່ານມາ ໄດ້ມີປະຊາຊົນທີ່ອາໄສຢູ່ຫ້ອງແຖວ ເຂດຮ່ອມ8ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ອຳນາດການປົກຄອງບ້ານວ່າ: ມີປະຊາຊົນນອນເສຍຊີວິດຄາຫ້ອງແຖວ
ທາງອຳນາດການປົກຄອງບ້ານ ກໍ່ໄດ້ສົມທົບກັບ ປກສ ກຸ່ມບ້ານໄຊ ແລະ ກອງພິສູດຫຼັກຖານຂອງເມືອງ ລົງເກັບກຳຂໍ້ມູນ ແລະສັນລະສູດສົບ ກໍ່ໄດ້ພົບວ່າ: ຜູ້ທີ່ເສຍຊີວິດ ແມ່ນຊື່: ທ. ຊາຍ ອາຍຸປະມານ40ປີ,ເດີນທາງມາ2ຄົນກັບລູກ ມາແຕ່ເມືອງງອຍ ແຂວງຫຼວງພະບາງ ມາເຊົ່າຫ້ອງແຖວແຫ່ງນີ້ ເປັນເວລາ27ວັນ (ຕາມການບອກເລົ່າ ຈາກລູກແລະຄົນໃນຫ້ອງແຖວເພາະບໍ່ພົບເອກະສານຢັ້ງຢືນຕົວຕົນຕິດໂຕ) ຜ່ານການສັນລະສູດສົບພົບວ່າບໍ່ມີບາດແຜ ຖືກທຳຮ້າຍຮ່າງກາຍແຕ່ຢ່າງໃດ ພາກສ່ວນທີ່ກ່ຽວຂ້ອງນຶ່ງສັນນິຖານວ່າ “ນອນໃຫຼຕາຍ” ທາງພາກສ່ວນທີ່ກ່ຽວຂ້ອງຈຶ່ງຕົກລົງມອບສົບໃຫ້ບ້ານ ແລະເຈົ້າຂອງຫ້ອງແຖວ ເປັນຜູ້ທຳພິທີ ໃນທາງສາດສະໜາ ;
ບ້ານຈຶ່ງໄດ້ປຶກສາກັບຄະນະນຳຂັ້ນເມືອງ ເພິ່ນຈຶ່ງແນະນຳໃຫ້ປະສານຫາ ມູນນິທິຊ່ວຍເຫຼືອຄົນທະກຍາກ ແຫ່ງ ສປປລາວ (ກູ້ໄພ1623) ທາງມູນນິທິຈຶ່ງໄດ້ ນຳເອົາສົບ ໄປເກັບໄວ້ໃນຫ້ອງເຢັນ ໃນໂຮງໝໍມະໂຫສົດ ເພື່ອລໍໃຫ້ຍາດພີ່ນ້ອງມາພົວພັນ (ປະຈຸບັນສົບລາວ ທາງມູນນິທິກໍ່ໄດ້ປະກອບພິທີຊາປະນະກິດສົບແລ້ວ ໃນວັນທີ ໃນວັນທີ29ເດຶອນມີນາ2022ຜ່ານມາ).
ສ່ວນ ທ່າວອ້າຍ ຜູ້ເປັນລູກຊາຍ ອາຍຸ ປະມານ 10ປີ ແມ່ນໄດ້ນ້ຳມາມອບໃຫ້ກັບ ອາຕະມາ (ພຣະອາຈານ ສຸນິກອນ ວັດສີຊົມຊື່ນ ບ້ານດອນໜຸນ)

_

ເພື່ອລໍຖ້າຍາດພີ່ນ້ອງມາພົ່ວພັນເອົາໄປເບິ່ງແຍງດູແລຕໍ່ ນັບຕັ້ງແຕ່ມື້ນັ້ນ (ວັນທີ26ກຸມພາ2022) ຈົນຮອດມື້ນີ້ ກໍ່ເປັນເວລາ 38 ວັນພໍດີ ແຕ່ກໍ່ຍັງບໍ່ມີຍາດພີ່ນ້ອງມາພົ່ວພັນເລີຍ ຊ່ວງໄລຍະເວລາທີ່ທີ່ຫຼານນ້ອຍໄດ້ມາຢູ່ນຳ ກໍເຮັດທຸກຢ່າງເທົ່າທີ່ຈະເຮັດໄດ້ ໃຫ້ຄວາມຮັກໃຫ້ຄວາມອົບອຸ່ນ ແລະໃຫ້ໄດ້ຮຽນໜັງສື ເຮັດໜ້າທີ່ຄວາມເປັນພໍ່ເປັນແມ່ໃຫ້ທັງໝົດ.

_

ດັ່ງນັ້ນ ອາຕະມາຈຶ່ງຂໍໃຊ້ພື້ນທີ່ນີ້ ປະກາດຫາຍາດຕິພີ່ນ້ອງ ຖ້າຫາກແມ່ນລູກຫຼານ , ຍາດຕິພີ່ນ້ອງ ຫຼືບຸກຄົນໃດຫາກຮູ້ຍາດຕິພີ່ນ້ອງ ຂອງມ້າງ ອ້າຍ ນີ້ ຂໍໃຫ້ຕິດຕໍ່ພົ່ວພັນມາຫາ ທາງອຳນາດການປົກຄອງບ້ານດອນໜູນ ຫຼື ຕິດຕໍໂອລົມກັບອາຕະມາໂດຍກົງເລີຍກໍ່ໄດ້ ໂທ: 020 99333208 (ພຣະອາຈານ ສຸນິກອນ ຈະເລີນສຸກ)

_

ທີ່ມາ
