ປະກາດຫາຄອບຄົວ ຜູ້ກ່ຽວ

🔉🔊🔊ປະກາດເດີຫຼັງຈາກທາງໂຮງໝໍນ້ອຍເທດສະບານບໍລິຄັນໄດ້ຮັບແຈ້ງຈາກ ກປສ ວ່າມີຄົນລົ້ມບໍ່ໄດ້ສະຕິ ຢູ່ແຄມທາງບ້ານໂນນສົມບູນເວລາ 13:30 ວັນທີ 5/4/2022,

ແພດທາງໂຮງໝໍນ້ອຍໄດ້ເຂົ້າໄປຮອດຈຸດເກີດເຫດເວລາປະມານ 13:50 ນາທີ, ພົບເຫັນຄຈ ເພດຍິງ ອາຍຸປະມານ 40++ ປີ, ຊົນເຜົ່າມົ້ງ ອາການເບື້ອງຕົ້ນບໍ່ໄດ້ສະຕິຖາມຕອບບໍ່ໄດ້ທາງແພດສົມທົບ ປກສ ເມືອງບໍລິຄັນ ໄດ້ກວດກາຕົວຈິງບໍ່ເຫັນມີບາດແຜໃດໆທັງສີ້ນ

ແຕ່ເປັນມີເລືອດແດງຊໍ້າໄຫຼອອກຈາກຫູເບື້ອງຊ້າຍ ແລະ ງ່ອນຫົວມີກ້ອນໄຄ່ບວມອ່ອນນຸ້ມໃຫຍ່ປະມານ 3 ຊມບໍ່ມີບາດແຜ ຄ້າຍຄືລົ້ມລົງຕຳໃສ່ພື້ນ

ສະນັ້ນທີມແພດຈື່ງໄດ້ນຳສົ່ງໄປ ຮໝ ແຂວງບໍລິຄຳໄຊຮອດເວລາ 14:30 ຂອງມື້ດຽວກັນ.ທີມແພດຊ່ວຍຈົນສຸດຄວາມສາມາດຮອດເວລາ 16:30 ຜູ້ກຽວກໍໄດ້ເສຍຊີວິດໄປແລ້ວ

#ເຊີນພີ່ນ້ອງທາງຜູ້ເສຍຊີວິດຈົ່ງໄປຮັບສົບຜູ້ກ່ຽວຢູ່ໂຮງໝໍແຂວງມາທຳພິທີ

#ເສຍໃຈນຳຄອບຄົວດ້ວຍ

ທີ່ມາ

Related Posts

Leave a Reply

Your email address will not be published. Required fields are marked *