ສະພາບອາກາດອາທິດນີ້ ອາກາດຈະເຢັນ ຫາ ໜາວເຢັນ

ສະພາບອາກາດອາທິດນີ້ ອາກາດຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າໃນແຕ່ລະພາກ​ ແລະ​ ທ້າຍອາທິດ ອາກາດຮ້ອນຂຶ້ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ​ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 4 ຫາ 10 ເມສາ 2022 ວ່າ: ໄລຍະວັນທີ 4 ຫາ 7 ເມສານີ້ ມວນອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກະລົມຕາເວັນອອກ ແລະ ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ອາກາດຈະໜາວເຢັນ ຫາ ໜາວຫຼາຍໂດຍສະເພາະຢູ່ແຂວງພາກເໜືອ,ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ.

ຈາກນັ້ນວັນທີ 8 ຫາ 10 ເມສາ 2022 ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ລົມຕາເວັນຕາເວັນຕົກ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນເປັນບາງໂອກາດໃນແຕ່ລະພາກ. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

_

_

Related Posts

Leave a Reply

Your email address will not be published. Required fields are marked *