ນາຍົກເຂົ້າທຳບຸນວັນປີໃຫມ່ ແລະ ເປັນວັນເກີດຂອງທ່ານນາຍົກ…

#ໃນຕອນເຊົ້າຂອງວັນພະຫັດ ກົງກັບ ມື້ເມິງເຮົ້າ ຂຶ້ນ ໑໓ ຄ່ຳ ເດືອນ ໕ ລາວ ວັນທີ ໑໔(14)/0໔ (4) ພຸດທະສັງກາດ ໒໕໖໔ -໒໕໖໕ ຄຣິສຕະສັງກາດ ໒໐໒໒ ( ພສ. 2564-2565, ຄສ 2022)

_

– ເນື່ອງໃນມື້ສັງຂານລ່ວງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ຄອບຄົວວິພາວັນ ໄດ້ເຂົ້າທຳບຸນ ແລະ ຫົດສົງນ້ຳພຣະ ແລະຫົດສົງພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານ ອົງການພຸດທະສາສະໜາສຳພັນ ແຫ່ງສປປລາວ ພ້ອມຖວາຍປັດໄຈເຄື່ອງທານຕ່າງໆ ເພື່ອກຽມຈະໄປສ້າງພຣະທາດທີ່ແຂວງພາກເໜືອ, ເພື່ອທຳບຸນອຸທິດຫາບັນພະບຸຣຸດຜູ້ມີຄຸນທັງຫລາຍ ແລະ ເພື່ອທຳບຸນເນື່ອງໃນວາຣະຄົບ ຮອບ 71 ປີ ຂອງທ່ານນາຍົກ

_

#ດ້ວຍເດດແຫ່ງຄຸນ ພຣະພຸດ ພຣະທຳ ແລະພຣະສັງຄະເຈົ້າ ຈົ່ງອຳນວຍໄຊໃຫ້ແກ່ທ່ານນາຍົກ ແລະຄອບຄົວຈົ່ງມີແຕ່ຄວາມສຸກຄວາມຈະເລີນ, ມີອາຍຸໝັ້ນຍືນຍາວ, ມີຜິວພັນຜ່ອງໃສ, ມີຄວາມສຸກກາຍ ສຸກໃຈ ຮົ່ມເຢັນເປັນສຸກ ພ້ອມຄອບຄົວ ປະເທດຊາດ ແລະພຣະສາສະໜາ ຕະລອດໄປ.

ກຳມາທິການເຜີຍແຜ່ພາບ: ພຣະອາຈານຄຳພັນ ວັດສີສະເກດ
