ກຳລັງເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນຈັບຢາບ້າ

ທະຫານນະຄອນຫຼວງວຽງຈັນ ອອກກວດກາລາດຕະເວນຮ່ວມກັບກຳລັງເຄື່ອນທີ່ ປກສ

ໃນວັນທີ 15 ເມສານີ້, ກຳລັງພະແນກສູ້ຮົບ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ນຳພາກຳລັງມາປະສານສົມທົບກັບ ກອງພັນປ້ອງເຄື່ອນທີ່ ນວ ອອກເຄື່ອນໄຫວກວດກາລາດຕະເວນວດກາຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງນະຄອນຫຼວງວຽງຈັນ ໄລຍະການຫຼິ້ນບຸນປີໃໝ່ລາວ, ສາມາດກັກລົດຈັກດັດແປງສະພາບໄດ້ ຈໍານວນ 3 ຄັນ ພ້ອມຂອງກາງຢາບ້າ ຈຳນວນໜຶ່ງ

_

ຮອ ສຸລິຍະ ສິດທະວົງ ວິຊາການພະແນກສູ້ຮົບ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການປະຕິບັດໜ້າທີ່ຂອງກໍາລັງພວກເຮົາໃນວັນທີ 15 ເມສາ 2022 ແມ່ນໄດ້ແບ່ງກໍາລັງອອກເປັນ 2 ພາກສ່ວນ ຄື: ພາກສ່ວນທີ 1 ແມ່ນອອກກວດກາລາດຕະເວນຮ່ວມກັບກຳລັງປ້ອງກັນເຄື່ອນທີ່ ປກສ ນວ ແລະ ພາກສ່ວນທີ 2 ແມ່ນຕິດຕາມສະພາບການຢູ່ 5 ຕົວເມືອງໃນ ຄື: ເມືອງຈັນທະບູລີ, ສີສັດຕະນາກ, ສີໂຄດຕະບອງ, ໄຊເສດຖາ ແລະ ເມືອງໄຊທານີ.

ໃນນີ້, ກວດພົບຜູ້ຂັບຂີ່ລົດຈັກດັດແປງສະພາບເຕັກນິກລົດຢູ່ບໍລິເວນຮ້ານເກມ ເຂດຂົວທາງລົດໄຟ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈຳນວນ 3 ຄັນ ຈຶ່ງໄດ້ເຂົ້າກວດຄົ້ນພົບຂອງກາງຢາບ້າ ຈຳນວນໜຶ່ງ ຈຶ່ງກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

ຮອ ສຸລິຍະ ສິດທິວົງ ໃຫ້ຮູ້ອີກວ່າ: ໃນໄລຍະການປະຕິບັດໜ້າທີ່ຮັກສາຄວາມສະຫງົບໂອກາດບຸນປີໃຫມ່ລາວ, ນາຍ ແລະ ພົນທະຫານນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຕາມການມອບໝາຍດ້ວຍຄວາມຮັບຜິດຊອບສູງ ສາມາດເຮັດລ້ອນໜ້າທີ່ ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍໃນຂອບເຂດຄວາມຮັບຜິດຊອບຂອງຕົນເອງ ແລະ ຈະສືບຕໍ່ປະຕິບັດໜ້າທີ່ໂດຍສະເພາະແມ່ນອອກເຄື່ອນໄຫວລາດຕະເວນຮ່ວມກັບກຳລັງປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງຈົນກວ່າຈະສິ້ນສຸດການສະເຫຼີມສະຫຼອງບຸນປີໃຫມ່ລາວ ພສ 2565.

ພາບ-ຂ່າວ: ຮທ ບຸນພະຈັນ

Related Posts

Leave a Reply

Your email address will not be published. Required fields are marked *