ຄຸ້ມຄ່າກັບການເສຍເວລາ 5 ນາທີ ອ່ານສາລະດີໆ!

ຄຸ້ມຄ່າກັບການເສຍເວລາ 5 ນາທີ ອ່ານສາລະດີໆ!
ຜົວເມຍຊາວນາທີ່ຍາກຈົນຄູ່ໜື່ງຫາກໍ່ເເຕ່ງງານໃໝ່ໆຍັງບໍ່ຮອດເດືອນເເລ້ວຜົວບອກເມຍວ່າ: ອ້າຍຈະອອກຈາກບ້ານໄປ ເເລະ ຈະເດີນທາງໄປໄກ ເພື່ອຊອກວຽກງານດີໆເຮັດເພື່ອໃຫ້ອະນາຄົດຂອງພວກເຮົາດີຂື້ນກວ່າຕອນນີ້, ອ້າຍບໍ່ຮູ້ວ່າຈະໄປດົນປານໃດຈື່ງຈະໄດ້ກັບມາ ເເຕ່ອ້າຍຂໍໃຫ້ນ້ອງລໍຖ້າອ້າຍ ເເລະ ຢ່ານອກໃຈອ້າຍ ສ່ວນອ້າຍກໍ່ຈະບໍ່ນອກໃຈນ້ອງເຊັ່ນກັນ.
ເມຍກໍ່ຕອບວ່າໄປວ່າ ນ້ອງສັນຍາວ່ານ້ອງຈະຊື່ສັດ ເເລະ ລໍຖ້າຈົນກວ່າອ້າຍກັບມາ. ມື້ຕໍ່ມາຜົວກໍ່ອອກເດີນໄປຫຼາຍມື້ຫຼາຍວັນເເລ້ວກໍ່ມີເສດຖີຄົນໜື່ງຮັບລາວເຮັດວຽກ. ເເຕ່ກ່ອນຈະເຮັດວຽກນໍາເສດຖີລາວໄດ້ເວົ້າກັບເສດຖີວ່າ: ຂໍໃຫ້ທ່ານຮັບຂ້າພະເຈົ້າເຮັດນໍາທ່ານຈົນກວ່າຂ້າພະເຈົ້າຄິດວ່າພໍເລ້ວ ເເລະ ຂໍໃຫ້ທ່ານຊ່ວຍຮັກສາເງີນເດືອນທຸກໆເດືອນຂອງຂ້າພະເຈົ້າຈົນກວ່າຂ້າພະເຈົ້າຈະຕັດສິນໃຈລາອອກ. ເສດຖີກໍ່ຕົກລົງຕາມຂໍ້ສະເໝີ ເເລະ ໃຫ້ລາວເຮັດວຽກນໍາ.
ຊາຍຄົນນັ້ນກໍ່ຕັ້ງໃຈເຮັດວຽກນໍາເສດຖີໄດ້ຫ້າປີໂດຍບໍ່ມີຮອດວັນພັກເພື່ອກັບໄປຢາມບ້ານເລີຍ. ເມື່ອຮອດວັນຄົບຫ້າປີລາວກໍ່ໄປຫາເສດຖີ ເເລະ ເວົ້າກັບເສດຖີວ່າ: ທ່ານເອີຍຂ້າພະເຈົ້າຢາກໄດ້ເງີນເດືອນຂອງຂ້າພະເຈົ້າເພາະຢາກກັບບ້ານເກີດເເລ້ວ. ເສດຖີກໍ່ຕອບໄປວ່າ: ໃນເມື່ອຂ້ອຍໃຫ້ສັນຍາກັບເຈົ້າເເລ້ວຂ້ອຍຕ້ອງເຮັດຕາມສັນຍາເເນ່ນອນ ເເຕ່ຂ້ອຍມີຂໍ້ສະເໝີ 2 ຂໍ້:
1. ຂ້ອຍໃຫ້ເງິນຄ່າເເຮງງານທັງໝົດໃຫ້ເຈົ້າ ເເລະ ໃຫ້ເຈົ້າກັບບ້ານ.
2. ຂ້ອຍຈະໃຫ້ຄໍາສອນສາມຂໍ້ ເເຕ່ຄ່າເເຮງງານຕະຫຼອດໄລຍະ 5 ປີ.ເຈົ້າຈະເລືອກເອົາສິ່ງໃດ? ເເລະ ເຈົ້າບໍ່ຕ້ອງຕອບຕອນນີ້ກໍ່ໄດ້ ກັບໄປນອນຄິດມື້ໃໝ່ຄ່ອຍກັບມາຕອບ.
ມື້ຕໍ່ມາລາວກໍ່ມາຫາເສດຖີເເລ້ວບອກວ່າ: “ຂ້າພະເຈົ້າຢາກໄດ້ຄໍາສອນສາມຂໍ້.“ ເສດຖີກໍ່ຕອບໄປວ່າ: ”ຄິດດີເເລ້ວບໍ, ຖ້າຂ້ອຍໃຫ້ຄໍາສອນສາມຂໍ້ເເລ້ວຂ້ອຍຈະບໍ່ໃຫ້ເງິນຄ່າເເຮງງານເລີຍ“ເສດຖີກໍ່ເວົ້າກັບລາວອີກວ່າ: “ຂ້ອຍໃຫ້ໂອກາດເຈົ້າອີກເປັນເທື່ອສຸດທ້າຍກັບຄືນໄປຄິດອີກເເລ້ວຄ່ອຍມາຕອບອີກເທື່ອໜື່ງ.“
ມື້ຕໍ່ມາຊາຍຄົນນັ້ນກັບມາຫາເສດຖີເເລ້ວຢືນຢັນຄໍາເດີມວ່າ: ”ຂ້ານ້ອຍຂໍຄໍາສອນສາມຂໍ້” ໃນເມື່ອລາວຕັດສິນໃຈເຊັ່ນນັ້ນເສດຖີກໍ່ບອກຄໍາສອນສາມຂໍ້ໃຫ້ລາວຄື:
1. ເຈົ້າບໍ່ຄວນຈະເລືອກເດີນທາງລັດທີ່ທີ່ໃກ້ກວ່າ ເເຕ່ເຈົ້າບໍ່ຮູ້ຈັກປະຫວັດເສັ້ນທາງນັ້ນເລີຍ.
2. ຢ່າຊອດຮູ້ຊອດເຫັນຫຼາຍເພາະອາດຈະເຖີງເເກ່ຊີວິດ.
3. ຢ່າຕັດສິນໃຈເຮັດຫຍັງເວລາອາລົມຮ້າຍ ເເລະ ເຈັບຊໍ້າເພາະມັນຈະເຮັດໃຫ້ເຈົ້າເສຍໃຈຕາມຫຼັງ.
ຫຼັງຈາກໃຫ້ຄໍາສອນສາມຂໍ້ເເລ້ວເສດຖີກໍ່ໃຫ້ຫໍ່ເຂົ້າສາມຫໍ່ໃຫ້ລາວ ເເລະ ເວົ້າວ່າ: ສອງຫໍ່ນີ້ເອົາໄປກິນລະຫວ່າງການເດີນທາງຂອງເຈົ້າ ສ່ວນອີກຫໍ່ທີ່ເຫຼືອເອົາໄປກິນກັບເມຍ.
ຈາກນັ້ນລາວກໍ່ເດີນທາງກັບບ້ານ, ໃນການທາງມື້ທີ່ໜື່ງມີຊາຍເເປກໜ້າທັກທາຍ ເເລະ ຖາມວ່າ: ທ່ານຈະເດີນທາງໄປໃສ?
ລາວຕອບກັບຊາຍເເປກໜ້າວ່າ: ຂ້ອຍຈະເດີນທາງກັບບ້ານເກີດເຊີ່ງຈະໃຊ້ເວລາ 20 ກວ່າມື້ຈື່ງຮອດ.ຊາຍເເປກໜ້າບອກລາວວ່າ: ຂ້ອຍຮູ້ທາງລັດໃຊ້ເວລາພຽງຫ້າມື້ກໍ່ຮອດ, ເພາະຄວາມຄິດຮອດບ້ານລາວຈື່ງຕັດສິນໃຈໄປນໍາຄົນເເປກໜ້າ. ສ່ວນຄົນເເປກໜ້າກໍ່ເເນະນໍາທາງໃຫ້ຈົນລາວຄິດຮອດຄໍາສອນຂໍ້ທີ່ 1 ຂອງເສດຖີທີ່ວ່າ:“ເຈົ້າບໍ່ຄວນຈະເລືອກເດີນທາງລັດທີ່ທີ່ໃກ້ກວ່າ ເເຕ່ເຈົ້າບໍ່ຮູ້ຈັກປະຫວັດເສັ້ນທາງນັ້ນເລີຍ.“ ເເລ້ວລາວກໍ່ຕັດສິນໃຈຍ່າງກັບມາໃຊ້ເສັ້ນທາງເດີມ. ມື້ຕໍ່ມາລາວສືບຮູ້ວ່າທາງທີ່ຄົນເເປກໜ້າເເນະນໍານັ້ນເປັນທາງກັບດັກຂອງໂຈນ.
ຈາກນັ້ນລາວກໍ່ເດີນທາງໄປຕໍ່ໄດ້ສິບມື້ກໍ່ເຫັນເຮືອນພັກເເຄມທາງບ່ອນທີ່ລາວສາມາດພັກໄດ້. ລາວກໍ່ໄປຈ່າຍເງິນເເລ້ວເຂົ້າໄປກໍ່ອາບນໍ້າຈາກນັ້ນກໍ່ນອນ. ເເຕ່ພໍຮອດເວລາທ່ຽງຄືນລາວກໍ່ຕື່ນເນື່ອງຈາກມີຄົນຮ້ອງສຽງດັງຈາກທາງນອກ ເເລະ ດ້ວຍຄວາມສົນໃຈວ່າທາງນອກເກີດຫຍັງຂື້ນ. ລາວກໍ່ລຸກເເລ້ວຈະອອກໄປເບີ່ງ ເເຕ່ຂະນະຍ່າງຮອດປະຕູລາວກໍ່ຄິດເຖີງຄໍາສອນຂໍ້ທີ່ສອງຂອງເສດຖີທີ່ວ່າ:“ຢ່າຊອດຮູ້ຊອດເຫັນຫຼາຍເພາະອາດຈະເຖີງເເກ່ຊີວິດ” ລາວກໍ່ບໍ່ສົນໃຈເເລ້ວກັບມານອນຈົນຮຸ້ງເຊົ້າຈື່ງລຸກມາກຽມຕົວເເລ້ວໄປລາເຈົ້າຂອງເຮືອນພັກ. ເຈົ້າຂອງເຮືອນພັກກໍ່ຖາມ: ທ່ານບໍ່ໄດ້ຍິນສຽງຮ້ອງມື້ຄືນບໍ?
ລາວຢືນຢັນວ່າໄດ້ຍິນ ເເຕ່ຂ້ອຍບໍ່ໄດ້ອອກມາເບີ່ງ ມັນເກີດຫຍັງຂື້ນ? ເຈົ້າຂອງເຮືອນພັກກໍ່ຕອບວ່າ: ທ່ານເປັນຄົນດຽວທີ່ຫຼອດຊີວິດເນື່ອງຈາກມີຄົນບ້າໃກ້ເເຖວນີ້ມາຮ້ອງເພື່ອສ້າງຄວາມສົນໃຈໃຫ້ຄົນທີ່ມາພັກໃນນີ້ອອກໄປເບີ່ງເເລ້ວລາວກໍ່ຂ້າພວກເຂົາຕາຍທັງໝົດເລີຍ.
ຈາກນັ້ນລາວກໍ່ສືບຕໍ່ເດີນທາງອີກສິບກວ່າມື້ກໍ່ມາຮອດບ້ານເວລາຄໍ່າທີ່ພະຈັນດວງ. ເເຕ່ຍ້ອນບໍ່ຢາກປຸກເມຍຈື່ງເຂົ້າໄປໃນເຮືອນເເບບງຽບໆ ພໍຮອດຕຽງນອນລາວກໍ່ເຫັນມີເກີບເເຕະຜູ້ໃຫຍ່ສອງຄູ່ ເເລະ ເກີບເດັກນ້ອຍໜື່ງຄູ່ເເລ້ວເບີ່ງເທີງຕຽງມີສາມຄົນນອນນໍາກັນ ທັນໃດນັ້ນລາວຄຽດເເຮງເນື່ອງຈາກຄວາມອິດເມື່ອຍຂອງການເດີນທາງໄກ ເເລະ ກ່ອນອອກເດິນທາງລາວຂໍເມຍໃຫ້ຢ່ານອກໃຈລາວ ສ່ວນລາວກໍ່ຈະບໍ່ເຄີຍນອກໃຈເມຍເລີຍ. ເເຕ່ຕອນນີ້ເມຍນອກໃຈລາວຈົນມີລູກເເລ້ວເຮັດໃຫ້ລາວຄິດວ່າຕ້ອງຂ້າເມຍ, ຜົວໃໝ່ ເເລະ ເດັກ.
ຈາກນັ້ນ, ລາວກໍ່ຍ່າງໄປຈັບພ້າຈາກເຮືອນຄົວເພື່ອໄປຂ້າທັງສາມຄົນ ພໍກັບມາຮອດຕຽງ ເເລະ ຫາຍໃຈເລີກໆກຽມຂ້າທັງສາມຄົນທີ່ນອນໃນຕຽງນັ້ນ ເເຕ່ໂຊກດີທີ່ຄິດຮອດຄໍາສອນຂໍ້ທີສາມຂອງເສດຖີທີ່ບອກວ່າ: “ຢ່າຕັດສິນໃຈເຮັດຫຍັງເວລາອາລົມຮ້າຍ ເເລະ ເຈັບຊໍ້າເພາະມັນຈະເຮັດໃຫ້ເຈົ້າເສຍໃຈຕາມຫຼັງ.“ ລາວກໍ່ສະຫງົບສະຕິເເລ້ວຍ່າງອອກໄປນອນນອກເຮືອນເເລ້ວຄິດໃນໃຈວ່າລາວຈະບໍ່ຂ້າເມຍ, ຜົວໃໝ່ ເເລະ ລູກຂອງພວກເຂົາ ເເຕ່ຈະລໍຖ້າລາໃຫ້ທັງສາມຕື່ນເເລ້ວລາເມຍກ່ອນຈື່ງຈາກໄປ.
ຮຸ້ງເຊົ້າມື້ຕໍ່ມາເມຍກັບລູກເປີດປະຕູບ້ານກໍ່ເຫັນລາວຍັງນອນຫຼັບຢູ່ນອກບ້ານຍ້ອນຄວາມອິດເມື່ອຍຈາກການເດີນທາງ. ເມຍກໍ່ໄປປຸກລາວດ້ວຍຄວາມດີໃຈ ພໍລາວຕື່ນຈາກການປຸກຂອງເມຍກັບລູກ. ລາວກໍ່ຖາມເມຍທັນທີວ່າ: ເປັນຫຍັງນ້ອງນອກໃຈອ້າຍຈົນມີລູກໃຫຍ່ສໍ້ານີ້ເເລ້ວ? ເເລ້ວເມຍກໍ່ຕອບໄປວ່າ: ນ້ອງບໍ່ໄດ້ນອກໃຈ ເເລະ ລູກຄົນນີ້ເປັນຂອງພວກເຮົາເພາະນ້ອງທ້ອງຕອນອ້າຍອອກເດີນທາງເເລ້ວ ສ່ວນອີກຄົນທີ່ນອນນໍາເເມ່ນເເມ່ຂອງນ້ອງ.
ພໍໄດ້ຟັງຄໍາອະທິບາຍລາວກໍ່ຄິດໃຈວ່າຖ້າລາວຕັດສິນໃຈຂ້າທັງສາມຄົນມື້ຄືນນີ້ຄົນທີ່ຕາຍບໍ່ເເມ່ນເມຍທີ່ນອກໃຈ, ຜົວໃໝ່ ເເລະ ລູກຂອງເມຍນອກໃຈກັບຜົວໃໝ່ ເເຕ່ເປັນເມຍທີ່ເເສນຊື່ສັດ, ເເມ່ເມຍ ເເລະ ລູກຂອງຕົວເອງ.
ຫຼັງຈາກລົມກັນເຂົ້າໃຈ ລາວກໍ່ເລົ່າທຸກຍ່າງໃຫ້ເມຍຟັງເເລ້ວກໍ່ເອົາຫໍ່ເຂົ້າທີ່ເສດຖີໃຫ້ມາກິນນໍາເມຍມາໄຂອອກມາກິນນໍາກັນ ພໍໄຂອອກມາມັນບໍ່ເເມ່ນຫໍ່ເຂົ້າ ເເຕ່ເປັນເພັດພອຍທີ່ມີມູນຄ່າຫຼາຍກວ່າຄ່າເເຮງງານຂອງລາວທີ່ເຮັດວຽກໃຫ້ເສດຖີຕະຫຼອດຫ້າປີຜ່ານມາ.
#ເລື່ອງນີ້ສອນໃຫ້ພວກເຮົາຮູ້ວ່າ:
1. ຄົນທີ່ຮັກເຮົາເໜືອນເສດຖີໃນເລື່ອງນີ້ຈະໃຫ້ເຮົາທັງຄວາມຮູ້, ເງິນທອງ ເເລະ ໃຫ້ຫຼາຍກວ່າສິ່ງທີ່ເຮົາຕ້ອງການ. 2. ຢ່າເຊື່ອໃຈຄົຍງ່າຍໆເພາະສັງຄົມມີທັງຄົນດີ ເເລະ ຄົນບໍ່ດີ.
3. ການຊອດຮູ້ຊອດເຫັນມັນບໍ່ດີຫຼາຍເກີນໄປຕົວຢ່າງ: ກ່ອນການລະເບີດຂ້າຕົວຢູ່ຕ່າງປະເທດ ຄົນທີ່ເກາະເຫດສ້າງໃຫ້ຄວາມສົນໃຈໃຫ້ຄົນມາເບີ່ງເຫດການເເລ້ວຈຶ່ງລະເບີດເຮັດໃຫ້ມີຄົນບາດເຈັບ ເເລະ ເສຍຊີວິດ.
4. ບໍ່ຄວນເເກ້ໄຂບັນຫາໃດໆດ້ວຍອາລົມ ເເຕ່ຄວນເເກ້ໄຂດ້ວຍຄວາມມານະອົດທົນ ຄິດກ່ອນຈື່ງເຮັດຕັດສິນໃຈເຮັດຫຍັງ.
ຖ້າທ່ານຄິດວ່າເລື່ອງນີ້ໃຫ້ຄວາມຮູ້, ຄະຕິເຕືອນໃຈ ເເລະ ຢາກໃຫ້ໝູ່ເພື່ອນຂອງທ່ານໄດ້ອ່ານ.
ກົດໄລ້ ກົດເເຊ່ ຫຼື ເອົາໄປໂພສຕ໌ຕໍ່ເລີຍ.
ຂໍໂທດເດີບໍ່ຮູ້ວ່າຜູ້ໃດເປັນຄົນແຕ່ງ ຫຼື ແປມາຈາກໃສ ແຕ່ຂອບໃຈແລະຂໍໂທດໄວ້ນະທີ່ນີ້ດ້ວຍທີ່ບໍ່ໄດ້ໃສ່ Credit: