ສີລັງກາ ແຕ່ງຕັ້ງຄະນະລັດຖະມົນຕີຊຸດໃໝ່ແກ້ໄຂວິກິດເສດຖະກິດ

ສີລັງກາ ແຕ່ງຕັ້ງຄະນະລັດຖະມົນຕີຊຸດໃໝ່ແກ້ໄຂວິກິດເສດຖະກິດ

ຂປລ.ຕາມ​ຂ່າວ​ຈາກ ​ໂກ​ໂລມ​ບີ,ທ່ານ​ໂກ​ຕາ ບາ​ຍາ(Gotabaya),ປະທານາທິບໍດີ ສີ​ລັງກາ ​ແຕ່​ຕັ້ງຄະນະ​ລັດຖະມົນຕີ​ຊຸດ​ໃໝ່ 17ທ່ານ ໃນ​ວັນ​ທີ18​ເມສາ​ນີ້ ເພື່ອ​ແກ້​ໄຂ ວິ​ກິດການ ​ເສດຖະກິດ ທີ່ຮ້າຍ​ແຮງ​ ຂອງ​ປະ​ເທດ ຫລັງ​ຈາກ ລາຄາ​ຂາຍຍ່ອຍ ​ນ້ຳມັນ ​ເຊື້ອ​ໄຟ ​ເພີ່ມ​ຂຶ້ນ​ອີກ 35% ກ່ອນທີ່ ລັດຖະບານ ສີ​ລັງກາ ຂໍ​ຄວາມ​ຊ່ວຍ​ເຫລືອ ຈາກ​ກອງ​ທຶນ ​ການ​ເງິນ ສາກົນ(IMF).

ສີ​ລັງກາ ບໍ່​ມີ​ເງິນ​ ນຳ​ເຂົ້າສິນຄ້າ ​ຍ້ອນ​ການ​ຂາດ​ແຄນ ເງິນ​ຕ່າງປະ​ເທດ ​ເນື່ອງ​ຈາກ ​ໂຄ​ວິດ-19 ​ເຮັດ​ໃຫ້​ສູນ​ເສຍ ​ລາຍ​ໄດ້ ຈາກ​ການທ່ອງທ່ຽວ ​ແລະ ​ເງິນ​ສົ່ງ​ກັບ​ຄືນ ຈາກ​ແຮງ​ງານ ​ຢູ່​ຕ່າງປະ​ເທດ.

ປັດຈຸບັນ ສີ​ລັງກາ ມີ​ໜີ້ສິນ ​ຕ່າງປະ​ເທດ​ ເກືອບ 7ຕື້​ໂດ​ລາ​ ສະຫະລັດ ຈາກ​ທັງ​ໝົດ25 ຕື້​ໂດ​ລາ​ສະຫະລັດ ມີ​ກຳນົດ ຊຳລະ​ຄືນ ​ໃນ​ປີ​ນີ້.ດັ່ງນັ້ນ ລັດຖະບານ ສີ​ລັງກາ ປະກາດ ​ໂຈະໜີ້​ສິນ​ ຕ່າງປະ​ເທດ ລະຫວ່າງ ທີ່​ລັດຖະມົນຕີ​ ກະຊວງ​ ການ​ເງິນ ​ແລະ ຄະນະ​ເດີນທາງ​ໄປ​ເຈລະຈາ ຂໍ​ຄວາມ​ຊ່ວຍ​ເຫລືອ ຈາກIMF ທີ່ຈະ​ປະຊຸມ​ ປະຈຳ​ປີ ​ກັບ​ທະນາຄານ​ໂລກ ຢູ່​ນະຄອນຫລວງ ​ວໍ​ຊີງ​ຕັນ​ ຂອງ ສ.ອາ​ເມ​ລິ​ກາ ​ໃນ​ອາທິດ​ນີ້.

ນອກຈາກ​ນີ້ ສີ​ລັງກາ ຍັງ​ໄດ້​ຂໍ​ເງິນ​ກູ້​ ສຸກ​ເສີນ ຈາກ​ຈີນ ​ແລະ ອິນ​ເດຍ ​ເພື່ອ​ນຳ​ມາ​ຊື້​ ອາຫານ ​ແລະ ນ້ຳມັນ​ ເຊື້ອ​ໄຟ ຢ່າງ​ຮີບ​ດ່ວນ.

/.ຮຽບຮຽງ​ຂ່າວ​ໂດຍ​:ສະ​ໄຫວ ລາດ​ປາກ​ດີ

Related Posts

Leave a Reply

Your email address will not be published. Required fields are marked *