ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ນາງ ນ້ອຍ ອາຍຸ 26 ປີ, ກຳມະກອນ, ຢູ່ບ້ານຊົງເມືອງນາກາຍ ແຂວງຄຳມ່ວນ ໄດ້ວາງແຜນຄາດຕະກຳ ນາງ ສັງວານ ຄຳສະຫວ່າງ ຫຼື (ນາງວັນ )ອາຍຸ 50 ປີ ປະຊາຊົນ ຢູ່ບ້ານປາກດົງ ເມືອງທ່າແຂກແຂວງຄຳມ່ວນ ເຄາະດີທີ່ບໍ່ມີຜູ້ເສຍຊີວິດ ແຕ່ມີຜູ້ໄດ້ຮັບບາດເຈັບ 2 ຄົນ.

ຜ່ານການສອບສວນ ນາງ ນ້ອຍ ໄດ້ຮັບສາລະພາບ ຕໍ່ເຈົ້າໜ້າທີວ່າ: ໃນເວລາ 18 ໂມງ ຂອງ ວັນ 10ກຸມພາ 2022 ນາງນ້ອຍ ໄດ້ໄປເຮືອນ ນາງ ຈ່ອຍອາຊີບຄ້າຂາຍ ຢູ່ບ້ານ ທ່າແຂກກາງ, ເມືອງທ່າແຂກແຂວງຄຳມ່ວນ.

ຈາກນັ້ນ ໄດ້ໂທລະສັບຫານາງ ສັງວານ ຫຼື ນາງວັນ ແມ່ຂອງ ທ້າວ ແປບຊີ້ (ຜົວ) ແລ້ວຖາມວ່າ : ທ້າວ ແປບຊີ້ ໄປໃສແທ້. ນາງ ສັງວານແມ່ນໄດ້ຕອບ ນາງ ນ້ອຍ ວ່າ : ບໍ່ຮູ້,ບໍ່ຈັກ; ນາງ ນ້ອຍຈຶ່ງໄດ້ເວົ້າກັບ ນາງ ສັງວານ ຕໍ່ອີກວ່າ: ຖ້າຊິໄປແທ້ຄືບໍ່ເວົ້າກັນກ່ອນ, ຄືບໍ່ເມືອຫາ ພໍ່ແມ່ເຮົາກ່ອນ ບາດຮອດຍາມກິນດອງເຂົາຖາມຊິເຮັດແນວໃດພວກເຈົ້າຄືມາເວົ້າສະບາຍແທ້ຢ່ານເສຍເງິນເບາະແລ້ວ ນາງນ້ອຍ ກໍໄດ້ ວາງໂທລະສັບ.
ພາຍຫຼັງວາງ ໂທລະສັບແລ້ວນາງ ນ້ອຍ ຈື່ງມີແນວຄິດຢາກຮ້າຍ ໃສ່ຜູ້ເປັນແມ່ຍ່າແຮງ ແລ້ວຄິດວ່າ ນາງສັງວານ ບອກໃຫ້ ທ້າວ ແປບຊື້ໜີຈາກຜູ້ກ່ຽວ ຈື່ງໄດ້ຈັບເອົາມິດສີຂາວ, ດ້າມຈັບສີດຳ, ຍາວປະມານ30×13 ຊັງຕີແມັດ ທີ່ຢູ່ລີ້ນຊັກຕູ້ຂອງ ນາງ ຈ່ອຍເໜັບເຊື່ອງໃສ່ແອ່ວພ້ອມກັບເສື້ອຢຶດແຂນສັ້ນສີດໍາຂອງຜູ້ກ່ຽວແລ້ວຍ່າງໄປຕາມທາງມຸ້ງໜ້າໄປເຮືອນຂອງນາງ ສັງວານ ຢູ່ບ້ານປາກດົງ ເມືອງທ່າແຂກແຂວງຄຳມ່ວນ, ຈຸດປະສົງເພື່ອຈະໄປຄາດຕະກຳນາງ ສັງວານ ໃຫ້ຕາຍ.

ເວລາ 23 ໂມງຂອງວັນດຽວກັນ ນາງ ນ້ອຍ ແມ່ນໄດ້ຍ່າງໄປຮອດເຮືອນຂອງ ນາງ ສັງວານ ພໍຮອດແລ້ວ ຜູ້ກ່ຽວຈື່ງໄປລີ້ຢູ່ແຈ່ເຮືອນ ໄດ້ປະມານ 10 ນາທີ ຜູ້ກ່ຽວຈຶ່ງໄດ້ເອົາເສື້ອທີ່ຜູ້ກ່ຽວຖືມາໝັດໃສ່ຫົວ ແລະປິດບັງໃບໜ້າ ແລ້ວໃຊ້ມິດທີ່ກຽມມານັ້ນງັດປະຕູເຮືອນທາງເປື້ອງໃຕ້ແລ້ວຍ່າງໄປມອດໄຟຟ້າຢູ່ໃນຫ້ອງນໍ້ານອກເຮືອນ.
ຈາກນັ້ນ ຜູ້ກ່ຽວໄດ້ເຂົ້າໄປລີ້ຢູ່ໃນເຮືອນໄດ້ປະມານ30 ນາທີ, ທ້າວ ດາວອນ ຜູ້ເປັນຜົວຂອງນາງ ສັງວານແມ່ນໄດ້ລຸກມາ ເຂົ້າຫ້ອງນໍ້າ ຈຶ່ງເຫັນປະຕູເຮືອນຖືກວັດຈຶ່ງໄດ້ປຸກ ນາງ ສັງວານ ລຸກຂຶ້ນມາເບິ່ງແລ້ວ ໄດ້ພາກັນກວດກາເບິ່ງເຄື່ອງເຮືອນເຫັນວ່າບໍ່ມີຫຍັງເສຍຫາຍຈຶ່ງໄດ້ພາກັນກັບໄປນອນ.
ຈົນຕົກມາຮອດເວລາ 03 ໂມງເຊົ້າຂອງວັນທີ່ 11ກຸມພາ 2022, ນາງ ນ້ອຍ ຈຶ່ງໄດ້ຕັດສິນໃຈເປີດມຸ້ງເຂົ້າໄປແລ້ວໃຊ້ມີດທີ່ກຽມມາພ້ອມພັນໃສ່ຫົວຂອງນາງ ສັງວານ ຈຳນວນຫຼາຍບາດເພື່ອຫວັງເອົາຊີວິດແຕ່ທ້າວດາວອນ (ຜູ້ເປັນຜົວ)ຂອງ ນາງ ສັງວານແມ່ນໄດ້ລຸກຂຶ້ນມາຍາດເອົາມືດນຳ ນາງນ້ອຍຈຶ່ງໄດ້ໃຊ້ມີດຟັນໃສ່ຫົວຂອງທ້າວ ດາວອນ 1 ບາດ ແລະແຄ່ງເບື້ອງຊາຍອີກ 1 ບາດ.
ຈາກນັ້ນ ທ້າວ ດາວອນ ຈຶ່ງຮ້ອງຂໍຄວາມຊ່ວຍເຫຼືອຈາກປະຊາຊົນທີ່ຢູ່ ບໍລິເວນໃກ້ຄຽງ ແລະ ນາງ ສັງວານໄດ້ໃຊ້ມືດຶງເສື້ອ ທີ່ປົກປິດໜ້າອອກຈຶ່ງເຮັດໃຫ້ນາງ ນ້ອຍ ເກີດມີຄວາມຕົກໃຈໄດ້ແລ່ນອອກໄປທາງປ່າຫຼັງເຮືອນພ້ອມທັ້ງໂຍນມິດທີ່ໃຊ້ກໍ່ເຫດຖິ້ມແລ້ວເອົາຕົວຫຼົບໜີ.
ມາຮອດເວລາ 6 ໂມງຂອງວັນດຽວກັນທາງເຈົ້າໜ້າປກສ ບໍລິການປະຊາຊົນກຸ່ມຈອມແຈ້ງ ຈຶ່ງຈັບຕົວນາງ ນ້ອຍ ຜູ້ກະທຳຜິດໄດ້ ແລ້ວນໍາສົ່ງເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງທ່າແຂກດຳເນີນຄະດີຕາມລະບຽບກົດໝາຍ.
ພາຍຫຼັງສອບສວນສຳເລັດ, ມາຮອດວັນທີ 6 ເມສາ2022 ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວຜູ້ກ່ຽວມາທົດສະກຳເຫດການຄືນໃຫມ່ເພື່ອປະກອບຄໍາຮັບສາລະພາບແລະ ສະຫຼຸບສຳນວນຄະດີສົ່ງໄອອະການຟ້ອງສານຕັດສິນຕາມກົດໝາຍ.