ແຈກຢາຍໄກ່ 35.640 ໂຕໃຫ້ປະຊາຊົນ 2 ແຂວງ

ອົງການ FAO ແລະ ລັດຖະບານຍີ່ປຸ່ນ ແຈກຢາຍໄກ່ 35.​640 ໂຕ ໃຫ້ປະຊາຊົນຢູ່ແຂວງອຸດົມໄຊ ແລະ ຫຼວງພະບາງ

ປະຊາຊົນຜູ້ທີ່ມີຄວາມສ່ຽງປະມານ 3.​887 ຄົນໃນແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ຈະໄດ້ຮັບແນວພັນໄກ່ພື້ນເມືອງ ແລະ ພັນປັບປຸງ ນັບແຕ່ເດືອນ ເມສາ ຫາ ເດືອນມິຖຸນາ 2022 ຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດປະຈຳ ສປປ ລາວ (FAO).

ການຊ່ວຍເຫຼືອມີ ມູນຄ່າ 2,32 ຕື້ກີບ, ຈະຊ່ວຍເພີ່ມການຜະລິດໄຂ່, ເພື່ອຊ່ວຍເຫຼືອການຟື້ນຟູຂອງຊຸມຊົນທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ເກີດຈາກການລະບາດຂອງພະຍາດໂຄວິດ-19 ແລະ ເພີ່ມຄວາມທົນທານຕໍ່ສິ່ງທ້າທາຍຕ່າງໆຕໍ່ຜົນກະທົບທີ່ເກີດຂຶ້ນໃນອະນາຄົດ.

ໂຄງການ FAO ພາຍໃຕ້ກອບຂອງ “ໂຄງການຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຈາກໂຄວິດ-19 ສຳລັບຊາວກະສິກອນຂະໜາດນ້ອຍ ຢູ່ ແຂວງພາກເໜືອຂອງ ສປປ ລາວ” ທີ່ໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນ.

ໂຄງການດັ່ງກ່າວໄດ້ວາງເປົ້າໝາຍໃສ່ 7.​000 ຄົວເຮືອນທີ່ມີຄວາມສ່ຽງທີ່ສຸດ (ປະມານ 37.​100 ຄົນ) ໃນ 55 ບ້ານ ຂອງ 7 ເມືອງໃນ ແຂວງຫຼວງພະບາງ ແລະ ອຸດົມໄຊ. ຜູ້ໄດ້ຮັບຜົນປະໂຫຍດໂດຍສະເພາະແມ່ນຄອບຄົວທີ່ມີແມ່ຍິງເປັນຫົວໜ້າຄອບຄົວ, ກຸ່ມຜູ້ຜະລິດແມ່ຍິງ, ຊາວໜຸ່ມ ແລະ ແຮງງານທີ່ເຄື່ອນຍ້າຍກັບຄືນປະເທດ.

FAO ໄດ້ເລືອກກໍານົດເອົາສັດປີກວ່າເໝາະສົມເນື່ອງຈາກມູນຄ່າທາງດ້ານເສດຖະກິດ, ຕະຫຼາດ ແລະ ຄົວເຮືອນທີ່ສູງ ແລະ ຍັງເໝາະສົມກັບພື້ນທີ່ຫ່າງໄກສອກຫຼີກ ແລະ ເຂດພູດອຍ.

ໄກ່ທີ່ຖືກແຈກຢາຍດ້ວຍການດູແລທີ່ຖືກຕ້ອງອາດຈະໄດ້ຜະລິດຕະພັນຫຼາຍກວ່າ, ສະນັ້ນຈຶ່ງໄດ້ຮັບຜົນຕອບແທນສູງໃຫ້ແກ່ຊາວກະສິກອນ.

ໄກ່ທີ່ຈະມອບໃຫ້ຊາວບ້ານນີ້ແມ່ນໄດ້ຮັບການກວດກາສຸຂະພາບໂດຍສັດຕະວະແພດ ແລະ ສັກຢາກັນພະຍາດຄົບຖ້ວນ ກ່ອນຈະສົ່ງມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງເພື່ອແຈກຢາຍຕໍ່ໄປ.

ນອກຈາກນີ້ ທາງໂຄງການຍັງຈະໄດ້ມີການຝຶກອົບຮົມ ແລະ ສ້າງຄູ່ມືການລ້ຽງໄກ່ລາດເພື່ອເພີ່ມຄວາມຮູ້ ແລະ ເຕັກນິກການລ້ຽງໄກ່ໃຫ້ກັບຊາວບ້ານອີກດ້ວຍ.

Cr: ຂ່າວ​ກະສິກຳ​ປ່າໄມ້, ແລະ​ ພັດທະນາຊົນນະບົດ

Related Posts

Leave a Reply

Your email address will not be published. Required fields are marked *