ພຶດຕິກຳຜູ້ຍິງທີ່ນອກໃຈ ຫຼື ກຳລັງຈະນອກໃຈ

ພຶດຕິກຳເມຍທີ່ນອກໃຈ ຫຼື ກຳລັງຈະນອກໃຈ

ສຳລັບຜູ້ຊາຍໆ ຫຼາຍຄົນກຳລັງສົນໃຈຢາກຮູ້ຢູ່!

ນີ້ເປັນວິທີສັງເກດວ່າແຟນຂອງເຈົ້າກຳລັງນອກໃຈເຈົ້າຢູ່ ສິ່ງແລກເລີຍຄື:

1.ເຂົາຈະລຸກຂື້ນມາສວຍເປັນພິເສດ ເພາະເຂົາມີແຮງກຳລັງໃຈ ບໍ່ແມ່ນເກີດຈາກເຈົ້ານະ, ເກີດຈາກຜູ້ຊາຍຄົນອື່ນ. ແຕ່ກໍບໍ່ໄດ້ໝາຍຄວາມວ່າຜູ້ຍິງທຸກຄົນທີ່ລຸກຂື້ນມາດູແລຕົນເອງທຸກຄົນເຂົາຈະນອກໃຈນະ ມັນຕ້ອງໄດ້ເບິ່ງພຶດຕິກຳຢ່າງອື່ນປະກອບກັນດ້ວຍ.

ເພາະຢ່າງນັ້ນ ເວລາທີ່ຜູ້ຍິງເຂົາເບິ່ງຕົນເອງສວຍຂື້ນ ອັດຈະເກີດຈາກແຮງກຳລັງໃຈທີ່ເຂົາປຸກຮັກກັບຜູ້ຊາຍຄົນອື່ນກະໄດ້.

2.ຢ່າງຕໍ່ມາ ເຂົາຈະຫ່ວງແຮງໂທລະສັບເປັນຜິດເສດຄື: ລ້ອກໜ້າຈໍ, ເວລາຢູ່ກັບເຈົ້າຈະບໍ່ໃຜໂທມາເລີຍ ເພາະເຂົາບລອ້ກໄວ້ຮຽບຮ້ອຍແລ້ວ ມັກຈະມີເບີແປກໆໂທເຂົ້າມາ ຫຼື ຈະເປັນເບີຊ້ຳໆ ເປັນຊື່ຊ້ຳໆໂທເຂົ້າມາ ແລະ ເວລາມີເບີເຂົ້າມາເຂົາຈະເບິ່ງໜ້າເຈົ້າກ່ອນ ແລ້ວເຂົາກໍ່ບໍ່ຮູ້ຈະເຮັດແນວໃດ ອັນນີ້ແມ່ນພຶດຕິກຳຂອງຄົນທີນອກໃຈ ເພາະເຂົາຮູ້ສຶກວ່າເຂົາກຳລັງທຳຜິດຢູ່.

3.ເວລາທີ່ເຈົ້າເວົ້າຫຍ້ງອອກໄປ ມັນກາຍເປັນເລື່ອງທີ່ຜິດໄປໝົດ ແມ້ແຕ່ເລື່ອງນັ້ນສະໄໝກອ່ນເຂົາເຄີຍເວົ້າ ເຂົາເຄີຍມັກມາກ່ອນນະ ຫຼື ເວົ້າງ່າຍໆວ່າສະຖານທີ່ທອງທ່ຽວທີ່ສະໄໝກ່ອນເຂົາເຄີຍມັກໄປທ່ຽວ ມັກໄປຢາມ ແຕ່ເຂົາພັດເບືອໄປໝົດເລີຍ ບໍ່ຢາກໄປນຳເຈົ້າ ເວລາທີ່ເຈົ້າເຮັດຫຍ້ງໄປມັນຈະຜິດເຂົາໄປໝົດ ຄືບໍ່ເຂົ້າຮູ້ເຂົ້າຕາເຂົາເລີຍ, ເຈົ້າເຮັດຫຍ້ງໄປ ດີ ຫຼື ຊົ່ວ ມັນກໍບໍ່ສົນໃຈນຳເຈົ້າເລີຍ ແຕ່ກໍຍັງຢູ່ດ້ວຍກັນ ຍັງບໍ່ໄດ້ເລີກກັນ.

4. ມັກລົມໂທລະສັບ ເວລາມີໂທລະສັບໂທເຂົ້າມາເຂົາຈະເວົ້າໃຫ້ເຈົ້າຢຸດນິດໜຶ່ງ ແລ້ວເຂົາຈະອອກໄປລົ້ມຢູ່ຂ້າງນອກ ຫຼື ຢູ່ບ່ອນອື່ນໆທີ່ໄກຈາກເຈົ້າ.

5. ເວລາເຂົາຢູ່ກັບເຈົ້າມີສາຍໂທເຂົ້າມາ ໜ້າຕາ ສີໜ້າເຂົາຈະປ່ຽນທັນທີ່, ສັງເກດເວລາເຂົາຮັບລົ້ມໂທລະສັບເຂົາຈະຍິ້ມຫວານ ແລະ ເບິ່ງຄືມີຄວາມສຸກຫຼາຍ ແຕ່ພັດກົງກັນຂ້າມເວລາມາຢູ່ນຳເຈົ້າເຂົາສີໜ້າປ່ຽນທັນທີ່ຈະເຮັດໜ້າບູດ ໜ້າເບດແບບບໍ່ມີຄວາມສຸກເລີຍ.

6. ແນະນອນແລ້ວເລື່ອງເທິງຕຽງນອນ ເຂົາຈະບໍ່ມີຄວາມຮູ້ສຶກກັບເຈົ້າແລ້ວ ເພາະເຂົາໄດ້ໄແມີກັບຄົນອື່ນຮຽບຮ້ອຍແລ້ວ ຫຼືເ ເວົ້າໄດ້ວ່າເຂົາໄດ້ໄປກິນອີມຢູ່ນອກມາແລ້ວ. ເວລາມີກັບເຈົ້າກໍມີແບບບໍ່ມີຄວາມຮູ້ສຶກຢ່າງໃດ ແລະ ມີແບບບໍ່ເຕັ້ມໃຈເລີຍ.

7.ວັນຢຸດການຄື ວັນເສົາ ວັນທິດ ເຂົາຈະບໍ່ໄປທ່ຽວນຳເຈົ້າ, ຖ້າເຂົາໄປກໍໄປເພື່ອເປັນໜ້າທີ່ ໄປກໍບໍ່ສະໜຸກຫຍ້ງເລີຍ ໄປແບບຖືກບັງຄັບໄປ, ເພາະເຂົາມີແຜນຈະໄປກັບຄົນອື່ນແລ້ວ ແລະ ຖ້າເປັນຄົນທີ່ມັກທ່ຽວ ເຂົາໄປທ່ຽວເຂົາຈະບໍ່ພາເຈົ້າໄປນຳ ເຂົາຈະອ້າງວ່າໄປທ່ຽວນຳໜູ່.

ນີ້ຄືພຶດຕິກຳບາງສ່ວນຂອງຄົນນອກໃຈ ຍັງມີພຶດຫຼາຍໆພຶດຕິກຳທີ່ບໍ່ໄດ້ນຳເຂົ້າມາເວົ້າ ແຕ່ນີ້ເປັນພຶດຕິກຳທີ່ສັງເກດຫຼັກໆເລີຍ

ອີກຢ່າງໜຶ່ງຖ້າເຈົ້າບໍ່ຮັກເຂົາແລ້ວ ຂໍໃຫ້ເຈົ້າປ່ອຍເຂົາໄປກ່ອນເທິດ ຢ່າທຳລາຍຈິດໃຈເຂົານະ

ຂໍຂອບໃຈຜູ້ທີ່ອ່ານຈົບເລື່ອງນີ້

ຟັງຄຣິບຕໍ່

Related Posts

Leave a Reply

Your email address will not be published. Required fields are marked *