#ແຈ້ງຂ່າວດ່ວນຫຼານນ້ອຍເກີດໃໝ່ກ່ອນກຳໜົດຫາກໍ່ໄດ້ສາມມື້ອາການສາຫັດຢູ່ຫ້ອງໄອຊີຢູ້ແມ່ບໍ່ມີເງິນປີ່ນປົວດຽວນີ້ຫຼານນ້ອຍໄດ້ເສຍຊີວິດແລ້ວ

ເດັກສອງສາມມື້ກ່ອນທີ່ໜ່ວຍກູ້ໄພຂໍທຳບູນ

ຫຼານນ້ອຍເກີດກ່ອນກຳໜົດ ນຳ້ຫນັກເກີດ1300ກຣາມ ເກີດລູກວັນທີ 21/04/2022 ເວລາ 12:00 ເກີດເອງຢູ່ເຮືອນ ໃຊ້ມີດຕັດແລະຝ້າຍມັດສາຍບື ຫລັງຈາກນັ້ນໄດ້ເອົາແອນ້ອຍມາກວດຢູ່ໂຮງຫມໍເມືອງ ທາງໂຮງຫມໍເມືອງໄດ້ເເນະນຳໃຫ້ໄປໂຮງຫມໍໃຫ່ຍທີ່ມີເງື່ອນໄຂ ແຕ່ທາງຄອບຄົວເຫັນເດັກແຂງແຮງດີບວກກັບສະພາບຄອບຄົວບໍ່ມີເງິນທີ່ຈະພາເດັກໄປປິ່ນປົວ ເລີຍບໍ່ໄດ້ພາມາໂຮງຫມໍໃຫ່ຍທີ່ມີເງື່ອນໄຂ

ຫລັງຈາກເກີດໄດ້1ມື້ເດັກມີອາການຫາຍໃຈໄວ ໂຕກໍ່າແຫລ້ ແມ່ເຖົ້າຈຶ່ງນຳເດັກມາໂຮງຫມໍມະໂຫສົດ ແພດໄດ້ລຸລ່ວງວ່າເດັກອາການຫນັກຕ້ອງໄດ້ໃຊ້ເຄື່ອງຊ່ວຍຫາຍໃຈເພາະເດັກໄດ້ຢຸດຫາຍໃຈ ແຕ່ທາງຄອບຄົວບໍ່ມີເງິນຍາກເອົາລູກກັບບ້ານ.

ສະນັ້ນໜ່ວຍງານຈື່ງວອນຜູ້ໃຈບຸນທັງຫຼາຍຊ່ວຍຜູ້ລະເລັກລະໜ້ອຍເພື່ອກອບກູ້ເອົາຊີວິດຫຼານ ແຕ່ມາເຖີງມື້ນີ້ເວລາປະມານ12:00ທ່ານໜໍແລະພະຍາບານໄດ້ສຸມໃຊ່ຊ່ວຍເຫຼືອຫຼານນ້ອຍເພາະມີອາການສົນເຮັດໃຫ້ຫຼານນ້ອຍຢຸດຫາຍໃຈ ທ່ານໜໍກະພະຢາຢາມນວດຫົວໃຈເພື່ອຊ່ວຍກອບກູ້ເອົາຊີວີດຫຼານນ້ອຍແລ້ວປະມານ20-30ນາທີແຕ່ຫຼານນ້ອຍກະບໍ່ຕອບສະໜອງແລະເສຍຊີວີດໃນເວລາຕໍ່ມາ.
ຫຼານນ້ອຍແມ່ນສົ່ງສະການມື້ນີ້ເລີຍເດີເວລາ5ໂມງແລງທີ26/4/2022ທີ່ວັດປ່າຊ້າຈອມໄຕຫຼືທ່ານຍາກຊ່ວຍເຫຼືອໜ່ວຍງານທ່ານສາມາດບໍລິຈາກເຂົ້າບັນຊີກາງສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.
ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ:ກີບ/LAK: 010120000993902001ໂດຣາ/USD: 010120100993902001ບາດ/THB: 010120200993902001
ຂໍມູນເພີມເຕີມໂທ:020 5669 1624………………………………………..
