ນາງ ອຸໄລວັນ ພາວິວົງກອນ ຫຼື ເພັງ ອາຍຸ 60 ປີ ຢູ່ບ້ານປາກກະດິງເໜືອ ເມືອງປາກກະດິງ ແຂວງບໍລິຄຳໄຊ ເຊິ່ງເປັນໜຶ່ງໃນຄູ່ຮ່ວມຂະບວນການກ່ຽວກັບຄະດີ ທ້າວ ສີສຸກ ດາວເຮືອງ ຖືກຄະນະສານອາຍາສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດສິນລົງໂທດຕັດອິດສະລະພາບຈຳຄຸກຕະຫຼອດຊີວິດ ໃນສະຖານ ການຄ້າຂາຍຢາເສບຕິດ ແລະ ການຟອກເງິນ.

ຕາງໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ເປີດເຜີຍການກະທຳຜິດຂອງ ນາງ ອຸໄລວັນຫຼື ເພັງ ໃນວັນທີ 3 ມີນາ 2022 ໃຫ້ຮູ້ວ່າ:ຈຳເລີຍໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາບ້າ)ມາແຕ່ປີ 2010, ຢາບ້າທີ່ນໍາມາຂາຍແມ່ນຊື້ນຳ ທ້າວໜູເສີ ຢູ່ແຂວງອຸດົມໄຊ ຈຳນວນຫຼາຍຄັ້ງ ຄັ້ງລະ 10ຫາ 200 ມັດ ແລະ ເມື່ອໄດ້ຢາບ້າແລ້ວ ກໍໄດ້ເອົາ ໄປຂາຍໃຫ້ ນາງ ຕັ້ງ ນາຂະຈັດ.
ສ່ວນການຊື້-ຂາຍແຕ່ລະຄັ້ງ ນາງ ຕັ້ງ ແມ່ນຈະໂທລະສັບສັ່ງຊື້ຢາບ້ານຳຈຳເລີຍ.
ຈາກນັ້ນ, ຈຳເລີຍຈຶ່ງໄດ້ໂທລະສັບສັ່ງຊື້ຢາບ້າ ທ້າວ ໜູເສີ ອີກເທື່ອໜຶ່ງເພື່ອໃຫ້ເອົາຢາບ້າມາສົ່ງໃຫ້ໂດຍນໍາໃຊ້ລົດໂຕໂຍຕ້າຟໍຈູນເນີ ສີດໍາ ບໍ່ຈື່ໝາຍເລກທະບຽນ ມາຮັບເອົາຈໍເລີຍຢູ່ເຮືອນ; ພໍຂັບຂີ່ລົດໄປຮອດເຂດປ່າບ້ານເລົ່າຄາເມືອງຫີນບູນ ແຂວງຄຳມ່ວນ, ຈຳເລີຍໄດ້ບອກ ທ້າວໜູເສີ ຂົນຢາບ້າລົງຊກເຊື່ອງໄວ້ໃນປ່າແຄມ ທາງແລ້ວຈຶ່ງໂທລະສັບຫາ ນາງ ຕັ້ງໃຫ້ມາເອົາຢາບ້າຢູ່ຈຸດດັ່ງກ່າວ, ພາຍຫຼັງທີ່ ນາງ ຕັ້ງ ເອົາຢາບ້າໄປຂາຍ ໝົດແລ້ວຈຶ່ງເອົາເງິນມາຈ່າຍໃຫ້ຈຳເລີຍ ແລະ ຜູ້ກ່ຽວຈຶ່ງເອົາເງິນໄປຈ່າຍໃຫ້ ທ້າວ ໜູເສີ.
ບາງຄັ້ງ ຈຳເລີຍກໍຈະເປັນຄົນໄປເອົາເງິນຄ່າຢາເສບຕິດຢູ່ເຮືອນຂອງ ນາງ ຕັ້ງ ດ້ວຍຕົນເອງ ແລະບາງ ຄັ້ງກໍເອົາເງິນນຳ ທ້າວ ຄຳມ່ວນ (ລູກນ້ອງຂອງນາງ ຕັ້ງ) ຈຳນວນຫຼາຍຄັ້ງ ຄັ້ງລະ 1.000.000 ບາດຫາ 2.000.000 ບາດ ໂດຍ ທ້າວ ແສງ (ຄົນໄທ)ເປັນຄົນຂັບລົດວີໂກ້ແຊ້ມ ສີດຳ (ບໍ່ຈື່ປ້າຍທະບຽນ)ພາໄປ.
ປັດຈຸບັນ, ລົດຄັນດັ່ງກ່າວໄດ້ເອົາໄປໃຊ້ຫນີ້ທ້າວ ໜູເສີແລ້ວ; ນອກຈາກນັ້ນ, ໃນປີ 2012 ຈຳເລີຍ
ເດືອນມັງກອນ 2014, ຈຳເລີຍໄດ້ຕິດຕໍ່ຊື້ຢາບ້ານໍາທ້າວ ອາປີງ ເຊິ່ນ ເຈົ້າຂອງຮ້ານຂາຍລົດມັງກອນ ຢູ່ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈຳນວນ 50 ມັດ ເທົ່າກັບ 100.000 ເມັດໂດຍ ແມ່ນ ທ້າວ ອາປິງ ເຊິ່ນ ເປັນຄົນເອົາຢາບ້າມາສົ່ງຢູ່ເຂດປ່າບ້ານດານຮີ ເມືອງຫີນບູນ ແຂວງຄຳມ່ວນ ແລ້ວ ໂທລະສັບໃຫ້ ນາງ ຕັ້ງ ມາເອົາຢາບ້າຢູ່ຈຸດນັດສົ່ງດັ່ງກ່າວ ໃນລາຄາມັດລະ 83.000 ບາດແຕ່ໄດ້ເງິນພຽງ ຈຳນວນ 1.000.000 ບາດ ເພາະນາງ ຕັ້ງ ບອກວ່າເປັນຢາບ້າເກດບໍ່ດີ.ຜ່ານມາ, ຈຳເລີຍຍັງໄດ້ໂອນເງິນຄ່າຢາບ້າໃຫ້ ທ້າວອງປີງ ເຊິນ 2 ຄັ້ງ ຄື:
ຄັ້ງທີ 1 ຈຳນວນ 100.000ໂດລາສະຫະລັດ ແລະ ຄັ້ງທີ 2 ຈຳນວນ 96.130ໂດລາສະຫະລັດ, ຕໍ່ມາປີ 2015 ຫາ 2016, ຈໍເລີຍໄດ້ໂທລະສັບສັ່ງຊື້ຢາບ້ານຳ ທ້າວ ອ້ອຍ (ບໍ່ຮູ້ບ້ານຢູ່) ຢູ່ແຂວງອຸດົມໄຊ ຈຳນວນຫຼາຍຄັ້ງ ຄັ້ງລະ 100 ຫາ300 ມັດ ໂດຍນັດສະຖານທີ່ຊື້-ຂາຍ ແມ່ນຢູ່ເສັ້ນທາງເຂດປ່າບ້ານເລົ່າຄາ ເມືອງຫີນບູນ ແຂວງຄຳມ່ວນ ແລະ ເມື່ອຮອດສະຖານທີ່ນັດໝາຍແລ້ວຈຳເລີຍຊຶງໂທລະສັບບອກໃຫ້ ນາງ ຕັ້ງ ມາຮັບເອົາຢາບ້າໂດຍຂາຍ ໃຫ້ ນາງ ຕັ້ງ ລາຄາມັດລະ 63.000 ຫາ66.000 ບາດ (ຕິດຫນີ້ ພາຍຫຼັງໄດ້ຂາຍຢາບ້າໝົດແລ້ວ ຈຶ່ງ ຈ່າຍເງິນກັນຕາມພາຍຫຼັງ.
ເມື່ອໄດ້ເງິນຈາກການການຢາບ້າແລ້ວ ຈຳເລີຍຈິ່ງເອົາເງິນໄປຈ່າຍໃຫ້ ທ້າວ ອ້ອຍ ຄັ້ງລະ 2.000.000ຫາ 3.000.000 ບາດ, ສ່ວນສະຖານທີ່ຈ່າຍເງິນແມ່ນຢູ່ຕາມເສັ້ນທາງເລກ 13 ໃຕ້ ເຂດ ບ້ານປາກກະດິງເໜືອ, ສຳລັບເງິນທີ່ ນາງ ອຸໄລວັນ ຫຼື ເພັງ (ຈຳເລີຍ) ໄດ້ມາຈາກການຄ້າຂາຍຢາເສບຕິດ ແຕ່ລະຄັ້ງແມ່ນໄດ້ເອົາໄປຊື້ທີ່ດິນຢູ່ນະຄອນຫຼວງວຽງຈັນ ຈຳນວນ 4 ຕອນ ແລະ ຢູ່ແຂວງບໍລິຄຳໄຊ ຈຳນວນ 7ຕອນ; ພໍມາຮອດວັນທີ 11 ມີນາ 2018 ຈຳເລີຍຈຶ່ງຖືກເຈົ້າໜ້າທີ່ຈັບຕົວ ແຕ່ບໍ່ມີຂອງກາງຢາ ເສບຕິດມາດຳເນີນຄະດີຕາມກົດໝາຍ.ການກະທຳຂອງ ນາງ ອຸໄລວັນ ຫຼື ເພັງ ແມ່ນໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາບ້າ) ມາແຕ່ປີ2010 ເຊິ່ງສະແດງອອກຄື: ຈຳເລີຍ 3 ໄດ້ຕິດຕໍ່ຊື້ຢາບ້າຈາກຄົນທາງແຂວງພາກເໜືອຂອງລາວ ແລະ ຊື້ຈາກຄົນພະມ້າຈໍານວນຫຼາຍຄັ້ງ ຄັ້ງລະ 10 ມັດ ຫາ300 ມັດ, ແລ້ວກໍເອົາມາຂາຍຕໍ່ກິນກຳໄລໃຫ້ແກ່ບຸກຄົນທົ່ວໄປ ຢູ່ໃນນະຄອນຫຼວງວຽງຈັນ ແລະແຂວງຄຳມ່ວນ.

ເຖິງແມ່ນວ່າໃນເວລາຈັບຕົວຈຳເລີຍນັ້ນ ຈະບໍ່ພົບຂອງກາງຢາເສບຕິດກໍຕາມ ແຕ່ຈຳເລີຍກໍໄດ້ໃຫ້ ການຮັບສາລະພາບແລ້ວວ່າ: ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດເພື່ອກິນກຳໄລແທ້, ນອກຈາກນີ້, ໃນເວລາເຈົ້າໜ້າທີ່ເຂົ້າມ້າງກຸ່ມເຄືອຂ່າຍ ທ້າວ ໄຊຊະນະແກ້ວພິມພາ ຢູ່ແຂວງຄຳມ່ວນ ຍັງໄດ້ພົບປື້ມບັນທຶກການ ຊື້-ຂາຍຢາເສບຕິດຢູ່ເຮືອນຂອງ ນາງ ຕັ້ງ (ນ້ອງເມຍຂອງ ທ້າວ ໄຊຊະນະ ແກ້ວພິມພາ) ກໍມີລາຍຊື່ຂອງ ນາງ ອຸໄລວັນ ເປັນລູກຄ້າທີ່ມີໜີ້ຕ້ອງຮັບ ແລະໜີ້ຕ້ອງສົ່ງຄ່າຢາເສບຕິດຢູ່ໃນປຶ້ມຫົວດັ່ງກ່າວ.
ໃນເວລາດຳເນີນຄະດີຕໍ່ ທ້າວ ຄຳມ່ວນ ນ້ອຍອານົນ(ລູກນ້ອງຂອງ ນາງ ຕັ້ງ) ກໍໄດ້ໃຫ້ການຊັກທອດ ວ່າ:ທີ່ຜ່ານມາ ແມ່ນເຄີຍເອົາເງິນຄ່າຢາບ້າຈາກ ນາງ ຕັ້ງນາຂະຈັດ ໄປມອບໃຫ້ຈຳເລີຍປະມານ 7 ຫາ 8 ຄັ້ງຄັ້ງລະ 1.000.000 ບາດ ຫາ 2.000.000 ບາດ.
ຫຼັງຈາກໄດ້ເງິນຈາກການຄ້າຂາຍຢາເສບຕິດແລ້ວ ຈຳເລີຍກໍນຳເງິນໄປປ່ຽນຮູບ ໂດຍການນຳໄປຊື້ທີ່ດິນຈໍານວນຫຼາຍຕອນເພື່ອປູກຢາງພາລາ, ນອກຈາກນີ້, ຍັງໄດ້ເປີດບັນຊີເງິນຝາກຢູ່ທະນາຄານຈຳນວນຫຼາຍບັນຊີ ແລະ ຫຼາຍສະກຸນເງິນ ເພື່ອເອົາເງິນທີ່ໄດ້ມາຈາກ ການຄ້າຂາຍຢາເສບຕິດເຂົ້າໃສ່ບັນຊີໄວ້ແລະ ເພື່ອໃຫ້ບຸກຄົນທີ່ຄ້າຢາເສບຕິດໂອນເງິນຄ່າຢາເສບຕິດເຂົ້າ ບັນຊີ້ໃຫ້ຈຳເລີຍ ເພື່ອປົກປິດເຊື່ອງອຳທີ່ມາຂອງເງິນ ໂດຍເຮັດໃຫ້ເງິນທີ່ໄດ້ມາຈາກການກະທຳຜິດນັ້ນ ຖືກຕ້ອງຕາມກົດໝາຍ.ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຈຶ່ງໄດ້.
ພິຈາລະນາຕັດສິນລົງໂທດການກະທຳຜິດຂອງຈໍເລີຍ ຕາມມາດຕາ 2 ຂໍ້ 2 ວັກ 4 ຂອງກົດໝາຍວ່າດ້ວຍ ການປັບປຸງ ມາດຕາ 146 ຂອງກົດໝາຍອາຍາສະບັບປີ 2005 ແລະ ມາດຕາ 75, 76 ຂອງກົດໝາຍວ່າ ດ້ວຍຢາເສບຕິດ ສະບັບປີ 2013, ມາດຕາ 64ວັກ 2 ຂອງກົດໝາຍອາຍາ ສະບັບປີ 2005 ຄື:ລົງໂທດ ຕັດອິດສະລະພາບ ນາງ ອຸໄລວັນ ພາວິວົງກອນ ຫຼື ເພັງ ໃນຂໍ້ຫາການຟອກເງິນ 5 ປີ ແລະ ປັບໃໝ 3% ຂອງມູນຄ່າເງິນທີ່ຟອກ, ລົງໂທດປະຫານຊີວິດຈໍາເລີຍ ໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ).
ໃນນັ້ນ, ລວມໂທດທັງໝົດແລ້ວ ເຫັນວ່າ ໂທດປະຫານຊີວິດແມ່ນໂທດສູງສຸດ ຈຶ່ງເຫັນຄວນໃຫ້ນາງ ອຸໄລວັນ ພາວິວົງກອນ ຫຼື ເພັງ ປະຕິບັດໂທດປະຫານຊີວິດ ແຕ່ເຫັນວ່າໃນເວລາດໍາເນີນຄະດີເລີຍແມ່ນ ມີອາຍຸເກີນກວ່າ 60 ປີ ຈຶ່ງເປັນສາເຫດທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບໂທດທາງອາຍາ ຕາມ ມາດຕາ 64 ຂໍ້ 1 ແລະ ເຫັນຄວນວາງໂທດໃສ່ຈໍເລີຍ ຕາມມາດຕາ 51 ວັກ 3 ຂອງປະມວນກົດໝາຍ ອາຍາ ທີ່ໄດ້ກຳນົດໄວ້ວ່າ: ຫ້າມລົງໂທດປະຫານຊີວິດ ໃສ່ຜູ້ກະທຳຜິດທີ່ມີອາຍຸຕໍ່າກວ່າສິບແປດປີ, ຜູ້ຍິງຖື ພາ, ແມ່ທີ່ລ້ຽງລູກນ້ອຍອາຍຸແຕ່ສາມປີລົງມາ, ຜູ້ທີ່ມີອາຍຸແຕ່ 60 ປີຂຶ້ນໄປ ແລະ ຜູ້ພິການທາງສະໝອງ ໃນເວລາກະທຳຜິດ ຫຼື ໃນເວລາຕັດສິນ ຫຼື ໃນເວລາປະຕິບັດໂທດ ໂດຍໃຫ້ລົງໂທດຕັດອິດສະລະພາບຕະຫຼອດຊີວິດ. ສະນັ້ນ, ຈຶ່ງເຫັນຄວນໃຫ້ ນາງ ອຸໄລວັນ ພາວິວົງກອນ ຫຼື ເພັງປະຕິບັດໂທດຕັດອິດສະລະພາບຕິດຄຸກຕະຫຼອດຊີວິດ.
ສ່ວນທີ່ດິນ ແລະ ຊັບສິນທີ່ມີສ່ວນກ່ຽວຂ້ອງກັບຄະດີດັ່ງກ່າວຂອງຈຳເລີຍ ສານຍັງຕັດສິນຮັບເຂົ້າເປັນຂອງລັດ ຄື: ຮັບທີ່ດິນ ຈຳນວນ 6 ຕອນ, ຮິບເງິນບາດຈຳນວນ 745.480 ບາດ, ເງິນໂດລາ 200 ໂດລາສະຫະລັດ, ເງິນກີບ 1.145.000 ກີບ, ໂທລະສັບ 2ເຄື່ອງ, ສາຍແອວສີເຫຼືອງຄ້າຍຄືທອງ 1 ເສັ້ນ ແລະ ກີ້ພະສີເຫຼືອງຄ້າຍຄືຄຳ 1 ອົງ.ນອກນັ້ນ, ຍັງໄດ້ຮັບຊັບສິນຂອງ ທ້າວ ເອລາວັນແລະ ນາງ ສົ້ນ (ລູກຊາຍ ແລະ ລູກໃພ້) ຂອງຈຳເລີຍຄື: ຮິບທີ່ດິນ 5 ຕອນ ແລະ ວັດຖຸສິ່ງຂອງ, ເງິນ ແລະຄຳຮູບປະພັນ ປະເພດສາຍຄໍສີເຫຼືອງຄ້າຍຄືຄຳ ລາຍດູກງ 1 ເສັ້ນ ຍາວ 50 ຊັງຕີແມັດ, ສາຍຄໍສີເຫຼືອງຄ້າຍຄືຄຳ ລາຍຕ້ອງໂສ້ 1 ເສັ້ນ ຍາວ 47 ຊັງຕີແມັດ,ພວງກະແຈສີທອງ 1 ພວງ, ແຜ່ນທອງ ຈຳນວນ 6ແຜ່ນ, ຫຼອດຄາຖາສີທອງແດງ ຈຳນວນ 27 ຫຼອດ,ຫຼອດຄາຖາສີຂາວ ຈຳນວນ 9 ຫຼອດ, ສາຍຄໍສີຂາວຄ້າຍຄືເລດ ລາຍລູກຕຸ້ມ 1 ເສັ້ນ ຍາວ 50 ຊັງຕີແມັດ,ເຂັ້ມຂັດສີຂາວຄ້າຍຄືເລດຝັງແກ້ວສີຂາວ 1 ອັນ,ສາຍແຂນສີຂາວຄ້າຍຄືເລດ 1 ເສັ້ນຍາວ 20ຊັງຕີແມັດ, ຕຸ້ມຫູສີຂາວຝັງແກ້ວສີຂາວ 1 ຄູ່, ຕຸ້ມຫູສີຂາວຄ້າຍຄືເລດຍ່ອຍລູກຕຸ້ມ 1 ກິ່ງ, ສາຍຄໍສີຂາວມີລູກຕຸ້ມຄ້າຍ ຄືເລດ 1 ເສັ້ນ ຍາວ 44 ຊັງຕີແມັດ, ກີ້ພຣະສີທອງເຫຼືອງ ຈຳນວນ 2 ອົງ, ກີ້ພຣະສີຂາວ 1ອົງ ພ້ອມຄາຖາ ສີທອງ ຈຳນວນ 4 ອັນ, ສາຍແຂນລູກປັດໄມ້ 1 ເສັ້ນ, ຕຸ້ມຫູສີເຫຼືອງຄ້າຍຄືຄໍາຝັງແກ້ວສີແດງ 1 ຄູ່ ແລະ ເງິນກີບ 300,000 ກີບ ເຂົ້າເປັນຂອງລັດ.
ຂ່າວ: ໜັງສືພິມຄວາມສະຫງົບ