ຄອບຄົວຍາກຈົນ 7 ຊີວິດ ເດັດ ຜູ້ອາຍຸສູງ ຄົນພິການ ບໍ່ມີຮອດເຂົ້າສານຈະກິນ

ພົບເຫັນຄອບຄົວໜຶ່ງ ຈົນເຖິງຂັ້ນວ່າບາງມື້ກໍ່ບໍ່ມີເຂົ້າສານກິນ ໂດຍ ທ່ານ ສຸວັນ ສີທອງ ນາຍບ້ານ ເລກທີ່ 5 ບ້ານ ພູມີ ເມືອງ ບາງມູນນາກ ແຂວງພິຈິດ

ໄດ້ໄປພົບຄອບຄົວນີ້ ມີທັງໝົດ 7 ຊີວິດ ທັງໝົດແມ່ນອາໃສຢູ່ ຮ່ວມກັນ ທັງຫມົດອາໃສຢູ່ບ້ານ ພູມີ ໂດຍເຮືອນສະພາບເກົ່າໆ ຫລັງຄາເຮືອນແມ່ນມຸງດ້ວຍສັງກະສີເສື່ອມ ພື້ນໄມ້ເປັນປອງ ແລະ ເສື່ອມໂຊມ ໂດຍບໍ່ມີການຕອກເຫຼັກຕະປູ

ທັງ 7 ຊີວິດຕ້ອງອາໃສນອນຢູ່ບ້ານດຽວກັນ ແລະສ່ວນໃຫຍ່ແມ່ນຜູ້ພິການແລະ ເດັກທັງໝົດ ໄດ້ປະທັງຊີວິດດ້ວຍບັດຄົນທຸກຍາກທີ່ມີພຽງ 1 ຄົນທີ່ສາມາດລ້ຽງຄອບຄົວໄດ້ ມາຈຸນເຈືອໃຫ້ຄອບຄົວ

ນັ້ນຄື ທ້າວ ມອນທອນ ທັບຈິນ ອາຍຸ 32 ປີ ແຕ່ຮ່າງກາຍບໍ່ສົມບູນ ເພາະປະສົບອຸປະຕິເຫດຖືກລົດຕຳ ແລະ ຍ່າງບໍ່ສະດວກ ແຕ່ຖືວ່າເປັນເສົາຄ້ຳຂອງຄອບຄົວໃນການຮັບຈ້າງ ແລະ ຫາເງິນມາລ້ຽງຄອບຄົວ

ນອກຈາກນັ້ນ ຍັງມີເດັກນ້ອຍອີກ 3 ຄົນ ທີ່ກຳລັງຮຽນຢູ່ໂຮງຮຽນ ໃນເຂດບ້ານ ຍາງມູນນາກ ຄື: ນາງສາວ ນະທັດສອນ ຄຳແຜງ ຫລື ນ້ອງ ສອນ ອາຍຸ 15 ປີ ທີ່ກຳລັງສຶກສາໃນຊັ້ນມັດທະຍົມສຶກສາປີທີ 3

ເດັກຍິງ ປານັດດາ ເມືອງນາ ຫຼື ອ້ວນ ທີ່ກຳລັງຮຽນຢູ່ຊັ້ນປ.5 ແລະ ນາງສາວ ຈິລາພອນ ທັບຈິນ ຫຼື ນ້ອງ ເອລິນ ອາຍຸ 3 ປີ ພວມຮຽນຢູ່ໂຮງຮຽນອະນຸບານ
ແລະມີແຕ່ທ່ານມອນທອນ ທັບຈິນ ໄວໜຸ່ມອາຍຸ 32 ປີຄົນດຽວ ທີ່ຮ່າງກາຍບໍ່ແຂງແຮງ ຍ້ອນໄດ້ເກີດອຸບັດເຫດ ຖືກລົດຕຳ ຍ່າງໄດ້ຍາກ ແຕ່ຖືວ່າເປັນເສົາຫຼັກຂອງເຮືອນ ໄດ້ອອກໄປຮັບຈ້າງເພື່ອຫາເງິນມາລ້ຽງຄອບຄົວ

ທ່ານ ມອນທອນ ຈະອອກໄປຮັບຈ້າງໄດ້ຄ່າແຮງ 200-300 ບາດ ຕໍ່ມື້ ແລະ ໃຊ້ເງິນຈາກບັດຂອງຜູ້ທຸກຍາກ ສໍາລັບບັດ ຜູ້ພິການ ທ້າວ ກະລິ່ມ ຫາກໍ່ເຮັດບັດ ຍັງບໍ່ທັນໄດ້ເງິນເທື່ອ ສ່ວນນາງ ສົມນຶກ ໄດ້ໄປເຮັດບັດຄົນພິການ ແຕ່ກໍບໍ່ຜ່ານ

ເນື່ອງຈາກວ່າ ເຈົ້າໜ້າທີ່ ອ້າງວ່າ ນາງ ຍັງສາມາດ ຍ່າງໄດ້ ເຖິງວ່າ ນາງ ສົມນຶກ ຈະຕ້ອງໃຊ້ ໄມ້ຄ້ອນແບບ 4 ຂາ ເພື່ອ ຮອງຮັບ ກໍຕາມ ເຮັດໃຫ້ຊີວິດທັງ 7 ຄົນ ກໍປະສົບ ກັບຄວາມ ຫຍຸ້ງຍາກ ຫລາຍ ບາງມື້ກໍ່ບໍ່ມີຂອງກີນໃຫ້ກິນ, ສະນັ້ນ ເຂົາເຈົ້າຕ້ອງໄດ້ໃຊ້ແຈ່ວເປັນອາຫານຫຼັກໃຫ້ລູກຫຼານກິນເພື່ອປະທັງຊີວິດ

ຂໍ້ມູນ ແລະ ຮູບພາບ: nationaltv.tv, naewna