ອັບເດດ..! ກ່ຽວກັບການເປີດປະເທດ

ອັບເດດ..! ກ່ຽວກັບການເປີດປະເທດ ຈາກຄະນະສະເພາະກິດ

🔥 ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານ ໃນວັນທີ 02 ພຶດສະພາ 2022 ນີ້ວ່າ:

ໄລຍະນີ້ ມີຫຼາຍພາກສ່ວນ ໃນສັງຄົມໃຫ້ຄວາມສົນໃຈ ກ່ຽວກັບການເປີດປະເທດ ຂອງ ສປປ ລາວ ເຊິງຕໍ່ບັນຫານີ້ ທາງຄະນະສະເພາະກິດ ກໍ່ແມ່ນໄດ້ມີການປະຊຸມຄົ້ນຄວ້າ ກັບທຸກພາກສ່ວນທີ່ກ່ຽວຂ້ອງ,

ນອກຈາກນີ້ກໍ່ໄດ້ມີ ການທາບທາມໂດຍຜ່ານສື່ຕ່າງໆ ລວມທັງສື່ສັງຄົມອອນລາຍ ເພື່ອໃຫ້ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມໄດ້ ປະກອບຄໍາເຫັນຕໍ່ ມາດຕະການໃນການເຂົ້າ-ອອກ ສປປ ລາວ.

ດັ່ງນັ້ນຄິດວ່າ ໃນອີກບໍ່ດົນ ຄະນະສະເພາະກິດຈະມີແຈ້ງການຕໍ່ບັນຫາດັ່ງກ່າວ.

ດັ່ງນັ້ນຈຶ່ງແຈ້ງໃຫ້ບັນດາທ່ານຈົ່ງພ້ອມກັນຕິດຕາມ.

Related Posts

Leave a Reply

Your email address will not be published. Required fields are marked *