ສ.ອາເມລິກາ ຈະຊ່ວຍພັດທະນາອາຊຽນ150ລ້ານໂດລາສະຫະລັດ

ສ.ອາເມລິກາ ຈະຊ່ວຍພັດທະນາອາຊຽນ150ລ້ານໂດລາສະຫະລັດ

ຂປລ.ຕາມ​ຂ່າວ​ຈາກ ນະຄອນຫລວງ ວໍ​ຊີງ​ຕັນ,ວັນ​ທີ13 ​ພຶດສະພາ​ນີ້, ທ່ານ ​ໂຈ​ໄບ ​ເດັນ,ປະທານາ ທິບໍດີ ສ.ອາ​ເມ​ລິ​ກາ ​​ໄດ້​ໃຫ້ການ ​ຕ້ອນຮັບ ​ແລະ​ ພົບ​ປະ ປຶກສາ​ຫາລື ກັບ​ຜູ້ນຳ 8 ປະ​ເທດ ສະມາຊິກ ສະມາຄົມ ປະຊາ​ຊາດ ​ແຫ່ງ​ອາຊີ ​ຕາ​ເວັນ​ອອກ ສ່ຽງ​ໃຕ້ (ອາ​ຊຽນ) ທີ່​ທຳນຽບຂາວ ຂອງ ສ.ອາ​ເມ​ລິ​ກາ ​ແລະ ​ໄດ້​ໃຫ້​ຄຳ​ໝັ້ນ ສັນ​ຍາ​ ຈະ​ສະໜອງ​ ງົບປະມານ ສະໜັບ ສະໜູນ ອາຊຽນ 150 ລ້ານໂດລາ ສະຫະລັດ

ເພື່ອການພັດທະນາ ພື້ນຖານ ໂຄງລ່າງ, ຄວາມ​ໝັ້ນຄົງ ​ແລະ ການ​ກຽມ​ ຄວາມ​ພ້ອມ ຮັບ​ມື ​ວິ​ກິດ​ກັບ​ ໂລກລະບາດ ​ໂຄ​ວິດ-19.ຂະນະ​ທີ່ ທ່ານ ​ໂຈ​ໄບ​ເດັນ ແລະ​ ພາກສ່ວນ​ ທີ່​ກ່ຽວຂ້ອງ ​ພວມ​ເຮັດ​ວຽກ​ ກ່ຽວ​ກັບ ​ຂອບການ​ຮ່ວມ​ມື ​ເສດ​ຖະ​ກິດ ​ອິນ​ໂດ-​ປາ​ຊີ​ຟິກ (IPEF) ​ແຕ່​ຍັງ​ ບໍ່​ທັນ​ລົງ​ເລິກ ​ດ້ານ​ລາຍ​ລະອຽດ ​ແຕ່​ຫລາຍ​ຝ່າຍ ​ເຊື້ອ​ໝັ້ນວ່າ ຜູ້ນຳ ສ.ອາ​ເມ​ລິ​ກາ ຈະ​ເປີດ​ຕົວ ​ຂອບ​ການ​ຮ່ວມ​ມື​ນີ້ ລະຫວ່າງ ການ​ເດີນທາງ​ ຢ້ຽມຢາມ ຍີ່ປຸ່ນ ​ແລະ ສ.​ເກົາຫລີ ​ໃນ​ໄລຍະ ​ທ້າຍ​ເດືອນ​ນີ້.

/. (ພາກ​ຂ່າວ: ຕ່າງປະ​ເທດ)ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

Related Posts

Leave a Reply

Your email address will not be published. Required fields are marked *