ເງິນກີບໃກ້ເຖິງຈຸດອາວະສານແລ້ວຍ້ອນລັດຖະບານບໍ່ສາມາດແກ້ໄຂແລະຄວບຄຸມໄດ້ມີຢູ່ 3 ບັນຫາຫລັກ

ເງິນກີບໃກ້ເຖິງຈຸດອາວະສານແລ້ວຍ້ອນລັດຖະບານບໍ່ສາມາດແກ້ໄຂແລະຄວບຄຸມໄດ້ມີຢູ່ 3 ບັນຫາຫລັກ:

1.ເງິນກີບບໍ່ມີອັດຕາແລກປ່ຽນໃນທະນະຄານກາງ

2.ລາວເຮົາມີຄຳຫລາຍແຕ່ເອົາເປັນຂອງຕົນເອງແລະສ່ວນຫລາຍແມ່ນມອບໃຫ້ນາຍທຶນແຕ່ບໍ່ມີຄຳຄ້ຳປະກັນເງິນກີບໃນທະນະຄານກາງ.

3ລາວເຮົາເພິ່ງພາເກືອບທຸກຢ່າງຈາກປະເທດອື່ນຍ້ອນຂາດການສົ່ງເສີມພາຍໃນຕັ້ງແຕ່ຕົ້ນເລື່ອງທີ່ເຫັນວ່າລາວເຮົາມີສິນຄ້າສົ່ງອອກນັ້ນສ່ວນຫລາຍແມ່ນເປັນຂອງຕ່າງຊາດທີ່ເຂົ້າລົງທຶນການຜະລິດໃນລາວເພື່ອສົ່ງກັບປະເທດຂອງເຂົາເຈົ້າ.

ສິ່ງທີ່ເຮັດໃຫ້ລັດຖະບານບໍ່ສາມາດແກ້ໄຂແລະຄວບຄຸມໄດ້ສ່ວນທີ່ຫນຶ່ງແມ່ນເກີດມາຈາກການເກື້ອລ້ຽງເຈົ້າຫນ້າທີ່-ພະນັກງານບາງຈຳນວນຈົນກາຍເປັນພະຍາດຊ້ຳເຮື້ອ,ມີຄວາມເຫັນແກ່ໂຕ,ການສວຍໂອກາດແລະການສໍ້ລາດບັງຫລວງ,ເມື່ອ10ພະຍາດຊ້ຳເຮື້ອໄດ້ປັກຫລັກຢູ່ປະເທດໃດປະເທດນັ້ນແມ່ນມີຄວາມຈິບຫາຍແລະປະຊາຊົນຂາດທີ່ເພິ່ງ.

ສ່ວນທີ່ສອງແມ່ນເກີດຈາກລັດຖະບານມີຄວາມອ່ອນແອ-ລອງລອຍ,ບໍ່ມີຄວາມເດັດຂາດ,ບໍ່ມີຈຸດຢືນເປັນຂອງຕົນເອງ,ເວົ້າຫລາຍກວ່າເຮັດຕົວຈິງ,ຖືກຕ່າງຊາດຄອບງຳ,ເຫັນແກ່ຜົນປະໂຫຍດສ່ວນຕົວ-ພັກພວກແລະນາຍທຶນ.

ບັນຫາດັ່ງກ່າວນີ້ຖືວ່າຂັດກັບແນວທາງສັງຄົມນິຍົມເອີ້ນວ່າການປະຕິບັດແບບກົງກັນຂ້າມ.ຄວາມແຕກຕ່າງການຂຸດຄົ້ນບໍ່ຄຳແລະບໍ່ແຮ່ຕ່າງໆ.

1.ບໍ່ຄຳເຊໂປນແມ່ນຂຸດຄົ້ນແບບເປີດເຜີຍແຕ່ບໍ່ມີຄວາມຮັບຜິດຊອບຜົນກະທົບຕໍ່ປະຊາຊົນແລະສິ່ງແວດລ້ອມ.

2.ບໍ່ຄຳແລະບໍ່ເຫລັກຢູ່ເຊກອງແມ່ນຂຸດຄົ້ນແບບປິດລັບກໍຄືເຂດສຳປະທານໃນໄລຍະຍາວ,ຜົນປະໂຫຍດແມ່ນຂື້ນກັບຂັ້ນເທິງສ່ວນເຂດສຳປະທານໃນໄລຍະສັ້ນ,ຜົນປະໂຫຍດແມ່ນຂື້ນກັບແຂວງ(ແບ່ງຜົນປະໂຫຍດກັນຢ່າງຊັດເຈນ,ທັງສອງເຂດແມ່ນບໍ່ສາມາດກວດສອບແລະບໍ່ອະນຸຍາດໃຫ້ກວດສອບໄດ້).

3.ບໍ່ຄຳຢູ່ຫລັກ20ແມ່ນຂື້ນກັບບໍລິສັດເຄືອຂ່າຍຂອງກອງທັບຫວຽດນາມໂດຍມີການນະໂຍບາຍພິເສດໃຫ້ຫລຸດການເສຍພັນທະເຂົ້າລັດ.

4.ບໍ່ບັອກຊິດ(Bauxite)ທີ່ໃຫຍ່ທີ່ສຸດໃນເອເຊຍ,ສຳຫລວດໃນປີ2007-2009,ພິກັດຕັ້ງຢູ່ປາກຊ່ອງບໍລິເວນແຂວງຈຳປາສັກແມ່ນເອົາໄປຄ້ຳປະກັນໃນໂຄງການລົດໄຟລາວຈີນ,ບໍລິສັດລາວຕິດຫນີ້ພຽງແຕ່1000ກວ່າລ້ານໂດລາເຫລືອນັ້ນແມ່ນລັດເປັນຜູ້ຕິດຫນີ້ຫລາຍ1000ລ້ານໂດລາສະຫະລັດ……………………………………………………………………….

Related Posts

Leave a Reply

Your email address will not be published. Required fields are marked *