USAID ປະກາດໃຫ້ທຶນຊ່ວຍເຫຼືອ ມູນຄ່າ 5,6 ລ້ານໂດລາ ຟື້ນຟູເສດຖະກິດ ແລະ ການສຶກສາໃນລາວ​

USAID ປະກາດໃຫ້ທຶນຊ່ວຍເຫຼືອ ມູນຄ່າ 5,6 ລ້ານໂດລາ ຟື້ນຟູເສດຖະກິດ ແລະ ການສຶກສາໃນລາວ​ ຈາກຜົນກະທົບໂຄວິດນະຄອນຫຼວງວຽງຈັນ, ສປປ ລາວ, ໃນວັນທີ 13 ພຶດສະພາ 2022

– ທ່ານນາງ ດຣ. ອິສໂຊເບວ ໂຄແມນ, ຮອງຜູ້ບໍລິຫານດ້ານນະໂຍບາຍ ແລະ ໂຄງການ, ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ປະກາດທຶນຊ່ວຍເຫຼືອມູນຄ່າ 5.6 ລ້ານໂດລາສະຫະລັດ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ທີ່ມີຕໍ່ລະບົບການສຶກສາ ແລະ ເສດຖະກິດ ຢູ່ ສປປ ລາວ.

ທ່ານ ນາງ ອິໂຊເບວ ໂຄນແມ່ນ ໄດ້ເນັ້ນໃຫ້ເຫັນການສະໜັບສະໜູນບັນດາທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍເນັ້ນໃຊ້ທຸລະກິດຂອງແມ່ຍິງ ໂດຍການປະກາດທຶນຟື້ນຟູເສດຖະກິດມູນຄ່າ 3 ລ້ານໂດລາ ໃຫ້ແກ່ໂຄງການໂຄງການສົ່ງເສີມຄວາມອາດສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ.

ໂຄງການນີ້ແມ່ນຈັດຕັ້ງປະຕິບັດໂດຍ ທະນາຄານໂລກ, ໂດຍສະໜັບສະໜູນທຶນໂດຍ ທະນາຄານໂລກ, ອົງການ USAID, ປະເທດອົສຕາລີ ແລະ ໄອແລນ.

ທຶນດັ່ງກ່າວຈະສະໜັບສະໜູນ ສປປ ລາວ ໃນການພັດທະນາສິ່ງແວດລ້ອມ ເພື່ອເອື້ອອຳນວຍໃຫ້ແກ່ທຸລະກິດ ແລະ ຊ່ວຍບັນດາຫົວໜ່ວຍທຸລະກິດໃນການຟື້ນຟູຜົນກະທົບຈາກພະຍາດໂຄວິດ-19.

ການຊ່ວຍເຫຼືອນີ້ ຄາດວ່າຈະເຮັດໃຫ້ເກີດມີການລົງທຶນ, ເພີ່ມການແຂ່ງຂັນຂອງ ສປປ ລາວ ແລະ ບັນດາທຸລະກິດຂະໜາດນ້ອຍ ແລະ ກາງ, ແລະ ຈົນໄປເຖິງການສ້າງວຽກເຮັດງານທຳທີ່ມີລາຍໄດ້ສູງສຳລັບຮຸ່ນຕໍ່ໄປ.

ນອກຈາກນີ້, ຍັງໄດ້ປະກາດທຶນຊ່ວຍເຫຼືອໃໝ່ ມູນຄ່າ 2.6 ລ້ານໂດລາ ໃຫ້ແກ່ອົງການ UNICEF ເພື່ອສະໜັບສະໜູນວຽກງານການສຶກສາສຳລັບເດັກນ້ອຍ ເດັກກ່ອນໄວຮຽນ ແລະ ຊັ້ນປະຖົມສຶກສາ ໃນ.

ທຶນດັ່ງກ່າວ ຈະຖືກນຳໃຊ້ເຂົ້າໃນການການຈັດການກັບບັນຫາທາງດ້ານການສຶກສາທີ່ເກີດຈາກພະຍາດໂຄວິດ-19 ແລະ ສະໜັບສະໜູນລັດຖະບານລາວໃນການມອບໂອການການສຶກສາທີ່ມີຄູນະພາບໃຫ້ແກ່ເດັກນ້ອຍທົ່ວ ສປປລາວ ໂດຍສະເພາະແມ່ນເນັ້ນໃສ່ເດັກນ້ອຍຊົນເຜົ່າ ແລະ ເດັກນ້ອຍທີ່ມີຄວາມພິການ.

ຂ່າວ: ​ສະຖານທູດອາເມລິກາ

Related Posts

Leave a Reply

Your email address will not be published. Required fields are marked *