ຖືກແມ່ຖິ້ມ ພໍ່ເສຍຊິວິດ ຢູ່ຄົນດຽວໃນປ່າ

ຖືກແມ່ຖິ້ມ ພໍ່ເສຍຊິວິດ ຢູ່ຄົນດຽວໃນປ່າ (ຢູ່ປະເທດເພື່ອນບ້ານ ຫວຽດນາມ)

ຊາວບ້ານເຂດນີ້ເຫັນມີແຕ່ເດັກຜູ້ໜຶ່ງຢູ່ໃນເຮືອນຄົນດ່ຽວນານມາ 2 ປີແລ້ວ, ດຳລົງຊີວິດຢູ່ຄົນດ່ຽວ ບໍ່ມີພໍ່ແມ່ ບໍ່ມີອ້າຍ ເອອື້ຍ,

ຕາມຂໍ້ມູນເດັກໄດ້ເວົ້າມາວ່າ: ຕອນຂ້ອຍມີອາຍຸປະມານ 2ປີ ພໍ່ຂ້ອຍໄດ້ເກີດອຸບັດເຫດເສຍຊີວິດໄປ ຂ້ອຍຈືໜ້າພໍ່ບໍ່ໄດ້.

ຕອນຂ້ອຍມີອາຍຸປະມານ 4 ປີ ແມ່ກໍ່ອອກໄປສ້າງຄອບຄົວໃໝ່ ຂ້ອຍກໍຈືໜ້າແມ່ບໍ່ໄດ້ ແມ່ຖີ້ມຂ້ອຍຢູ່ນຳແມ່ຕູ້ເຮົາສອງຄົນ ຢູ່ມາໄດ້ອີກ 4 ປີແມ່ຕູ້ກໍ່ໄດ້ຈາກຂ້ອຍໄປ ຂ້ອຍບໍ່ຮູ້ຈະໄປຢູ່ນຳໃຜ ຂ້ອຍຈຳເປັນຕ້ອງໄດ້ຢູ່ຄົນດຽ່ວໃນເຮືອນຫຼັງນີ້

ມີບາງເວລາເຮັດໃຫ້ຂ້ອຍມີຄວາມຢ້ານ ແຕ່ຂ້ອຍບໍ່ຮູ້ຈະໄປໄປອາໄສ ຈະໄປຫາໃຜ ກໍຈຳເປັນນອນຄົນດ່ຽວ.

ຮອດເວລາຫິວເຂົ້າ ຂ້ອຍກໍໄປລໍຂໍເຂົ້າສານນຳຊາວບ້ານຢູ່ໃກ້ບ້ານ

_

ຂ້ອຍໄປຂໍໄດ້ເຂົ້າສານມາແລ້ວ ຂ້ອຍກໍໄປຂຸດເອົາມັນຕົ້ນ ແລະເດັດເອົາຍອດມັນດາງມາຕົ້ມກິນນຳເຂົ້າ

_

_

_

_ ຂ້ອຍອາຍຸ 13 ປີແລ້ວ ຂ້ອຍບໍ່ເຄີຍໄດ້ກິນຊີ້ນຈັກຄັບເລີຍ

_ຂ້ອຍໄດ້ກິນຕຳໝາກເພັດ,ຜັກ ກັບເຂົ້າ ບາງມື້ກໍ່ກິນແຕ່ມັນຕົ້ນທໍນັ້ນ

ຂ້ອຍຢາກເຫັນແມ່ທີ່ສຸດເລີຍ ວ່າແມ່ຄືແນວໃດ

Related Posts

Leave a Reply

Your email address will not be published. Required fields are marked *