ເມື່ອວັນທີ 4 ພຶດສະພາ 2022 ທີ່ຜ່ານມາ ທາງເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຄ້າຢາເສບຕິດ ປກສ ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ຈັບກຸມເປົ້າໝາຍພົວພັນຄ້າຂາຍເສບຕິດຢູ່ຂອບເຂດບ້ານນາອຸດົມ ແລະ ບ້ານໜອງຂອນທີ່ຂື້ນກັບເມືອງສອງຄອນ ແຂວງສະຫວັນນະເຂດເຊີ່ງມີລາຍລະອຽດດັ່ງນີ້:

ໄດ້ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 2 ຄົນຄື:
1.ທ້າວ ພັນ ອາຍຸ 75 ປີ ອາຊີບ ເຮັດນາ ຢູ່ບ້ານນາອຸດົມ ເມືອງສອງຄອນ ແຂວງ ສະຫວັນນະເຂດ ເຊີ່ງຂອງກາງຢາບ້າ 2ຖົງ ເທົ່າກັບ 403 ເມັດ,ໂທລະສັບ 01 ໜ່ວຍ ແລະ ລົດຈັກ 01 ຄັນ.

2.ທ້າວ ເລີ້ມ ອາຍຸ 66 ປີ ອາຊີບ ເຮັດນາ ຢູ່ບ້ານໜອງຂອນ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ.
ເຊິ່ງຄະດີດັ່ງກ່າວແມ່ນທາງເຈົ້າໜ້າທີ່ກຳລັງດຳເນີນການສອບສວນ-ສືບສວນ ແລະ ດຳເນີນຄະດີຕາມກົດໝາຍຕໍ່ໄປ.
#ປກສ.ເມືອງສອງຄອນ#ສືບຈາກຂ່າວ