ເຈົ້າໜ້າທີ່ລົງກ່າວເຕືອນຜູ້ຂາຍນ້ຳມັນໃສ່ກະຕຸກ

ເຈົ້າໜ້າທີ່ ລົງກວດກາຜູ້ປະກອບການຂາຍນ້ຳມັນໃສ່ກະຕຸກໂດຍບໍ່ໄດ້ຮັບອະນຸຍາດ ຢູ່ໃນເມືອງໂພນໂຮງ.

++++++++++++++++++++++

ໃນວັນທີ 23 ພຶດສະພາ 2022 ນີ້ ຫ້ອງການອຸດສາຫະກຳ-ການຄ້າເມືອງໂພນໂຮງ ນຳໂດຍ ທ່ານ ຈຳປາ ທອງ ແກ້ວິຈິດ ກຳມະການພັກເມືອງ ຫົວໜ້າ ຫ້ອງການອຸດສາຫະກຳ-ການຄ້າເມືອງ ໂດຍສົມທົບ ພາກສ່ວນກ່ຽວຂ້ອງຂອງເມືອງໄດ້ລົງຕິດຕາມ ກວດກາ ແລະ ສຶກສາອົບຮົມ ຜູ້ປະກອບການ ຂາຍນ້ຳມັນໃສ່ກະຕຸກ ທີ່ຈຳໜ່າຍຢູ່ແຄມທາງ ທີ່ບໍ່ໄດ້ຮັບອະນຸຍາດ.

ຊຶ່ງໃນການລົງເຄື່ອນໄຫວເຮັດວຽກພາກສ່ວນກ່ຽວຂ້ອງຄັ້ງນີ້ ກໍ່ເພື່ອເປັນສະກັດກັ້ນ ຄວາມບໍ່ເປັນລະບຽບຂອງການຈຳໜ່າຍນ້ຳມັນທີ່ບໍ່ໄດ້ຮັບອະນຸຍາດ ພ້ອມທັງເປັນການປົກປ້ອງຄວາມອັນຕະລາຍຂອງການຈຳໜ່າຍນ້ຳມັນທີ່ຊະຊາຍ.

ໃນການລົງກວດກາຄັ້ງນີ້ໄດ້ພົບເຫັນຜູ້ກະທຳຜິດ ມີ 8 ກໍລະນີ ລວມມີ 8 ຈຸດ ທີ່ພົບເຫັນການລະເມີດຕໍ່ລະບຽບການຄຸ້ມຄອງ ຊຶ່ງແຕ່ລະຈຸດ ພາກສ່ວນກ່ຽວຂ້ອງກໍ່ໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນ ບໍ່ໃຫ້ຈຳໜ່າຍນ້ຳມັນຊຶ່ງການຈຳໜ່າຍດັ່ງກ່າວເປັນແບບຢ່າງບໍ່ທີ່ດີບໍ່ສອດຄອງລະບຽບການຄຸ້ມຄອງທີ່ວາງອອກ.

ທີ່ມາ

Related Posts

Leave a Reply

Your email address will not be published. Required fields are marked *