ແຈ້ງການເລື່ອງການຈຳໜ່າຍນໍ້າມັນເຊື້ອໄຟໃຫ້ຜູ້ຊົມໃຊ້

#ອ່ານດ່ວນ…! ແຈ້ງການເລື່ອງການຈຳໜ່າຍນໍ້າມັນເຊື້ອໄຟໃຫ້ຜູ້ຊົມໃຊ້ພາຍໃນແຂວງຫລວງພະບາງ

– ອີງຕາມ: ດຳລັດເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ.

-ອີງຕາມ: ຂໍ້ຕົກລົງສະບັບເລກທີ 0273/ອຄ, ລົງວັນທີ 10 ມີນາ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ.

ເພື່ອເຮັດໃຫ້ວຽກງານຄຸ້ມຄອງສິນຄ້າ ລາຄາໂດຍສະເພາະສິນຄ້າທີ່ລັດຄວບຄຸມໃຫ້ມີຄວາມສະຫງົບ, ພ້ອມທັງຮັບປະກັນດ້ານຄຸນນະພາບ ແລະ ຄວາມປອດໄພຂອງສັງຄົມ.

ພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງພະບາງ ຂໍຖືເປັນກຽດແຈ້ງມາຍັງ ທ່ານຫົວໜ້າຫ້ອງການ ອຄ ເມືອງ, ນະຄອນ ແລະ ຫົວໜ່ວຍທຸລະກິດປໍ້ານໍ້າມັນເຊື້ອໄຟ ລວມເຖິງພໍ່ແມ່ປະຊາຊົນ ພາຍໃນແຂວງຫຼວງພະບາງຊາບດັ່ງນີ້:

1. ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ຕິດຕາມກວດກາການຈໍາໜ່າຍນໍ້າມັນເຊື້ອໄຟທີ່ບໍ່ຖືກຕ້ອງຕາມລະບຽບ, ໂດຍສະເພາະແມ່ນການນໍາເອົານໍ້າມັນເຊື້ອໃສ່ຕຸກນໍ້າດື່ມມານັ່ງຂາຍຕາມແຄມທາງເຊີ່ງມີຄວາມສ່ຽງໃນການເກີດອັກຄີໄພ.

2. ຫ້າມພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນເອົາຕຸກນໍ້າດື່ມໄປຊື້ນໍ້າມັນຈາກບັນດາປໍ້າ ແລ້ວມາຈຳໜ່າຍຕາມແຄມເສັ້ນທາງຢ່າງເດັດຂາດ ຖ້າຫາກເຈົ້າໜ້າທີ່ກວດກາການຄ້າພົບເຫັນແມ່ນຈະຢຶດໄວ້ ແລະປັບໃຫມຕາມລະບຽບກົດໝາຍ.

ດັ່ງນັ້ນ,ຈຶ່ງແຈ້ງມາຍັງບັນດາຜູ້ປະກອບການປໍ້ານໍ້າມັນທຸກທ່ານ ແລະ ພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນເພື່ອຊາຍ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

Related Posts

Leave a Reply

Your email address will not be published. Required fields are marked *