ສາວກຳປູເຈຍ ເຮັດວິດິໂອກິນເກີບແຕະລົງເພສ ສ້າງຄວາມສົນໃຈຈາກສັງຄົມ ແລະ ມີຍອດໄລ໌ເຖິງລ້ານກວ່າໄລ໌, ຍອດເຂົ້າເບິ່ງ 20 ກວ່າລ້ານຄັ້ງ

_

_ສາວງາມກໍາປູເຈຍ Jin su ຫຼາຍຄົນຄົງເຄີຍເຫັນ ກັບການເຮັດຄິບແປກໆ ກ່ຽວກັບຄອນເທັນການກິນ ໂດຍສະເພາະແມ່ນແຈ່ວສົ້ມ ແລ້ວນໍາທຸກຢ່າງທີ່ຫາໄດ້ມາກິນກັບແບບແຊບນົວກັນເລີຍ ກັບສາວຄົນນີ້ເຈົ້າຂອງ ເຟດບຸກ Jin su ທີ່ມີຜູ້ຕິກຕາມ ແລະ ຜູ້ຊົມຄິບ ຫຼາຍລ້ານ ວິວ,

_

_ແລະ ຫຼ້າສຸດຄຣິບທີ່ກໍາລັງເປັນກະແສ ຄືການເອົາເກີບອີ່ແຕະມາກິນກັບແຈ່ວສົ້ມ ແບບກັດກິນ ໜຽວໆຕາມຄຣິບນີ້ ເຫັນໃຫ້ມີຄົນມາຄອມເມັ້ນສະແດງຄໍາຄິດເຫັນຕ່າງໆນາໆ …..

ແນວໃດກໍຕາມນີ້ອາດເປັນພຽງຄອນເທັ້ນທີ່ສາວ ຄົນນີ້ເຮັດຂຶ້ນມາເພື່ອຄວາມບັນເທີງ, ເພື່ອແຟນຄັບ ແຕ່ກໍຄວນເບິ່ງເພື່ອຄວາມມ່ວນຊື່ນ ແລະ ໃຊ້ວິຈາລະນະຍານ ເພາະເກີບແຕະເປັນຢາງ ບໍ່ສາມາດກິນໄດ້ ແລະ ບໍ່ຄວນຈະລອກລຽນແບບ
ເບິ່ງຄຣິບລຸ່ມນີ້