!ເຫດ ຟ້າຜ່າ ເສຍຊີວິດ 1 ບາດເຈັບ 3 ຄົນ

ໃນເວລາປະມານ 14:30 ໂມງ ຂອງວັນທີ 26 ພຶດສະພາ 2022 ເກີດເຫດຟ້າຜ່າຄົນ ເສຍຊີວິດ 1 ຄົນ ແລະ ໄດ້ຮັບບາດເຈັບ 3 ຄົນ, ຢູ່ທີ່ບ້ານຫນອງພັງ ເມືອງເຊບັ້ງໄຟ ແຂວງຄຳມ່ວນ.

ຜູ້ເຫັນເຫດການເລົ່າວ່າ: ທັງ 4 ຄົນ ເປັນຄົນບ້ານຍາງເກົ່າ ເມືອງທ່າແຂກ ໄດ້ພາກັນຂີ່ລົດໄຖ ມາຈາກຫາປາທ່າມກາງຝົນຕົກຟ້າຮ້ອງ ເພື່ອຈະກັບບ້ານ, ພໍມາຮອດຈຸດເກີດເຫດ ໄດ້ມີຟ້າຜ່າ ລົງກາງລົດໄຖ ເຮັດໃຫ້ມີຜູ້ເສຍຊີວີດທັນທີ 1 ຄົນ ແລະ ບາດເຈັບ 3 ຄົນ.

ຂໍສະແດງຄວາມເສຍໃຈຕໍ່ຄອບຄົວ ແລະ ຍາດຜູ້ເສຍຊີວິດ, ຕໍ່ກັບຜູ້ບາດເຈັບ ແມ່ນຂໍໃຫ້ປອດໄພ

ທີ່ມາ
