ແຊໄວ້ເລີຍ..!!ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

ຈາກຜູ້ໃຊ້ເຟສບຸກຊື່ Nithida Setthavong ໄດ້ໂພສວ່າ: #ບໍ່ຮັບເຮັດເດີ້ແຕ່ຈະມາບອກ .. ວ່າດ້ວຍເລື່ອງການເຮັດພາສປອດດ້ວຍໂຕເອງ ທຸກຄົນສາມາດເຮັດເອງໄດ້ຖ້າໃຜມີເວລາພໍຈັກ2-3ຊົ່ວໂມງ ແນະນຳໃຫ້ຂຽນເອກະສານແລ້ວເຊັ່ນນາຍບ້ານໃຫ້ແລ້ວເບິດ ແລ້ວໄປກົງສູນ ຖ້າຄົນຫລາຍ ກະຕໍ່ຄິວເອົາບັດຄິວເຂົ້າສຳພາດຈຳໂປ່ ຫຼັງຈາກແລ້ວ ພາຍໃນມື້

ຫລັງຈາກນັ້ນເພິ່ນຈະແນະນຳໄປຈ່າຍເງິນແລ້ວເອົາໃບນັດມື້ເອົາປຶ້ມ ແຄ່ນີ້ກະແລ້ວ (ທຸກຄົນເຮັດເອງໄດ້ເພາະສຸດທ້າຍເຮົາກະຕ້ອງໄປສຳພາດເອງຢູ່ດີ) ເສຍເວລາແນ່ແຕ່ກະເຮັດເພື່ອເປັນບົດຮຽນນະ-ປະກອບເອກະສານມີ : ຮູບ2ໃບ, ປຶ້ມສຳມະໂນຄົວ ກ໊ອບປີ້ 1ຊຸດ ແລະ ບັດປະຈຳໂຕ (ທີ່ສຳຄັນຖືຂອງແທ້ໄປນຳເດີ້ ເພິ່ນຈະກວດ ໃນປຶ້ມສຳມະໂນຄົວຕ້ອງມີກາຈຳ້ຄັກແນ່)

http://www.mofa.gov.la/images/passport/Ordinary_update.pdf-ໃບອະນຸຍາດຜູ້

ປົກຄອງhttp://www.mofa.gov.la/images/passport/Letter-of-consent.pdf

ປລ. ໃຜທີ່ມີຫົວເກົ່າຖືໄປນຳເດີ້ (ຢາກໄດ້ຮູບງາມໆແຕ່ງໂຕຈັດເຕັມໄປໂລດໃສ່ເສື້ອສູດແຕ່ງຫນ້າໂລດນະຈະ) ແຕ່ບໍ່ເອົາແບບເວີ້ວັງ

Related Posts

Leave a Reply

Your email address will not be published. Required fields are marked *