ອຸປະກອນທາງລົດໄຟຖືກກຸ່ມ ຄົ ນ ບໍ່ ດີ ລັ ກ ເຮັດໃຫ້ລົດໄຟຕ້ອງຂັບຊ້າ

ເຟສບຸກເພຈ ຂອງ Laos – China Railway ໄດ້ອອກມາຊີ້ແຈງເຖິງຜູ້ໂດຍສານທຸກທ່ານ ຊາບວ່າ:

ອຸ​ປະ​ກອນ​ຂອງ​ທາງ​ລົດ​ໄຟ​ໄດ້ຖືກ​ລັກໃນຊ່ວງຫົວແລງຂອງວັນທີ 27/05/202, ປະຈຸບັນ, ເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະ ອົງການປົກຄອງບ້ານແມ່ນໄດ້ເຂົ້າເຖິງພື້ນທີ່ເພື່ອກວດສອບເຫດການທີ່ເກີດຂຶ້ນ,

ແຕ່ເພື່ອ​ຄວາມ​ປອດ​ໄພ​ຂອງ​ຜູ້​ໂດຍ​ສານ ພວກເຮົາຈຳເປັນຕ້ອງ​ຫຼຸດຜ່ອນຄວາມໄວໃນການເດີນລົດລົງ ຈິ່ງເຮັດໃຫ້ລົດໄຟ EMU ຖ້ຽວ C83 ໃນມື້ນີ້ຈະມາຮອດນະຄອນຫຼວງວຽງຈັນຊ້າ 30 ນາທີ ແລະ ລົດໄຟທຳມະດາຖ້ຽວ K11 ແມ່ນຍັງບໍ່ສາມາດກຳນົດເວລາຈະມາເຖິງທີ່ແນ່ຊັດເທື່ອ.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງຜູ້ໂດຍສານທີ່ກຳລັງຢູ່ເທິງລົດໄຟ, ບັນດາທ່ານທີ່ຈະໄປຮັບຫມູ່ຄູ່, ຄອບຄົວ, ພີ່ນ້ອງຢູ່ສະຖານີເພື່ອຊາບ ແລະ ແລະ ຂໍການສະຫນັບສະຫນູນຮ່ວມມືຕາມທາງຄວນດ້ວຍ.

Related Posts

Leave a Reply

Your email address will not be published. Required fields are marked *