ບັນຫາທີ່ຕ້ອງຮີບຮ້ອນແກ້ໄຂ ເງິນຕາ, ເງິນເຟີ້, ລາຄາສິນຄ້າ, ນໍ້າມັນ

ບາງດ້ານທີ່ຕ້ອງຮີບຮ້ອນແກ້ໄຂ ເປັນຕົ້ນ ແກ້ໄຂຄວາມຫຍຸ້ງ ຍາກດ້ານ ເສດຖະກິດ-ການເງິນ-ເງິນຕາ, ສະພາບໄພເງິນເຟີ້, ລາຄາສິນຄ້າສູງຂຶ້ນ, ບັນຫາຂາດແຄນນໍ້າມັນ

ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ໃນກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ຍົກໃຫ້ເຫັນບາງດ້ານທີ່ຕ້ອງຮີບຮ້ອນແກ້ໄຂ ເປັນຕົ້ນ ແກ້ໄຂຄວາມຫຍຸ້ງ ຍາກດ້ານ ເສດຖະກິດ-ການເງິນ-ເງິນຕາ, ສະພາບໄພເງິນເຟີ້, ລາຄາສິນຄ້າສູງຂຶ້ນ, ບັນຫາຂາດແຄນນໍ້າມັນ ແລະ ສະພາບຫຍໍ້ທໍ້ອື່ນໆ ເຊິ່ງເປັນບັນຫາທ້າທາຍຕໍ່ ເສດຖະກິດ-ສັງຄົມ

ສູນກາງພັກ ຍັງໄດ້ມອບໃຫ້ ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ສືບຕໍ່ຍູ້ແຮງການປະຕິບັດທິດທາງ, ແຜນການໄລຍະທ້າຍປີ 2022 ໃຫ້ບັນລຸຄາດໝາຍ ທີ່ວາງໄວ້, ເອົາໃຈໃສ່ຫັນການຄຸ້ມຄອງເກັບລາຍຮັບງົບປະມານ ແລະ ເງິນຕາດ້ວຍເຄື່ອງມື ແລະ ລະບົບທີ່ທັນສະໄໝ

ພ້ອມນັ້ນ, ຍັງຕ້ອງແກ້ໄຂຂອດອັດຕັນ ເພື່ອປັບປຸງສະພາບແວດລ້ອມດຶງດູດເອົາການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໃຫ້ວ່ອງໄວ ແລະ ມີບາດກ້າວຫັນປ່ຽນໃໝ່ ຊຸກຍູ້ສົ່ງເສີມບັນດາໂຄງການລົງທຶນໃນຂົງເຂດການຜະລິດ ເພື່ອທົດແທນການນໍາເຂົ້າ

ອ່ານເພີ່ມເຕີມ: https://bit.ly/3sZijd3

Related Posts

Leave a Reply

Your email address will not be published. Required fields are marked *