ຫຍ້າໂຄຍງູ ເປັນຢາພື້ນບ້ານມີຊັບພະຄຸນນາໆເປັນຕົ້ນແມ່ນ: ສະຫຼາຍນີ້ວ, ແກ້ບວມຊໍ້າ, ເຮັດໃຫ້ຜູ້ຍີງທີ່ມີລູກຍາກມີລູກງ່າຍໄດ້, ຫຍ້າໂຄຍງູ ຫຍ້າກ້ຽວງູ ຫຍ້າພັນງູຂາວ ຫຍ້າໂຄຍງູ ເປັນຢາພື້ນບ້ານມີຊັບພະຄຸນນາໆ.

+ ຊື່ດ້ານພຶກສາສາດ: ຊື່ສາກົນທົ່ວໄປ : Prickly chaff-flower ຊະນີດ :Achyranthes sapera Linn ຕະກູນ : Amaranthaceae.

ຫຍ້າຄວາຍງູ ແມ່ນມີຫຼາຍຊະນິດ, ແຕ່ຊະນິດທີ່ນຳມາສະເໜີ ແລະ ປຸງແຕ່ງໂດຍສະຖາບັນຢາພື້ນເມືອງນີ້ ແມ່ນຫຍ້າໂຄຍງູສີຂາວ.

+ ວິທີການເກັບຮັກສາ: ລົກເອົາທັງຮາກ ມາລ້າງນໍ້າໃຫ້ສະອາດ ແລ້ວຕັດຊອຍ ນຳມາຕາກລົມເພື່ອຮັກສາຄວາມຂຽວ (ບໍ່ຄວນຕາກແດດ )ໃຫ້ແຫ້ງ ແລ້ວເຮັດການລະເຫີຍເອົານໍ້າອອກໃຫ້ໝົດ ບໍ່ດັ່ງນັ້ນຈະຕົກໂໝກ ແລ້ວບັນຈຸໃສ່ຖົງຢາງໄວ້ກິນຍາວນານ ເພາະຍາມແລ້ງຊອກຍາກ.

+ ວິທີການຕົ້ມເປັນຢາ: ໜື່ງກຳມື ຕົ້ມກັບນໍ້າ ໃສ່ນໍ້າພໍດີຖ້ວມຢາ ແລ້ວຕົ້ມດ້ວຍໄຟອ່ອນໆ 20 ນາທີ ແລ້ວ ດື່ມຕອນເຊົ້າ ໜື່ງຈອກ ຕອນແລງ ໜື່ງຈອກ.

+ ຄຸນປະໂຫຍດ: ຕົ້ນຕໍ ແມ່ນສະຫຼາຍໜິ້ວ, ໄລ່ຍ່ຽວ, ບຳລຸງກຳລັງ( ຊາວໄທໃຫ່ຍ ), ເຜົ່າເອົາຂີ້ເທົ່າ ມາແຊ່ນໍ້າ ຕອງເອົານໍ້າມາທາສາຍບືຜູ້ຍິງທີ່ມີລູກຍາກຈະເຮັດໃຫ້ມີລູກງ່າຍ ( ຊາວລ້ານນາ )

ນອກນັ້ນຍັງແກ້ຫືດ ປວດຂໍ້ ແກ້ບວມຊໍ້າ ປົວເບົາຫວານ ມະເຮັງ ບຳລຸງກຳລັງ (ຊາວລ້ານຊ້າງ) ແລະ ອື່ນໆ ສົມກັບວ່າ ລາຊາຢາພື້ນເມືອງລາວ.