Lao News

ຜູ້ນຳ EU ເຫັນພ້ອມ ຫລຸດການນຳເຂົ້ານໍ້າມັນຈາກຣັດເຊຍ 90%ພາຍໃນປີນີ້

ກອງປະຊຸມສຸດຍອດຜູ້ນຳສະຫະພາບເອີຣົບ (EU)ວາລະພິເສດ ຢູ່ນະຄອນຫລວງບຣຸກແຊນຂອງແບນຊຶກ ປິດລົງໃນມື້ທຳອິດຈາກທັງໝົດ 2 ວັນ ໂດຍຜູ້ນຳEU ເຫັນພ້ອມຂໍ້ຕົກລົງໃຫ້ຫລຸດການນຳເຂົ້ານ້ຳມັນຈາກຣັດເຊຍ 90% ພາຍໃນປີນີ້.

ທັງນີ້, ກອງປະຊຸມດັ່ງກ່າວໃຊ້ເວລາຫລາຍຊົ່ວໂມງໃນການຫາທາງອອກສຳລັບອຸປະສັກ ແລະ ປັດໄຈທີ່ແຕກຕ່າງກັນຂອງປະເທດສະມາຊິກ ໂດຍມີຮົງກາລີທີ່ເປັນຕົວຫລັກໃນການຄັດຄ້ານການຫ້າມນຳເຂົ້ານໍ້າມັນຣັດເຊຍທັງໝົດ.

ເຊິ່ງຜູ້ນຳ EU ເຫັນພ້ອມວ່າ: ມາດຕະການຫ້າມນຳເຂົ້ານໍ້າມັນດັ່ງກ່າວຈະຍົກເວັ້ນສຳລັບຮົງກາລີ ເນື່ອງຈາກເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແລະ ຕ້ອງອາໄສນໍ້າມັນດິບທີ່ສົ່ງຜ່ານທໍ່ຈາກຣັດເຊຍ, ສ່ວນປະເທດທີ່ບໍ່ມີທາງອອກສູ່ທະເລອື່ນໆ ຄືສະໂລວາເກຍ ແລະ ສ.ເຊັກ ຂໍເວລາເພີ່ມຂຶ້ນເນື່ອງຈາກຍັງຕ້ອງອາໄສນໍ້າມັນຈາກຣັດເຊຍ.

ອ້າງອີງ:

-https://www.bbc.com/news/worldeurope-61638860

+https://www.reuters.com/world/europe/epledge-support-ukraine-not-ready-withnew-russia-sanctions-2022-05-30/

Related Articles

Leave a Reply

Your email address will not be published. Required fields are marked *

Back to top button