ພິທີມອບ-ຮັບ ພຣະພຸດທະຮູບຫີນປະເສີດຫຼາຍສີ.

ພິທີມອບ-ຮັບ ແມ່ນໄດ້ຈັດຂຶ້ນທີ່ສູນກາງ ອພສ ໃນແລງວັນທີ 01/06/2022 ເວລາ 17:15 ໂມງ ພຣະພຸດທະຮູບປາໂກໄດ ຫຼື ພຣະພຸດທະຮູບຫີນປະເສີດຫຼາຍສີ (ອັນຍະມະນີ ທີ່ລໍ້າຄ່າ ຈາກແຫ່ຼງທໍາມະຊາດ ແຂວງອັດຕະປື ສປປ ລາວ)

ນໍາພາໂດຍ ການນໍານະຄອນຫຼວງວຽງຈັນ ທ່ານ ປະທານແນວລາວສ້າງຊາດນະຄອນຫຼວງ, ໂດຍ ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງ ອພສ ເປັນອົງຮັບ ໃນພິທີ ແລະ ຈະມີການຈັດພິທີສົມໂພດຂຶ້ນໃນເວລາອັນເໝາະສົມ ໃນໄວໆນີ້.

ທີ່ມາ: Hongsa Boriboun (ປອ.ຫົງສາ ບໍຣິບູນ)

