ອີງຕາມການຫາລືໃນກອງປະຊຸມທາງໄກ ເພື່ອປຶກສາຫາລືກ່ຽວກັບວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ຂອງແນວລາວສ້າງຊາດ (ຄຄລຕ) ໃນວັນທີ 28 ພຶດສະພາ2022 ຜ່ານມາ ໂດຍການເປັນປະທານຂອງ ທ່ານຫຽມ ພົມມະຈັນ ຮອງປະທານບໍ່ປະຈຳການ ຂອງສູນກາງແນວລາວສ້າງຊາດ ທັງເປັນຫົວໜ້າ ຄຄລຕ;
ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີ ທ່ານຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ກະຊວງການຕ່າງປະເທດ, ບັນດາທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳປະເທດ ຍີ່ປຸ່ນ,ອົສຕາລີ ແລະ ນິວຊີແລນ, ບັນດາກຳມະການສູນກາງແນວລາວສ້າງຊາດ ໃນ ຄຄລຕ ຢູ່ພາຍໃນປະເທດ, ກຳມະການສູນກາງແນວລາວສ້າງຊາດຢູ່ປະເທດຍີ່ປຸ່ນ, ອົສຕາລີ, ນິວຊີແລນ ແລະ ພາກສວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານຮອງປະທານບໍ່ປະຈຳການ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນແຈ້ງການ ຂອງຫ້ອງວ່າການສູນກາງພັກແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ກ່ຽວກັບວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດໃນໄລຍະໃໝ່ ທີ່ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍແນວທາງນະໂຍບາຍທີ່ມີຕໍ່ພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດ ຊຶ່ງເປັນສ່ວນໜຶ່ງທີ່ຕັດຂາດບໍ່ໄດ້ຈາກວົງຄະນາຍາດແຫ່ງຊາດ,ລັດຖະບານໄດ້ອອກລະບຽບການສະເພາະເພື່ອເອື້ອອໍານວຍໃຫ້ພີ່ນ້ອງລາວຢູ່ຕ່າງປະເທດ ໄດ້ອວ່າຍໜ້າມາຫາບ້ານເກີດ, ການປະກອບສ່ວນສ້າງສາພັດທະນາປະເທດຊາດ.

ພ້ອມນັ້ນທ່ານກໍໄດ້ຊີ້ແຈງເນື້ອໃນສຳຄັນຂອງແຜນວຽກຈຸດສຸມ (2022-2026) ແລະ ແຜນວຽກປີ 2022ກ່ຽວກັບວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດຂອງແນວລາວສ້າງຊາດ ທີ່ໄດ້ມີການແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະພາກສ່ວນທັງຢູ່ພາຍໃນ ແລະຢູ່ຕ່າງປະເທດ.
ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳເຫັນໂດຍໄດ້ຍົກໃຫ້ເຫັນສະພາບຈຸດພິເສດຂອງຊຸມຊົນຄົນເຊື້ອຊາດລາວຢູ່ແຕ່ລະບ່ອນ ຊຶ່ງຍາມໃດກໍມີຄວາມຜູກພັນກັບບ້ານເກີດ ແລະ ຫຼາຍບ່ອນກໍໄດ້ມີການພົວພັນທີ່ດີກັບບັນດາສະຖານທູດແຫ່ງ ສປປລາວ ປະຈຳຢູ່ປະເທດທີ່ຕົນອາໄສຢູ່.
ພິເສດຢູ່ແຕ່ລະບ່ອນໄດ້ເກີດມີໜໍ່ແໜງຂອງການປົກປັກຮັກສາແລະ ເຜີຍແຜ່ວັດທະນະທຳລາວຢູ່ຕ່າງປະເທດ ເຊັ່ນ:ການສ້າງສູນວັດທະນະທຳລາວຢູ່ປະເທດຍີ່ປຸ່ນ ຂອງສະມາຄົມຄົນລາວ ຊຶ່ງເປັນບ່ອນສອນພາສາ ແລະວັດທະນະທຳລາວໃຫ້ລູກຫຼານຮຸ່ນໃໝ່ ແລະ ເປັນທັງວັດລາວ ທີ່ມີພະສົງຈາກ ສປປ ລາວ ຜັດປ່ຽນກັນໄປປະຈຳ ໂດຍໄດ້ຮັບການຕົກລົງຈາກທາງການປະເທດຍີ່ປຸ່ນ, ການສ້າງໂຮງຮຽນສອນພາສາລາວ ຢູ່ປະເທດອົສຕຣາລີ ຂອງສະມາຄົມຊາວໜຸ່ມ ລາວອອສ (LAO-OZ), ການສ້າງສາວັດວາອາຮາມຢູ່ປະເທດນິວຊີແລນ.
ພິເສດແມ່ນຜູ້ເຂົ້າຮ່ວມປະຊຸມຈາກຫຼາຍເຂດແຂວງໃນປະເທດຍີ່ປຸ່ນ, ອົສຕຣາລີ ແລະ ນິວຊີແລນ ກໍຄື ຜູ້ທີ່ມາຢູ່ລາວຖາວອນແລ້ວ ເຫັນວ່າບັນດາທິດທາງວຽກງານແນວໂຮມທີ່ທ່ານປະທານກອງປະຊຸມໄດ້ຍົກຂຶ້ນນັ້ນ ແມ່ນມີຄວາມສຳຄັນ ແລະ ເຫັນວ່າໃນໄລຍະຕໍ່ໄປ ຢູ່ແຕ່ລະປະເທດ ຄວນມີກົນໄກປະສົມປະສານໃຫ້ທຸກຮຸ່ນຄົນ ແລະ ຊັ້ນຄົນຕ່າງໆມີສ່ວນຮ່ວມ ໃນການປະຕິບັດໃຫ້ເປັນຮູບປະທຳຕາມຄຳຂວັນ “ຮັກບ້ານເກີດ” ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດວາງອອກ.