ເບສ ເຄຍຊັດຫຼັງຄົນສົງໄສ ລາຍໄດ້ຈາກຍູທູບຫຼາຍ ລະດັບເກືອບ 100 ລ້ານ

ມາແຮງແຊງທາງໂຄ້ງກ່ວາໃຜ ນາທີນີ້ຕ້ອງຍົກໃຫ້ ນາງເອກປ້າຍແດງ ເບສ ທາຍາດຄົນງາມຂອງ ຕຳນານນັກຊົກຫຼຽນທອງບໍ່ໄດ້ໂມ້

ສົມຮັກ ຄຳສິງ ທີ່ເຮັດວຽກທັງສາຍລະຄອນ ແລະສາຍໂຊຊຽວ ຢືນໜຶ່ງຊ່ອງຍູທູບຈົນຊ່ວຍພໍ່ປົດໜີ້ລົ້ມລະລາຍໄດ້ສຳເລັດ

ຈົນແວ່ວມາວ່າ ນະ ບັດນາວໂກຍເງິນຈາກການເຮັດຍູທູບມີລາຍໄດ້ບໍ່ຕ່ຳກ່ວາ 62 ລ້ານບາດ ທີ່ສຳຄັນຍັງລັກກີ້ອິນເລີບ ຄັ້ງຮັກໜັກຫຼາຍກັບ ຕົງຕົງ ເດິະສະຕຣາ

ເປັນອີກໜຶ່ງຄູ່ຫວານທີ່ໜ້າອິດສາທີ່ສຸດໃນສາມໂລກ ລ່າສຸດຂໍເຄຍໃຈທຸກເລື່ອງຮ້ອນກັບ ພິທີກອນຕົວແມ່ໜູແມ່ມ ສຸລິວິພາ ແຫ່ງລາຍການດັງ ໂຕ໊ະໜູແມ່ມ ທາງຊ່ອງເວີກພອຍທ໌ ແບບລຶກສຸດໃຈ

ສາຍາຕອນນີ້ເອີ້ນວ່າຍູທູບເບີ້ຮ້ອຍລ້ານ? ຍັງບໍ່ເຖິງຂະໜາດນັ້ນ ຍັງຈ້າງໄດ້ຢູ່ ເປັນອາຊີບຫຼັກຂອງຂ້ອຍເລີຍຄືຍູທູບ ຂ້ອຍເຮັດທຸກມື້ ຂ້ອຍຈະລົງຄິບວັນເວັ້ນວັນ ຂ້ອຍກໍ່ງົງຄືກັນເປັນລາຍໄດ້ຫຼັກທີ່ຊ່ວຍພໍ່ປົດໜີ້

ຕອນນັ້ນເຮັດເພາະພໍ່ສັ່ງໃຫ້ເຮັດຄືພໍ່ຮູ້ມາຈາກໝູ່ພໍ່ ເຮັດໄປດຽວມັນໄດ້ເງິນ ຍ້ອນໄປເມື່ອ 4-5 ປີທີ່ແລ້ວ

ຕອນນັ້ນອາຍຸ 17 ປີ ເລີ່ມຈາກເຮົາບໍ່ຮູ້ຈະຖ່າຍຫຍັງກໍ່ເລີ່ມຈາກຖ່າຍນ້ອງຊາຍ ນ້ອງຊາຍຂ້ອເຂົາເດີນສາຍເຕະບານ ເສົາ-ອາທິດ ເຂົາຈະມີແຂ່ງກັນ

ຂ້ອຍກໍ່ໄປຕັ້ງກ້ອງຖ່າຍນ້ອງ ແລະພໍ່ກໍ່ບອກວ່າດຽວເຮົາເຮັດເພງກັນດີກ່ວາ ແລ້ວຄິບນີ້ດັງໄດ້ເພາະນ້ອງຊາຍ ເດັກນ້ອຍມັກຟັງແລະຄົນກໍ່ມາຕິດຕາມຊ່ອງຂ້ອຍ kamsing family channel

ຄິດຕາມສະຖິຕິບອກວ່າລົງຄິບວັນເວັ້ນວັນ 1 ປີຈະມີລາຍໄດ້ເຖິງ 62 ລ້ານບາດ? (ຫົວ) ຂ້ອຍບໍ່ຮູ້ ອັນນີ້ຕ້ອງໄປຖາມແມ່ ເພາະແມ່ເປັນຄົນເກັບເງິນ ຂ້ອຍບໍ່ໄດ້ມີເງິນຂະໜາດນັ້ນ

ເຫັນວ່າມູໆ ອາຈານໄພໂລດ ປັງເພາະຍັນຮ້ອຍລ້ານ? ຄືພໍ່ຮູ້ຈັກສາຍມູຫຼາຍເລີຍ ແລະກໍ່ຮູ້ຈັກອາຈານໄພໂລດ

ຕອນນັ້ນຂ້ອຍເຮັດຍູທູບແລ້ວ ບໍ່ຮູ້ວ່າເພາະຫຍັງ? ຕອນນັ້ນອາຈານເຂົາເຊັນຍັນໃຫ້ຫຼືບໍ່ ເຮົາກໍ່ເລີຍໄດ້ເຂົ້າມາໃນວົງການ

ແຕ່ຫຼັກໆເລີຍທຸກຄົນ ທຸກໝໍຈະບອກຂ້ອຍວ່າໃຫ້ກະຕັນຍູແບບນີ້ໄວ້ຕະຫຼອດ ຄືກັບວ່າທຸກຢ່າງທີ່ເຮົາໂຊກດີທີ່ເຮົາມີເງິນຕະຫຼອດເວລາ

ມີງານເຂົ້າມາສະໝ່ຳສະເໝີເພາະເຮົາດູແລພໍ່ແມ່ ເຂົາກໍ່ຢາກໃຫ້ເຮົາດູແລຕໍ່ໄປ (ເຫັນເມົ້າວ່າອາຈານບອກຈະລວຍພັນລ້ານ) ຂ້ອຍກໍ່ລໍຖ້າຢູ່ ສາທຸ ຍັງຫ່າງອີກຫຼາຍ ຍັງບໍ່ໃກ້

ລ່າສຸດເມົ້າວ່າຈະອອກເຮືອນ ຊື້ເຮືອນຂອງຕົວເອງ? ຍັງ ຖ້າອອກເຮືອນຕ້ອງໃຫ້ຜູ້ຊາຍຊື້ ເຮົາຊື້ເອງບໍ່ໄດ້ ຄືເຮືອນຂ້ອຍຊື້ໄວ້ກ່ອນທີ່ຈະຄົບອ້າຍຕົງຕົງ

ພໍຄົບກັບອ້າຍຕົງຕົງກໍ່ຄິດວ່າອອກເຮືອນຫຼືບໍ່ ອອກມາຢູ່ຄົນດຽວ ບໍ່ເລີຍ ຄືຂ້ອຍຊື້ກ່ອນເພາະຂ້ອຍຢາກຢູ່ເຮືອນຄົນດຽວ

ຄົນເຂົ້າໃຈຕາມຂ່າວເພາະຄັງຮັກກັນເຫຼືອເກີນ ຄັ້ງຮັກແທ້ຫຼືບໍ່? ແທ້ (ຫົວ) ຖ້າເປັນຄອນເທັ້ນຄືເໝື່ອຍ ມັນເປັນປີມາແລ້ວຂອງແທ້ ປີກ່ວາແລ້ວ ທຸກມື້ນີ້ຮັກກັນປົກກະຕິພໍແລ້ວ ເຮັດປັດຈຸບັນໃຫ້ດີທີ່ສຸດກໍ່ພໍ

Related Posts

Leave a Reply

Your email address will not be published. Required fields are marked *