ສາມາດຈັບຜູ້ກະທຳຜິດໄດ້ 13 ຄົນຄະດີ ຄາຕະກຳ 2 ສົບຝັງດິນຢູ່ບ້ານໃໝ່ ສີໂຄດຕະບອງ

ເຫດການຄະດີຄາຕະກຳ 2 ສົບ ແລ້ວຝັງດິນຢູ່ປ່າແຄມທາງ ເຂດບ້ານໃໝ່ ເມືອງ ສີໂຄດຕະບອງນະຄອນຫຼວງວຽງຈັນທີ່ປະຊາຊົນໄປຫາໜໍ່ໄມ້ແລ້ວພົບເຫັນ ແມ່ນເຫດການລັກພາຕົວຮຽກຄ່າໄຖ່;ປັດຈຸບັນ, ເຈົ້າໜ້າທີ່ສາມາດຕິດຕາມຈັບໄດ້ 13 ຄົນຍິງ 1 ຄົນ ທີ່ຮ່ວມກັນກໍ່ເຫດ.

ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກົມສືບສວນ-ສອບສວນ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 8 ມິຖຸນາ ນີ້ ວ່າ: ໃນວັນທີ 18ມີນາ 2022, ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກ ນາງສ້ອຍສຸດາ ອາຍຸ 18 ປີ, ຢູ່ບ້ານ ດົງນາໂຊກເໜືອເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ວ່າ: ຜົວຂອງຕົນເອງ ຊື່ທ້າວ ບຸນທ່ຽງ ອາຍຸ 53 ປີ ນັກທຸລະກິດ ພ້ອມດ້ວຍໝູ່ຊື່ທ້າວ ເຊິນຫາຍເຜິ້ງ ອາຍຸ49 ປີ, ນັກທຸລະກີດຊາວຈີນ ພັກເຊົາຢູ່ບ້ານ ດົງນາໂຊກເໜືອ ໄດ້ຖືກຄົນຮ້າຍລັກພາຕົວໄປຮຽກຄ່າໄຖ່;ເມື່ອໄດ້ຮັບການລາຍງານ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ທີ່ກ່ຽວຂ້ອງລົງ ສົມທົບກັບ ປກສເມືອງ ສີໂຄດຕະບອງ, ປກສ ກຸ່ມ, ອົງການ ປົກຄອງບ້ານ ທີ່ກ່ຽວຂ້ອງ ລົງກວດກາເກັບກຳຂໍ້ມູນເບື້ອງຕົ້ນຕາມລັກການວິຊາສະເພາະ ເພື່ອຊອກຫາຜູ້ຖືກເຄາະຮ້າຍ ແລະ ເປົ້າໝາຍກໍ່ການກະທຳຜິດ.

ມາຮອດວັນທີ 26 ມີນາ 2022, ເວລາ 13:00 ໂມງໄດ້ຮັບການລາຍງານ ຈາກ ປກສ ເມືອງ ສີໂຄດຕະບອງ ວ່າ: ມີປະຊາຊົນໄປຫາໜໍ່ໄມ້ ແລ້ວພົບເຫັນສົບສອງສົບ ຖືກຟັງດິນໄວ້ ຢູ່ປ່າແຄມທາງ ເຂດບ້ານໄໝ່ ເມືອງສີໂຄດຕະບອງ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາ ແລະ ພິສູດຊາກສົບ ຈຶ່ງສາມາດຮູ້ໄດ້ວ່າ: ສົບສອງສົບທີ່ຖືກຄາດຕະກຳ ຟັງດິນແມ່ນ ສົບຂອງທ້າວ ບຸນທ່ຽງ ແລະ ທ້າວ ເຊິນຫາຍເຜິ້ງ ທີ່ຖຶກລັກພາຕົວໄປແຕ່ວັນທີ 18 ມີນາ2022.

ມາຮອດວັນທີ 12 ເມສາ 2022. ເຈົ້າໜ້າທີ່ສາມາດກັກຕົວເປົ້າໝາຍສົງໃສທີ່ມີສ່ວນຮ່ວມໃນການລັກພາຕົວ ແລະ ຄາດຕະກຳ ໄດ້ 1 ຄົນ, ຊື່ທ້າວ ສີພັນຫຼື ບີ້ ອາຍຸ 19 ປີ ກຳມະກອນ ຢູ່ບ້ານ ສະພານທອງໃຕ້ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.

_

_

_

_

_

_

ຜ່ານການ ສອບສວນ ທ້າວ ສີພັນ ໄດ້ໃຫ້ການຊັກທອດຫາ ຜູ້ເປັນຫົວໂປ່ໂຕການ ແລະ ຜູ້ຮ່ວມຂະບວນການຫຼາຍຄົນ; ຜ່ານການດຳເນີນຄະດີຢ່າງເຄັ່ງຮ້ອນສາມາດຕິດຕາມຈັບ ເປົ້າໝາຍທີ່ມີສ່ວນຮ່ວມໃນການລັກພາຕົວ ແລະ ຄາຕະກຳ ໄດ້ທັງໜົດ 13 ຄົນ ຍິງ 1 ຄົນ, ຄົນລາວ 8 ຄົນ ຍິງ 1 ຄົນ,ຄົນສັນຊາດຈີນ 4 ຄົນ, ພາຫະນະຮັບໃຊ້ເຂົ້າໃນການກະທຳຜິດ ລົດໃຫຍ່ 2 ຄັນ; ນອກນັ້ນ, ເຈົ້າໜ້າທີ່ພວກເຮົາ ຍັງສືບຕໍ່ດໍາເນີນໄລ່ຊອກໄລ່ຈັບ ພັກພວກຂອງພວກຂອງພວກມັນທີ່ກຳລັງເອົາຕົວຫຼົບໜີ ມານຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

Related Posts

Leave a Reply

Your email address will not be published. Required fields are marked *