ພູມໃຈທີ່ສຸດ! ສູ້ນຳກັນມາ 3 ປີ ມີລົດ ມີເຮືອນງາມ

📌ຈົ່ງມີສຕິຢ່າໃຫ້ເປັນຄືໃນເພງ “ຍາມຈົນຮັກດີ ຍາມມີຫຼາຍໃຈ”ຄິດໃສປີ2019ຕອນສູ້ຢູ່ຫ້ອງແຖວນໍາກັນ 🎂🎂ວັນເກີດບໍ່ມີງານສະລອງ ມີພຽງເຄັກ1 ກ້ອນ , ມີຢໍ່1 ຈານ , ມີແຊນວິດ 2 ກ້ອນ …

ເປົ່າເຄັກນໍາກັນຢູ່ຫ້ອງແຖວນ້ອຍໆ 2 ຄົນ … ກໍ່ບໍ່ເຫັນຊິເປັນຫຍັງ ບໍ່ໄດ້ແຄພາບລັກ ອີ່ຫຍັງທັງນັ້ນ …

ຊີວິດຄູ່ຍາມຈົນຮັກດີ ຍາມມີຂື້ນມາ ກໍ່ຈົ່ງໃຫ້ຄວາມສໍາຄັນກັບຄົນສູ້ນໍາກັນຄືເກົ່າ …

ແທກແຄກັນຄືເກົ່າ ຍາມຫາກໍ່ຫານໍາກັນ 2 ຄົນ ຍາມມີກໍ່ຢ່າດຶງຄົນອື່ນມາໃຊ້ນໍາ …

🙏🏻❤️ກວ່າຈະມີມື້ນີ້ໄດ້ຜ່ານຫຍັງຕໍ່ຫຍັງມານໍາກັນ ລໍາບາກສໍ່າໃດກໍ່ບໍ່ມີໃຜຮູ້ນອກຈາກເຮົາ2 ຄົນ …

ໃຊ້ຊີວິດຄູ່ຮ່ວມກັນ 3 ປີ ມີທຸກ, ມີສຸກ, ມີຜິດ ,ມີຖຽງແຕ່ກໍ່ປັບເຂົາຫາກັນໄດ້ ບອກເລີຍຊີວິດຄູ່ ຖ້າບໍ່ຍອມປັບປ່ຽນ ບໍ່ອົດບໍ່ທົນບໍ່ …

ບໍ່ຍອມໃຫ້ອະໄພເຊິງກັນ ແລະ ກັນ ແມ່ນໄປບໍ່ລອດແທ້ໆ … ສະຖາບັນຄອບຄົວຄືສິ່ງສໍາຄັນຖ້າຄົນໃນຄອບຄົວຮັກແພງກັນຢ່າງເຂັ້ມແຂງຄົນທາງນອກກໍ່ເກງຂາມ ຖ້າຄອບຄົວຄ້ອນແຄ້ນບໍ່ອຶດແຕ່ຄົນຢາກທໍາລາຍ …

ຂ້ອຍຈີ່ງຮັກສາເຖິງທີ່ສຸດ ບໍ່ຮູ້ດອກວ່າຮອດມື້ໃດຮູ້ແຕ່ຮັກສາສຸດຄວາມສາມາດເຮັດປະຈຸບັນໃຫ້ດີທີ່ສຸດແມ່ຍີງເຮົາແມ່ນສໍາຄັນຫຼາຍຕ້ອງມີຫຼັກໝັ້ນຈິດໃຈທູ່ນທ່ຽງແທ້ໆ …

_

ເພາະສ່ວນຫຼາຍ90% ແມ່ນຜູ້ຊາຍເປັນຜູ້ກະທໍາຜິດຕໍ່ຄອບຄົວ…

ແຕ່ ເຮົາໃຫ້ອະໄພໄດ້ທີ່ຜົວທໍາຜິດມາໃຫ້ຮູ້ໄວ້ເລີຍຈິດໃຈເຮົາສູງສົ່ງ ທີ່ຍອມໃຫ້ອະໄພ ແຕ່ການໃຫ້ອະໄພຄົນໃນເລື່ອງທີ່ຊໍ້າຊາກຖ້າເກີນ 3 ຄັ້ງກໍ່ເພື່ອໃຈໄວ້ເລີຍ …

ເຂົາປ່ຽນບໍ່ໄດ້ ຂື້ນທີ່ເຈົ້າແລ້ວຈະຮັບມືແບບໃດ ???ມາຮອດຈຸດນີ້ພູມໃຈຫຼາຍຂອບໃຈທີ່ເຂົ້າມາໃນຊີວິດ ເປັນທັງບົດຮຽນ ແລະ ຂອງຂວັນ ຈັບມືກັບສ້າງແບບນີ້ຕະຫຼອດໄປ ໂລໂກM9ຕ້ອງລວຍສືບທອດເສັນລູກຫຼານ ອິນປອນ ຂາຍເຄື່ອງສະແກນລົດ ທຸກຊະນິດແລະຈຳໜ່າຍລົດໂຟກລິບ ເຮຍເກົ້ານ້ອຍ ທີລະກອນ

_

🙏🏻❤️ທີ່ຂາດບໍ່ໄດ້ສໍາຄັນທີ່ສຸດ ຂອບໃຈ ລູກຄ້າທີ່ອຸດໜູນອູ້ມຊູເຮົາມາໂດຍຕະຫຼອດ ແລະ ຕົວແທນທີ່ສູ້ຄຽງບ່າຄຽງໄລ່ມາຕະຫຼອດການເດີນທາງ ທີ່ເຄີຍເຂົ້າມາກໍ່ຂອບໃຈ ທີ່ຍັງຢູ່ຍີ່ງຂອບໃຈ ແມ່ໄໝສໍານຶກບູນຄູນທຸກຄົນທີ່ເຮັດໃຫ້ຄອບຄົວແມ່ໄໝມີເຂົ້າກິນ ມີລາຍຮັບ ມີທຸກຢ່າງໃນມື້ນີ້ ກໍ່ຍ້ອນພວກທ່ານທີ່ເອນດູ

Related Posts

Leave a Reply

Your email address will not be published. Required fields are marked *