Lao News

ຄ່ອຍໆດີຂື້ນເທື່ອລະບາດກ້າວ..!!ພາຍຫຼັງທ່ານ ນາຍົກ ແຕ່ງຕັ້ງຄະນະສະເພາະກິດ ແກ້ໄຂວິກິດນໍ້າມັນ ລາຄາສິນຄ້າ ແລະ ເງິນຕາ

ເພື່ອເລັ່ງໃສ່ການແກ້ໄຂບັນຫາທີ່ເປັນຜົນກະທົບເຖິງຄວາມໝັ້ນຄົງຂອງຊາດ ທາງດ້ານເສດຖະກິດ ຕາມສະພາບການເກີດຂຶ້ນ ເພື່ອສາມາດຮັບມືກັບການແກ້ໄຂສະພາບການຢ່າງທັນການ, ທ່ານນາຍົກລັດຖະມົນຕີ ຈຶ່ງໄດ້ວາງ 5 ມາດຕະການ ແລະ ແຕ່ງຕັ້ງ 8 ພາກສ່ວນ ແກ້ໄຂບັນຫານ້ຳມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ.

ຂໍ້ຕົກລົງແຕ່ງຕັ້ງຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ທີ່ເຊັນລົງໃນວັນທີ 6 ມິຖຸນາ 2022, ສະບັບເລກທີ 36/ນຍ ວ່າດ້ວຍ ການແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບຊີ້ນຳ ແລະ ວາງມາດຕະການຮີບດ່ວນໃນການແກ້ໄຂບັນຫານ້ຳມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ, ໃນນັ້ນ ໄດ້ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ ເປັນຫົວໜ້າຄະນະ, ສ່ວນລັດຖະມົນຕີກະຊວງການເງິນ ເປັນຮອງຫົວໜ້າຄະນະ ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານຮອງຫົວໜ້າຫ້ອງວ່າການສູນກາງພັກ, ທ່ານຮອງຫົວໜ້າອົງການກວດກາແຫ່ງລັດ, ທ່ານຫົວໜ້າກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານປະທານສະມາຄົມນ້ຳມັນເຊື້ອໄຟລາວ ແລະ ອາຍແກັສ ເປັນຄະນະ ເພື່ອເຮັດໜ້າທີ່ໃນການວາງມາດຕະການຮັບປະກັນການນຳເຂົ້ານ້ຳມັນເຊື້ອໄຟ ເພື່ອສະໜອງຄວາມຕ້ອງການອັນຈຳເປັນ ໃຫ້ເປັນປົກກະຕິ, ທັງຮັບປະກັນການກຳນົດລາຄາໃນແຕ່ລະໄລຍະໃຫ້ທັນການ ແລະ ສອດຄ່ອງກັບການຜັນແປຂອງລາຄານ້ຳມັນເຊື້ອໄຟຢູ່ທົ່ວໂລກ ແລະ ຄວາມເປັນຈິງຂອງປະເທດ.

ພ້ອມທັງ ວາງມາດຕະການຕ່າງໆ ແລະ ວິທີການຕົວຈິງໃນການສະໜອງເງິນຕາຕ່າງປະເທດ, ການຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ ການແກ້ໄຂບັນດາຮ້ານແລກປ່ຽນ, ການນຳໃຊ້ເງິນຕາໃນທ້ອງຕະຫຼາດ ໃຫ້ມີຄວາມສະຫງົບ ແລະ ມີສະຖຽນລະພາບ, ຄຽງຄູ່ກັບ ການຕິດຕາມ ກວດກາຢ່າງເຂັ້ມງວດ ຕໍ່ຜູ້ລ່ວງລະເມີດກົດໝາຍ, ສ້າງຄວາມປັ່ນປ່ວນ, ສ້າງບັນຫາເສຍຫາຍແກ່ເສດຖະກິດ-ການເງິນຂອງຊາດ, ລວມທັງ ວາງມາດຕະການຕ່າງໆ ເພື່ອຄວບຄຸມລາຄາສິນຄ້າ, ການກຳນົດສິນຄ້າຍຸດທະສາດ ເພື່ອໃຫ້ສິນຄ້າໃນທ້ອງຕະຫຼາດຢູ່ໃນເກນປົກກະຕິ. ທັງນີ້ ກໍເພື່ອເປັນການແກ້ໄຂທຸກບັນຫາ ທີ່ເປັນຜົນກະທົບເຖິງຄວາມໝັ້ນຄົງຂອງຊາດ ທາງດ້ານເສດຖະກິດ ຕາມສະພາບການເກີດຂຶ້ນ ເພື່ອສາມາດຮັບມືກັບການແກ້ໄຂສະພາບການຢ່າງທັນການ ແລະ ມາດຕະການຕ່າງໆ ແມ່ນຈະເລີ່ມຈັດຕັ້ງປະຕິບັດ ພາຍຫຼັງທີ່ ທ່ານນາຍົກລັດຖະມົນຕີ ລົງລາຍເຊັນເປັນຕົ້ນໄປ.

ພາຍຫລັງແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບຊີ້ນຳ ແລະ ວາງມາດຕະການຮີບດ່ວນ ໃນການແກ້ໄຂບັນຫານ້ຳມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ

ຜົນງານທີ່ໄດ້ຮັບຫລັງແຕ່ງຕັ້ງຄະນະສະເພາະກິດບໍ່ຮອດອາທິດຄື:

ປັບຫລຸດອາກອນຊົມໃຊ້ນໍ້າມັນເຊື້ອໄຟ

1. ນໍ້າມັນແອັດຊັງ ຈາກ 16% ຫລຸດເຫລືອ 5%

2. ນໍ້າມັນກາຊວນ ຈາກ 11% ຫລຸດເຫລືອ 0%

Related Articles

Leave a Reply

Your email address will not be published. Required fields are marked *

Back to top button