Lao News

ການສໍ້ລາດບັງຫລວງບໍ່ໄດ້ຫລຸດລົງເລີຍ ເນື່ອງຈາກການຮົ່ວໄຫລຢູ່ບັນດາຊາຍແດນຍັງເກີດຂຶ້ນຫລາຍ

” ຕົວແທນປະຊາຊົນທີ່ແທ້ຈິງ ກ້າສະເຫນີບັນຫາຂອງປະຊາຊົນ”​ທ່ານ ນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 01, ນະຄອນຫລວງວຽງຈັນ ໄດ້ປະກອບຄໍາເຫັນ ແລະ ສະເໜີຫລາຍວິທີແກ່ລັດຖະບານ ເພື່ອແກ້ໄຂບັນຫາເສດຖະກິດທີ່ເກີດຂຶ້ນໃນປັດຈຸບັນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 03 ຂອງສະພາແຫ່ງຊາດ ຊຸດທີ IX”. ເລີ່ມຈາກກະຊວງການເງິນ, ທ່ານສະເໜີວ່າ:

1. ອີງໃສ່ບົດລາຍງານຂອງ ກະຊວງການເງິນ ສະແດງໃຫ້ເຫັນວ່າ ການສໍ້ລາດບັງຫລວງບໍ່ໄດ້ຫລຸດລົງເລີຍ ເນື່ອງຈາກການຮົ່ວໄຫລຢູ່ບັນດາຊາຍແດນຍັງເກີດຂຶ້ນຫລາຍ ແລະ ເລິກແລບແນບນຽນກວ່າເກົ່າ ເຮັດໃຫ້ເປັນອີກສາເຫດໜຶ່ງທີ່ພາຂາດເຂີນເງິນຕາໃນປະເທດ;

2. ເນື່ອງຈາກການຄ້ານອກລະບົບເຂົາເຈົ້າພາກັນໄປແລກປ່ຽນເງິນຕາຢູ່ນອກລະບົບ, ເຊີ່ງອີງໃສ່ສູນສະຖິຕິແຫ່ງຊາດໃຫ້ຮູ້ວ່າ 70% ແມ່ນເສດຖະກິດນອກລະບົບ,

3. ສະນັ້ນ, ລັດຖະບານຄວນຂຸ້ນຂ້ຽວເອົາເສດຖະກິດນອກລະບົບດັ່ງກ່າວໃຫ້ເຂົ້າສູ່ລະບົບໃຫ້ໄດ້ ແລະ ນອກຈາກນີ້ ໃນກໍລະນີທີ່ບຸກຄະລາກອນກະທໍາຜິດຂໍໃຫ້ລົງໂທດ ຫລື ປົດຕໍາແໜ່ງເລີຍ ໂດຍບໍ່ມີການສຶກສາອົບຮົມຄືແຕ່ກ່ອນ ເນື່ອງຈາກຂະແໜງການນີ້ ເປັນຂະແໜງການທີ່ສໍາຄັນ ເພື່ອໃຫ້ການເຮັດວຽກຂອງບຸກຄະລາກອນມີຄຸນນະພາບ,

4. ພວກເຮົາຕ້ອງແກ້ທີ່ຄົນ, ເພາະຜ່ານມາສະພາແຫ່ງຊາດ ສາມາດສ້າງກົດໝາຍອອກມາຈໍານວນຫລາຍ ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງບໍ່ດີເທົ່າທີ່ຄວນ. ສໍາລັບທະນາຄານແຫ່ງ ສປປລາວ, ທ່ານສະເໜີວ່າ:

1. ອີງຕາມບົດລາຍງານເຫັນວ່າ ທະນາຄານ ແຫ່ງ ສປປ ລາວກວດເຫັນໝົດບັນຫາທີ່ເກີດຂຶ້ນ ແຕ່ວ່າກວດເຫັນແລ້ວບໍ່ສາມາດແກ້ໄຂໄດ້ ຍົກຕົວຢ່າງ: ນັກລົງທຶນຕ່າງປະເທດນໍາເງິນຕາເຂົ້າມາຢ່າງຫລວງຫລາຍ ແຕ່ແຈ້ງໃນຈໍານວນໜ້ອຍ, ເມື່ອໄປກວດຕົວຈິງພົບເຫັນຫລາຍກວ່າທີ່ແຈ້ງໄວ້ 04 ເທົ່າ ແຕ່ເຮັດຫຍັງບໍ່ໄດ້ ແລະ ບໍ່ຮູ້ວ່າເງິນໄປໃສ;

2. ນີ້ເປັນການສະແດງໃຫ້ເຫັນເຖີງຄວາມອ່ອນແອໃນການຄຸ້ມຄອງເງິນຕາຕ່າງປະເທດ, ເພາະທະນາຄານ ແມ່ນໜຶ່ງໃນເສົາຄໍ້າຫລັກເສດຖະກິດມະຫາພາກ;

3. ສະນັ້ນ, ຖ້າບໍ່ຈິງໃຈປະຕິບັດຕາມກົດໝາຍ ສປປລາວ ຈະຕົກຢູ່ໃນສະພາບແບບນີ້ອີກຕໍ່ໄປ ຍ້ອນການຄຸ້ມຄອງເງິນຕາອ່ອນແອຫລາຍ, ເຊີ່ງບັນຫານີ້ບໍ່ແມ່ນຄວາມຜິດສະເພາະທະນາຄານພຽງຝ່າຍດຽວ ແຕ່ແມ່ນທຸກພາກສ່ວນເສດຖະກິດທີ່ກ່ຽວຂ້ອງທັງໝົດ ເນື່ອງຈາກບັນດາໂຄງການໃຫຍ່ໆ ລ້ວນແລ້ວແຕ່ໄດ້ເປັນເງິນຕາຕ່າງປະເທດ,

4. ຜ່ານມາມີແຕ່ບອກວ່າເງິນບໍ່ເຂົ້າລະບົບແຕ່ບໍ່ຮູ້ວ່າເງິນໄປໃສ, ຕໍ່ບັນຫານີ້ຕໍ່ໄປຈະແກ້ໄຂແນວໃດ? ເພາະຖ້າຈິງໃຈແກ້ໄຂ ລາວເຮົາຈະບໍ່ຕົກຢູ່ໃນສະພາບຄືປັດຈຸບັນນີ້, ແຕ່ຖ້າບໍ່ຈິງໃຈແກ້ແທ້ໆ ມາດຕະການໃດໆ ກໍບໍ່ສາມາດຊ່ວຍໄດ້;

5. ການທີ່ລັດຖະບານຈະອອກພັນທະບັດຖືເປັນສິ່ງທີ່ຫລໍ່ແຫລມຫລາຍ, ແຕ່ເມື່ອໄດ້ເລືອກວິທີນີ້ແລ້ວ ຂໍໃຫ້ເຮັດແບບຄູ່ຂະໜານກັບການປະຕິບັດກົດໝາຍຢ່າງເຂັ້ມງວດທີ່ສຸດ,

6. ເພາະຫລາຍປີທີ່ຜ່ານມາ, ບາງໄລຍະລາວເຮົາເກີນດຸນບໍ່ແມ່ນຂາດດຸນຕະຫລອດ ແຕ່ເງິນບໍ່ເຂົ້າລະບົບ ແລະ ເຖິງຢ່າງໃດກໍຕາມ ລັດຖະບານໄດ້ເລືອກໃຊ້ວິທີອອກພັນທະບັດ,

7. ສະນັ້ນ, ຂໍໃຫ້ໂຈະບັນດາຮ້ານແລກປ່ຽນຊົ່ວຄາວກ່ອນແລ້ວກວດກາຄືນໝົດການ ເຄື່ອນໄຫວຂອງເງິນ, ເຊີ່ງທະນາຄານແຫ່ງ ສປປລາວ ສາມາດກວດໄດ້ວ່າເງິນໄປໃສແດ່ ແລະ ໃຜເກນກໍາໄລແດ່,

8. ຖ້າບໍ່ເຮັດຄູ່ຂະໜານມາດຕະການໃດກໍບໍ່ໄດ້ຜົນ, ເພາະປັດຈຸບັນປະຊາຊົນລໍາບາກ ແລະ ບໍ່ຮູ້ວ່າອະນາຄົດຈະເປັນແນວໃດ, ຜູ້ປະກອບທຸລະກິດເຊັ່ນດຽວກັນ ນັ່ງຢູ່ລ້າກໍຂາດທຶນຍ້ອນອັດຕາແລກປ່ຽນທີ່ເໜັງຕີງເພີ່ມຂຶ້ນ;

9. ອີກວິທີໜຶ່ງ, ພວກເຮົາຄວນມີການຄໍ້າປະກັນລາຄານໍ້າມັນລ່ວງໜ້າສອງເດືອນ ເຖີງວ່າວິທີນີ້ລາວເຮົາບໍ່ເຄີຍໃຊ້ ແຕ່ຜ່ານມາບໍລິສັດໃຫຍ່ທົ່ວໂລກໃຊ້ວິທີນີ້ ແລະ ໄດ້ຮັບຜົນສໍາເລັດມາແລ້ວ;

10. ເພາະປັດຈຸບັນ, ບັນຫາບໍ່ແມ່ນນໍ້າມັນຂາດຢູ່ຕະຫລາດໂລກ, ແຕ່ພວກເຮົາຂາດເງິນຕາທີ່ຈະໄປຊື້ເພາະມີການປັ່ນປ່ວນກັນພາຍໃນ ແລະ ເງິນຕາຢູ່ລາວບໍ່ໄດ້ຂາດ ແຕ່ມັນຢູ່ນອກລະບົບ ແລະ ເອົາມາເຄື່ອນໄຫວນອກລະບົບເຊີ່ງຜິດກົດໝາຍ;

11. ສະນັ້ນ, ຖ້າມີການຄໍ້າປະກັນລາຄານໍ້າມັນລ່ວງໜ້າສອງເດືອນ ແລະ ເຊື້ອໝັ້ນວ່າ ຈະເຮັດໃຫ້ລາຄານໍ້າມັນບໍ່ເໜັງຕີງ ແລະ ຈະເຮັດໃຫ້ອັດຕາແລກປ່ຽນບໍ່ເໜັງຕີງເຊັ່ນດຽວກັນ, ເຊີ່ງຖ້ານໍາໃຊ້ວິທີນີ້ຈະເຮັດໃຫ້ມີແຕ່ຢູ່ທຶນກັບກໍາໄລ ແລະ ຜ່ານມາລັດຖະບານອະນຸມັດໃຊ້ວິທີນີ້ແລ້ວ ແຕ່ການຈັດຕັ້ງປະຕິບັດຍັງຊັກຊ້າຫລາຍ. ນອກຈາກນີ້, ທ່ານ ນາງ ວາລີ ເວດສະພົງ ຍັງສະເໜີກ່ຽວກັບເລື່ອງລາຄາປີ້ລົດໄຟລາວ-ຈີນ:

1. ລັດຖະບານຄວນເປັນຝ່າຍກໍານົດລາຄາ ບໍ່ແມ່ນໃຫ້ບໍລິສັດສໍາປະທານເປັນຜູ້ກໍານົດລາຄາເອງ ເພື່ອບໍ່ໃຫ້ເປັນການຊໍ້າຕື່ມຂະແໜງການທ່ອງທ່ຽວເຂົ້າໄປອີກ,

2. ເພາະຈະປັບປ່ຽນລາຄາຕາມອັດຕາແລກປ່ຽນເງິນຕາບໍ່ໄດ້ ເນື່ອງຈາກມັນກະທົບເຖີງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຂະແໜງການທ່ອງທ່ຽວເອງກໍ່ບໍ່ສາມາດເຮັດຫຍັງໄດ້ເລີຍໃນເລື່ອງນີ.

Cr.​ Dr. Sourioudong Soundara

Related Articles

Leave a Reply

Your email address will not be published. Required fields are marked *

Back to top button