ອົດທົນເພື່ອຄອບຄົວເປັນຄູອາສາສະໝັກໄດ້ 10 ປີ ບໍ່ໄດ້ຮັບບັນຈຸລັດຖະກອນ…(ມີຄຣິບຢູ່ລຸ່ມສຸດ)

ກ່ອນອື່ນ ຂໍເລົ່າປະຫວັດຫຍໍ້ອາຈານເນັ່ງທໍ່ ແມ່ນນັກນຽນເກັ່ງຄົນຫນຶ່ງໃນດ້ານວິຊາເລກຢູ່ເມືອງຮົ່ມ,ຫຼັງຈາກຮຽນຈົບວິຊາສະເພາະແລ້ວຈື່ງໄດ້ໄປສະໝັກສອນຢູ່ ຫຼັກຊາວ ແຂວງບໍລິຄຳໄຊເປັນເວລານານມາ 10 ກວ່າປີນີ້ແລ້ວ.

ບັນດາທ່ານ, ພວກທ່ານຮູ້ບໍວ່າ: ເຂົາຍອມເປັນອາສາມາຫຼາຍປີ ເນື່ອງຈາກເຂົາເປັນຄົນທຸກຍາກ ບໍ່ສາມາດຈ້າງເຂົ້າລັດຖະກອນໄດ້.
ຄົນຈົນສະໄໝນີ້ຊີເຮັດແນວໃດເຖີງໄດ້ປະກອບສ່ວນເຂົ້າຮ່ວມພາລະກິດຂອງຊາດຄືເພີ່ນ..
ເມື່ອໃດປະເທດຊາດຈື່ງຮັກເຮົາເທົ່າທີ່ເຮົາຮັກຊາດນໍ້ທ່ານເອີຍ….ສູ້ໆ ແລະ ໃຫ້ກໍາລັງໃຈຄອບຄົວ ອຈ ເນັ່ງທ່າວ ເດີ່ເພື່ອນໆທັງຫຼາຍ.
ນີ້ແມ່ນພໍ່ແມ່ ແລະນ້ອງຊາຍອາຈານເນັ່ງທໍ່

-ຜູ້ເປັນພໍ່ແມ່ອາຈານເນັ່ງທໍ່ໄດ້ສົ່ງລາວຮຽນ ຫວັງວ່າຮຽນຈົບມາຈະມີວຽກເຮັດງານທຳຄືຄົນອື່ນ ຈະໄດ້ມາລ້ຽງດູແລພໍ່ແມ່ຍາມເຖົ້າ ຕອນຮຽນຈົບມາລາວໄປເປັນຄູສອນຕ່າງແຂວງຕ່າງເມືອງເປັນເວລາ 10 ກວ່າປີ.

ຄິດວ່າຈະໄດ້ລັດຖະກອນນຳເພີ່ນ ແຕ່ມາຮອດມື້ນີ້ ພໍ່ແມ່ໄດ້ເຫັນລູກຕົນເອງຮ້ອງໄຫ້ດ້ວຍນ້ຳຕາຢູ່ໃນເຟສບຸກວ່າ ລູກໄດ້ລາອອກ ເພາະບໍ່ໄດ້ໂຄຕ້າ, ເມື່ອພໍ່ລາວໄດ້ຍິນພໍ່ແມ່ລາວກໍ່ຮ້ອງໄຫ້ ແລະ ເສຍໃຈຫຼາຍ.

ເພາະຄວາມຫວັງຂອງພໍ່ແມ່ມານານ 35 ປີ

ນີ້ແມ່ນເຮືອນພໍ່ແມ່ຂອງອາຈານເນັ່ງທໍ່

ອາຈານເນັ່ງທໍ່ຍັງມີນ້ອງຊາຍຄົນໜຶ່ງເປັນອາມ ປາກບໍ່ໄດ້ຮ່າງກ່າຍບໍ່ສົມບູນ ແລະ ບໍ່ສາມາດອອກແຮງງານໄດ້ ອາໄສແຕ່ພໍ່ແມ່

ເບິ່ງສະພາບຄອບຄົວອາຈານເນັ່ງແລ້ວເປັນຕາດູຕົນຫຼາຍ ທາງລັດຖະບານຄວນແກ້ໄຂໃຫ້ລາວແດ່. ໃຜທີ່ມີນ້ຳໃຈກໍສາມາດໄປຊ່ວຍເຫຼືອເພີ່ນໄດ້.
ເບິ່ງຄຣິບໄດ້