ສະບາຍດີ ພໍ່ແມ່ພີ່ນ້ອງ,ໝູ່ເພື່ອນໃນຊຸມຊົນເຟສບຸກທຸກຄົນ
ມື້ນີ້ຂ້າພະເຈົ້າໃນນາມເປັນພີ່ນ້ອງຂອງຄົນເຈັບຂໍຕ່າງໜ້າຄົນເຈັບມາຂໍວອນຄວາມຊ່ວຍເຫຼືອຈາກສັງຄົມເພື່ອ ປະກອບຜູ້ລະເລັກລະໜ້ອຍ ເພື່ອພາຜູ້ກ່ຽວໄປກວດເບີ່ງພະຍາດຂອງຜູ້ກ່ຽວ

ເນື່ອງຈາກຄອບຄົວທຸກຍາກບໍ່ມີເງິນຮັກສາ ເພີ່ນເອງແມ່ນເປັນເສົາຫຼັກຂອງຄອບຄົວມີລູກ 3 ຄົນ ຍັງນ້ອຍ.

ເພີ່ນປ່ວຍໜັກເປັນກ້ອນຫຍັງດັ່ງໃນຮູບ ຍັງບໍ່ຮູ້ວ່າແມ່ນກ້ອນຫຍັງແລະສາມາດຮັກສາໄດ້ຫຼືບໍ່ ຍ້ອນບໍ່ມີເງິນກໍ່ເລີຍບໍ່ໄດ້ໄປໂຮງໝໍບໍ່ໄດ້ໄປກວດແລະບໍ່ໄດ້ໄປຮັກສາກໍ່ເລີຍ

ຈຶ່ງບໍ່ຮູ້ຮອດວ່າເປັນພະຍາດຫຍັງ ມີແຕ່ນອນຖ້າເບີ່ງອາການໄປວັນໆ ແກ່ຍາວມາໄດ້ 2 ເດືອນປາຍແລ້ວແຕ່ຜູ້ກ່ຽວຍັງບໍ່ມີອາການດີຂື້ນເລີຍ.

ສະນັ້ນ, ມື້ນີ້ ຂ້າພະເຈົ້າໃນນາມພີ່ນ້ອງ(ເປັນນ້ອງສາວຫຼືເປັນລູກຂອງນ້າສາວ) ຈື່ງຕ່າງໜ້າຄອບຄົວ ເພື່ອຂໍວອນສັງຄົມຍື່ມືຊ່ວຍຊີວິດຂອງຜູ້ກ່ຽວໄວ້ເພື່ອພາເພີ່ນໄປກວດເບີ່ງອາການຢ່າງຂີ້ຮ້າຍກໍ່ໃຫ້ຮູ້ວ່າພະຍາດຂອງເພີ່ນແມ່ນພາຍາດຫຍັງ ແລະສາມາດປິ່ນປົວໄດ້ຫຼືືບໍ່

ອາການຂອງເພີ່ນຕອນນີ້ແມ່ນຮ້າຍແຮງແລ້ວແຕ່ຢ່າງຂີ້ຮ້າຍໃນຊີວິດຂອງຄົນໆໜື່ງກໍ່ຢາກໃຫ້ເພີ່ນໄດ້ໄປກວດໄດ້ເຂົ້າໂຮງໝໍແດ່ກໍ່ຍັງດີໃຈເນາະ 😭😭

😭ຖ້າຢາກຮູ້ຂໍ້ມູນຫຍັງເພີ່ມເຕີມຕິດຕໍ່ຫາເຮົາໄດ້ທາງເບີວອດແອັບ 55422397 ຫຼື ແຊັດຫານ້ອງຊາຍຂອງຄົນເຈັບ ທາງເຟສບຸກ👉 Tsabli Thor
