ເງິນຊ່ວຍເຫຼືອອາຈານ ເນັ່ງທ່າວ ຄູອາສາ ທັງໝົດ 13.000.000 ກີບໄດ້ໂອນຮຽບຮ້ອຍແລ້ວເດີ ບໍ່ມີຫັກອອກ

{ ຊ່ວຍເຫຼືອ ຄູອາສາ } ອາຈານ ເນັ່ງທ່າວ ບ້ານ ທົ່ງແສນ ເມືອງ ຄໍາເກີດ ແຂວງ ບໍລິຄຳໄຊ

ແອັດມີ້ນ ໄດ້ປະກາດໂພດລົງເຟດແຜ່ ເວລາ 7 ໂມງເຊົ້າ – ເວລາ 23 ໂມງກາງຄືນ ຈຶ່ງປິດຍອດ { 17 ຊົ່ວໂມງ } ໝູ່ເພື່ອນແອັດມີ້ນ ໄດ້ໂອນມາຊ່ວຍ ຈໍານວນ 70 ທ່ານ ຄົນລະຫ້າ ລະສິບ ລວມເງິນໄດ້ 9,800,000 ກີບ { ຕົວຈິງ } { ເກົ້າລ້ານແປດແສນກີບ }

ແລະ ແອັດມີ້ນ ຈົກເງິນສ່ວນຕົວ ຕໍ່ຍອດຊ່ວຍລາວອີກ 3,200,000 ກີບ { ຝາກຊື້ເຄື່ອງໃຫ້ລູກໆ 5 ຄົນ } ລວມເປັນເງິນ 13,000,000 ກີບ { ໂອນໃຫ້ແຕ່ຕອນເຊົ້າ ຂອງວັນ ອັງຄານ }

{ ມື້ວານນີ້ } ການທີ່ວ່າ ແອັດມີ້ນໄດ້ໂພດ ລົງເຟດກ່ອນ ຕອນນັ້ນບໍ່ທັນໄດ້ໂອນເງິນອອກ ແລະ ຄິດທີ່ຈະແບ່ງອອກໄວ້ນັ້ນ ບໍ່ມີເຈດຕະນາ ຈະເອົາເງິນນັ້ນ ມາເປັນສົມບັດສ່ວນຕົວ ພຽງແຕ່ ຄິດຢາກຈະແບ່ງໄວ້ ຊ່ວຍຄູອາສາຄົນອື່ນໆແນ່

ທີ່ເຂົາເຈົ້າຍັງມີຄວາມລໍາບາກ ເດືອດຮ້ອນ ແລະ ຕ້ອງການ { ພໍໄດ້ບັນເທົາຊີວິດ } ແຕ່ກະແກ້ໄຂ ອີຫຍັງບໍ່ໄດ້ແລ້ວ ເລື່ອງມັນບານປາຍໄປແລ້ວ

ແອັດມີ້ນ ຂໍໃຫ້ ອະດີດອາຈານ ເນັ່ງທ່າວ ແລະ ຄອບຄົວ ຈົ່ງມີຄວາມສຸກຕະຫຼອດໄປເດີ { ແລະ ແອັດມີ້ນ ຕ້ອງຂໍໂທດ ຂໍອາໄພສັງຄົມ ທີ່ເຮັດໃຫ້ເຄືອງໃຈ ລືມຄິດກ່ອນໂພດພາບລົງ }

ເງິນທີ່ທ່ານ ຊ່ວຍເຫຼືອມານັ້ນໄດ້ໂອນໃຫ້ ອາຈານ ເນັ່ງທ່າວ ຄູອາສາ ທັງໝົດແລ້ວເດີ ບໍ່ມີຫັກອອກ ຫຼື ແບ່ງໄວ້ແຕ່ຢ່າງໃດ ໂອນໃຫ້ກາຍແລ້ວ { ໂອນໃຫ້ມື້ ວັນອັງຄານ ຕາມທີ່ໄດ້ຮັບປາກເພີ່ນໄວ້ } ຂໍຂອບໃຈ.

Related Posts

Leave a Reply

Your email address will not be published. Required fields are marked *