
ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ເປີດເຜີຍວ່າ: ໃນວັນທີ 14ມິຖຸນາ 2022 ໄດ້ນຳຕົວ ນາງ ສິລິນ ລຽນສະຫວັດມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະຜ່ານການດຳເນີນການສືບສວນ-ສອບສວນ ແລະເກັບກຳຂໍ້ມູນຫຼັກຖານຢ່າງລະອຽດແລ້ວ ເຫັນວ່ານາງ ສຸລິນ ລຽນສະຫວັດ ໄດ້ມີການເຄື່ອນໄຫວກະທຳຜິດ ໃນສະຖານການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ແລະ ການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍ ຂອງປະມວນກົດໝາຍອາຍາປີ 2017, ແຕ່ການກະທຳຂອງຜູ້ກ່ຽວນັ້ນເປັນການກະທຳຜິດຄັ້ງດຽວ ແລະ ໃນເວລາສືບສວນ-ສອບສວນຂອງເຈົ້າໜ້າທີ່ນາງ ສຸລິນ ລຽນສະຫວັດ ແມ່ນໄດ້ໃຫ້ຄວາມຮວມມື ແລະ ໃຫ້ການດ້ວຍຄວາມຈິງຕໍ່ເຈົ້າໜ້າທີ່ດັ່ງນັ້ນ ຄະນະຮັບຜິດຊອບສືບສວນ-ສອບສວນ ແກ້ໄຂການແລກປ່ຽນເງິນຕາຕ່າງ ປະເທດບໍ່ຖືກຕ້ອງຕາມກົດໝາຍ ກົມຕຳຫຼວດເສດຖະກິດ ຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ49 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ພ້ອມທັງຮຽກຮ້ອງໃຫ້ ນາງ ສຸລິນລຽນສະຫວັດ ຕ້ອງປະຕິບັດຕາມຂໍ້ຫ້າມ ດັ່ງນີ້:
1. ຫ້າມບໍ່ໃຫ້ນາງສຸລິນລຽນສະຫວັດມີການເຄື່ອນໄຫວແລະຍຸດຕິການດຳເນີນທຸລະກິດທີ່ບໍ່ຖືກຕ້ອງຕາມກົດໝາຍແລະ ການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍອີກ, ຖ້າຫາກເຈົ້າໜ້າທີ່ຫາກສືບຮູ້ ຫຼື ກວດກາພົບເຫັນ ເຈົ້າໜ້າທີ່ພວກເຮົາຈະນໍາຕົວພວກກ່ຽວມາດຳເນີນຄະດີ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.

2. ຫ້າມບໍ່ໃຫ້ເອົາຄວາມລັບໃນການດຳເນີນຄະດີແລະ ເອກະສານທາງລັດຖະການຂອງເຈົ້າໜ້າທີ່ໄປໂຄສະນາເຜີຍແຜ່ຕຳນິວິຈານ, ໃສ່ຮ້າຍປ້າຍສີເຈົ້າໜ້າທີ່ຕຳຫຼວດ ແລະ ການຈັດຕັ້ງ, ຕໍ່ບຸກຄົນ ແລະສັງຄົມ ຫຼື ໄປໂພດລົງ ສື່ສັງຄົມອອນລາຍ ຢ່າງເດັດຂາດ ຖ້າຫາກເຈົ້າໜ້າທີ່ຫາກພົບເຫັນ ຮູບການທີ່ກ່າວມານັ້ນ ແມ່ນຈະໄດ້ດຳເນີນຄະດີ ໃນຂໍ້ຫາ ການສ້າງຄວາມເສຍຫາຍຜ່ານຊື່ສັງຄົມອອນລາຍ ຕາມມາດຕາ 186, 205 ແລະ ມາດຕາອື່ນໆທີ່ກ່ຽວຂ້ອງຂອງປະມວນກົດໝາຍອາຍາຢ່າງເຂັ້ມງວດ.
3. ໃຫ້ຜູ້ທີ່ຖືກສຶກສາອົບຮົມກ່າວເຕືອນ ຕ້ອງລົບລ້າງເຟສບຸກຂອງຕົນເອງ ທີ່ໄດ້ໂພດໂຄສະນາ ດຳເນີນເຄື່ອນໄຫວໃນການໂຄສະນາແລກປ່ຽນເງິນຕາຕ່າງປະເທດ ຫຼື ທຸລະກິດອື່ນໆ ທີ່ບໍ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບກົດໝາຍ ນັ້ນອອກທັນທີ.
4. ຜູ້ທີ່ໄດ້ຮັບການສຶກສາອົບຮົມກ່າວເຕືອນຈະປະຕິບັດ ແລະ ຍົກສູງນໍ້າໃຈ ສະຕິຕໍ່ຊາດ ຄວາມຮັບຜິດຊອບ ຕໍ່ໜ້າທີ່ຂອງພົນລະເມືອງລາວ ຕາມລັດຖະທຳມະນູນ ແມ່ນຍິນດີໃຫ້ຄວາມຮ່ວມມືລາຍງານຕໍ່ເຈົ້າໜ້າທີ່ຕຳຫຼວດຊາບ ຖ້າຫາກພົບເຫັນບຸກຄົນ ແລະ ນິຕິບຸກຄົນ ຫາກມີການເຄື່ອນໄຫວລະເມີດລະບຽບກົດໝາຍ ເພື່ອໃຫ້ເຈົ້າທີ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ທ່ວງທັນຕໍ່ເຫດການ ແລະ ສະຖານະການດັ່ງກ່າວ.
ນອກນັ້ນ, ຜ່ານການສຶກສາອົບຮົມເຫັນວ່າ ນາງ ສຸລິນ ລຽນສະຫວັດ ແມ່ນໄດ້ຮັບຮູ້ຕໍ່ການສຶກສາອົບຮົມກ່າວເຕືອນຂອງເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດແລະ ເຫັນດີຈະປະຕິບັດຕາມບົດບັນທຶກສະບັບນີ້ຢ່າງເຂັ້ມງວດ.