ແຂວງຄຳມ່ວນ ຢຶດກັນຊາອັດແທ່ງ 24 ເປົາ ນ້ຳນັກລວມ 939 ກິໂລກຮາມ ພ້ອມຜູ້ຖຶກຫາ 01 ຄົນ.

ເພື່ອເປັນການຈັດຕັ້ງປະຕິບັດວ່າລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຂວງຄຳມ່ວນແມ່ນໄດ້ສຸມໃສ່ແກ້ໄຂບັນຫາຢາເສບຕິດຢ່າງຕັ້ງໜ້າ ສະນັ້ນໃນວັນທີ 21 ມີຖຸນາ 2022 ຜ່ານມານີ້ ເຈົ້າໜ້າທີກອງບັນຊາການ ປກສ ເມືອງຫີນບູນ ແຂວງຄຳມ່ວນ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ຕິດຕາມເປົ້າໝາຍຜູ້ຄ່າຂາຍຢາເສບຕິດ ໃນຂອບເຂດບ້ານໂພນຄໍ້ ເມືອງຫີນບູນ ແຂວງຄຳມ່ວນ ມາຮອດເວລາ 03:00 ໂມງເຊົ້າຂອງວັນດຽວກັນ ຈຶ່ງພົບເຫັນຜູ້ຕ້ອງສົງໃສກຳລັງຂົນຢາເສບຕິດປະເພດກັນຊາລົງໃສ່ເຮືອ ເພື່ອຈະຂ້າມຂອງເພື່ອສົ່ງໄປປະເທດເພືອນບ້ານ

ດັ່ງນັ້ນເຈົ້າໜ້າທີຈິ່ງໄດ້ນຳກຳລັງເຂົ້າປິດລ້ອມ ແລ້ວສາມາດກັກໂຕຜູ້ຖຶກຫາໄດ້ 01 ຄົນພ້ອມຂອງກາງຢາເສບຕິດປະເພດກັນຊາອັດແທ່ງໄດ້ 24 ເປົ່າ ນ້ຳໜັກລວມ 939 ກິໂລກຮາມ,ລົດກະບະ VIGO ສີປອນທອງ ກກ 5598 ສະຫວັນນະເຂດ ລົດຈັກ ເວບໄອສີຟ້າ-ຂາວ 01 ຄັນ, ເຮືອເຫຼັກ 01 ລຳ ພ້ອມຈັກເຄື່ອງ ແຮງ 13,ໂຟນີ 01 ເຄື່ອງ.

ຜ່ານການສືບສວນ – ສອບສວນຂອງເຈົ້າໜ້າທີໃນເບື້ອງຕົ້ນຈຶ່ງຮູ້ວ່າຜູ້ຖຶກຫາຊື່ທ້າວ ແອັດ ສົມວັງ,ອາຍຸ 30 ປີ,ເປັນປະຊາຊົນ,ຢູ່ບ້ານບຸ່ງກວາງ,ເມືອງ ປາກກະດິງ,ແຂວງ ບໍລິຄຳໄຊ

ຜູ້ກ່ຽວຮັບສາລະພາບວ່າຜູ້ກ່ຽວແມ່ນເປັນຜູ້ຖຶກຈ້າງເພື່ອຂົນກັນຊາຈຳນວນດັ່ງກ່າວລົງໃສ່ເຮືອໄດ້ຄ່າຈ່າງ 3000 ບາດໄທ.

ປັດຈຸບັນຄະດີດັ່ງກ່າວ ທາງເຈົ້າໜ້າທີ ປກສ ເມືອງ ຫີນບູນ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ມອບໃຫ້ກອງບັນຊາການ ປກສ ແຂວງ ຄຳມ່ວນ ດຳເນີນຄະດີ ເພື່ອສືບສວນ-ສອບສວນຫາຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍບ້ານເມືອງ.

ເບິ່ງຄຣິບໄດ້