ສາວໃຈບຸນ ມອບລົດຈັກ ແວບ 100 ຈຳນວນ 1 ຄັນ ມອບໃຫ້ ຄູອາສາເນັ່ງທ່າວ ສອນມາໄດ້ 10 ປີ ບໍ່ໄດ້ໂກຕ່າ

–

–

ພະນັກງານອາສາສະໝັກບໍ່ວ່າແຕ່ສາຍຄູ ຫຼື ສາຍອື່ນໆ ລ້ວນແລ້ວແຕ່ເຮັດວຍກຢ່າງຂະຫຍັນຂັນແຂງ ເພື່ອຄວາມຫວັງດຽວຄືຕົວເລກໂກຕ້າເຂົ້າເປັນລັດຖະກອນ ແຕ່ຫຼາຍຄົນກໍ່ຢູ່ຈົນເກີນອາຍຸ 35 ປີ ເຊິ່ງເປັນໄວແກ່ສຸດສຳລັບມາດຖານທີ່ຈະໄດ້ເຂົ້າລັດກໍ່ບໍ່ມີວິແວວ.
ແນວໃດກໍ່ຕາມ ມີຄວາມເຂົ້າໃຈທັງຜູ້ລໍຖ້າ ແລະຜູ້ແບ່ງປັນ ເນື່ອງຈາກຕົວເລກມີຢູ່ຢ່າງຈຳກັດອີຫຼີ ດັ່ງນັ້ນການເປັນອາສາຈິ່ງບໍ່ເໝາະສຳລັບຄົນທີ່ຕ້ອງດິ້ນຮົນທຳມາຫາກິນດ້ວຍຕົວເອງ ສຳລັບວຽກອາສາຖ້າບໍ່ມີຄົນທີ່ເຂັ້ມແຂງຄອຍໝູນຫຼັງກໍ່ຄືຄອບຄົວທີ່ຄອຍຍື່ນເງິນໃຫ້ຄົງຢູ່ຍາກກ່ອນໄດ້ຮັບພິຈາລະນາ.
ຄູເນັ່ງທໍ່ເປັນອີກໜຶ່ງຄົນທີ່ສະຫມັກມາເປັນຄູສອນໄດ້ 10 ປີແລ້ວບໍ່ໄດ້ລັດຖະກອນ ສຸດທ້າຍຈິ່ງຈຳໃຈຂໍລາຈາກໂຮງຮຽນຫມູ່ຄ່ອາຈານນັກຮຽນທີ່ແສນຮັກທີ່ ມສ ທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ ເພື່ອໄປຫາຊ່ອງທາງເດີນໃໝ່ທີ່ຈະກຸ້ມຢູ່ກຸ້ມກິນໃນວັນຂ້າງໜ້າ.
ເຫັນພາບແລ້ວໄຫ້ຕາມອາຈານຜູ້ນີ້ທີ່ເພິ່ນທຸ່ມເທເຮັດວຽກຟຣີມາເຖິງ 10 ປີແຕ່ບໍໄດ້ຫຍັງນອກຈາກຄວາມຮັກ ແລະຜູກພັນກັບຄູອາຈານ ເພື່ອນຮ່ວມງານ ແລະນັກຮຽນທີ່ຄອຍເຫັນໜ້າກັນໃນທຸກໆວັນ.
ໃນພິທີສົ່ງອາຈານເນັ່ງຊົ່ງເຖິງກັບຫຼັງນ້ຳຕາ ອາໄລຫາທຸກໆຄົນທີ່ເຄີຍຢູ່ຮ່ວມກັນຮັກແພງກັນຕະຫຼອດໄລຍະ 10 ປີທີ່ສອນຢູ່ໂຮງຮຽນແຫ່ງນັ້ນ ແຕ່ຢາກບອກອາຈານວ່າ ຢ່າເສຍໃຈເລີຍ
ອາຈານຄິດຖືກແລ້ວທີ່ລາອອກມາ ເຖິງຈະສູນເສຍເວລາໄປແລ້ວ 10 ປີກໍ່ຕາມດີກວ່າຈະຢູ່ໄປຍາວນານກວ່ານີ້